ລັດຖະມົນຕີກະຊວງພາຍໃນ ເນັ້ນໃຫ້ພະແນກພາຍໃນແຂວງຜົ້ງສາລີ ເອົາໃຈໃສ່ວຽກງານເຂດແດນເຊື່ອມຕໍ່ຕື່ມ

ວັນທີ 22 ມິຖຸນາ 2020 ນີ້, ທ່ານ ຄໍາໝັ້ນ ສູນວິເລີດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມວຽກງານຂະແໜງພາຍໃນ ຢູ່ພະແນກພາຍໃນແຂວງຜົ້ງສາລີ ໂດຍການຕ້ອນຮັບຈາກທ່ານ ສົມພາບ ດາລາຈັກ ກໍາມະການພັກແຂວງ ຫົວໜ້າພະແນກພາຍໃນແຂວງຜົ້ງສາລີ ພ້ອມທັງຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນເມືອງ ທັງ 7 ເມືອງອ້ອມຂ້າງແຂວງ ແລະ ພະນັກງານ ທີ່ກ່ຽວຂ້ອງ.

ການລົງຊຸກຍູ້ ແລະ ຕິດຕາມວຽກງານຂະແໜງພາຍໃນຄັ້ງນີ້ ທ່ານລັດຖະມົນຕີກະຊວງພາຍໃນ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານພາຍໃນ ໄລຍະຜ່ານມາ ຈາກທ່ານ ສົມພາບ ດາລາຈັກ ກໍາມະການພັກແຂວງ ຫົວໜ້າພະແນກພາຍໃນແຂວງຜົ້ງສາລີ ໂດຍໄດ້ຍົກໃຫ້ເຫັນໄລຍະ 06 ເດືອນຕົ້ນປີນີ້ ຄະນະພັກ ຄະນະພະແນກພາຍໃນແຂວງຜົ້ງສາລີ ໄດ້ສຸມໃສ່ການຄຸ້ມຄອງ ແລະ ການບໍລິການຂຶ້ນທະບຽນຕ່າງໆຕາມກົດໝາຍວ່າດ້ວຍທະບຽນຄອບຄົວ, ກົດໝາຍຄອບຄົວ ແລະ ເກັບກໍາສະຖິຕິຕາມຄໍາແນະນໍາ, ແບບຟອມຕ່າງໆຂອງກະຊວງພາຍໃນ ເປັນແຕ່ລະໄລຍະ, ສຸມໃສ່ຈັດຝຶກອົບຮົມລະບົບຖານຂໍ້ມູນແບບເອເລັກໂຕຣນິກ, ຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນປະຈໍາປີ 2019 ແລະ ສັງລວມຜົນການປະເມີນຜົນພະນັກງານ-ລັດຖະກອນ ໄດ້ດີ ຫຼື ດີຫຼາຍ 05 ປີລຽນຕິດ. ພ້ອມດຽວກັນນີ້, ຍັງໄດ້ເອົາໃຈໃສ່ວຽກງານເຂດແດນເຊື່ອມຕໍ່ໂດຍໄດ້ກໍານົດເສັ້ນເຂດແດນເຊື່ອມຕໍ່ຄືນໃໝ່ຢູ່ບາງຈຸດລະຫວ່າງບ້ານສົມໄຊ, ບ້ານພານ ແລະ ບ້ານນາອໍ ເມືອງຍອດອູ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງເຂດແດນເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ ຢູ່ກຸ່ມບ້ານລາ ເມືອງຍອດອູ ແລະ ສະເໜີໃຫ້ເມືອງບຸນໃຕ້ແກ້ໄຂຄືນຈຸດທີ່ຕັ້ງຫຼັກບ໋ອກຕາໜ່າງເຄົ້າພິກັດແຫ່ງຊາດ ທີ່ຖືກທໍາລາຍໃນໄລຍະຜ່ານມາ.

ພ້ອມນີ້, ທ່ານ ຄໍາໝັ້ນ ສູນວິເລີດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ໄດ້ໂອ້ລົມຕໍ່ຄະນະພະແນກ, ຄະນະຫ້ອງການພາຍໃນເມືອງ ແລະ ພະນັກງານ-ລັດຖະກອນ ຂອງພະແນກພາຍໃນແຂວງຜົ້ງສາລີ ໂດຍທ່ານໄດ້ເນັ້ນໃຫ້ຂະແໜງພາຍໃນແຂວງຜົ້ງສາລີ ເອົາໃຈໃສ່ຕື່ມໃນການແກ້ໄຂບັນຫາເຂດແດນເຊື່ອມຕໍ່ໃຫ້ມີຄວາມຊັດເຈນ ແລະ ໃຫ້ສໍາເລັດໂດຍໄວ ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ. ສໍາລັບວຽກງານປັບປຸງກົງຈັກການຈັດຕັ້ງ ໃຫ້ປັບຕາມທິດກະທັດຮັດ ສົມເຫດສົມຜົນ ແລະ ຮັດກຸມ, ວຽກງານຄຸ້ມຄອງລັດຖະກອນ ໃຫ້ເອົາໃຈໃສ່ໃນການຄົ້ນຄວ້າປະຕິບັດນະໂຍບາຍ, ເກັບກໍາ-ຄຸ້ມຄອງສະຖິຕິ, ປະເມີນຜົນລັດຖະກອນ ແລະ ການກວດຜ່ານຈໍານວນພົນໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນ.

ໂອກາດດຽວກັນນີ້, ທ່ານ ຄໍາໝັ້ນ ສູນວິເລີດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ກໍຄື ພະນັກງານ-ລັດຖະກອນ ກະຊວງພາຍໃນ ມອບຄອມພິວເຕີ ຈໍານວນ 07 ຊຸດ ແລະ ປີ່ນເຕີ ຈໍານວນ 07 ເຄື່ອງ ລວມເປັນມູນຄ່າທັງໝົດ 38.808.000 ກີບ ໃຫ້ບັນດາຫ້ອງການພາຍໃນເມືອງ ຂອງແຂວງຜົ້ງສາລີ ເພື່ອເປັນການເພີ່ມຄວາມສະດວກໃນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ມີຄວາມວ່ອງໄວ ໃນການບໍລິການຮັບໃຊ້ປະຊາຊົນ ໃຫ້ນັບມື້ນັບດີຂຶ້ນ.
ການລົງເຄື່ອນໄຫວຊຸກຍູ້ວຽກງານຂະແໜງພາຍໃນເທື່ອນີ້, ທ່ານ ຄໍາໝັ້ນ ສູນວິເລີດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າພົບ ທ່ານ ຄໍາພອຍ ວັນນະສານ ເລຂາພັກແຂວງ ເຈົ້າແຂວງແຂວງຜົ້ງສາລີ ແລະ ໄດ້ລົງຢ້ຽມຢາມພື້ນຖານການຜະລິດຢູ່ບ້ານດົງ ເມືອງບຸນເໜືອ ແຂວງຜົ້ງສາລີ ຕື່ມອີກ.
Hits: 1