ກອງປະຊຸມ ວິຊາການທາບທາມຄວາມຄິດເຫັນໃສ່ ການປັບປຸງ ນິຕິກໍາຮັບໃຊ້ວຽກງານ 3 ສ້າງ

ເພື່ອເຮັດໃຫ້ບັນດາກະຊວງ ແລະ ອົງການອ້ອມຂ້າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໄດ້ຮັບຮູ້, ເຊື່ຶອມຊຶມ, ເຂົ້າໃຈແຈ້ງກ່ຽວກັບວຽກງານ 3 ສ້າງ, ກົມການປົກຄອງທ້ອງຖິ່ນ ກະຊວງພາຍໃນ ໄດ້ຈັດກອງປະຊຸມວິຊາການທາບທາມຄວາມຄິດເຫັນໃສ່ ຮ່າງຄໍາແນະນໍາ ການຈັດຕັ້ງປະຕິບັດນະໂຍບາຍ 3 ສ້າງ ຂຶ້ນໂດຍການເປັນປະທານຂອງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ ຈາກບັນດາກະຊວງ-ອົງການ ເຂົ້າຮ່ວມ.
ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ກ່າວວ່າ ຂະບວນການຄຸ້ມຄອງບໍລິຫານລັດ, ການຄົ້ນຄວ້າສ້າງ ແລະ ປັບປຸງ ນິຕິກໍາຕ່າງໆ ແມ່ນຄວາມຈໍາເປັນພາວະວິໄສ ແລະ ບໍ່ສາມາດຫຼີກລ້ຽງໄດ້ ເພາະວ່າສະພາບເສດຖະກິດສັງຄົມມີການປ່ຽນແປງຢູ່ໃນແຕ່ລະໄລຍະ ກໍ່ຄື ບັນດານິຕິກໍາ ທີ່ຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດແນວທາງການເມືອງ ແລະ ແນວທາງນະໂຍບາຍຂອງພັກ ກໍ່ຈໍາເປັນຕ້ອງໄດ້ຮັບການປັບປຸງປ່ຽນແປງ ເຊັ່ນດຽວກັນ, ທັງນີ້ກໍ່ເພື່ອຮັບປະກັນໃຫ້ນິຕິກໍາ ມີເນື້ອໃນຮັດກຸມ, ເຂົ້າໃຈງ່າຍ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ໃນຍຸກສະໄໝໃໝ່. ຜ່ານຂະບວນການຈັດຕັ້ງປະຕິບັດຕົວຈິງ ຫຼາຍປີຜ່ານມາ (ຄໍາແນະນໍາ 02/ພນ ຈັດຕັ້ງປະຕິບັດມາໄດ້ 08 ປີ, ຄໍາແນະນໍາ 05/ພນ ຈັດຕັ້ງປະຕິບັດມາໄດ້ 06 ປີ) ເຫັນວ່າ ເນື້ອໃນຂອງນິຕິກໍາດັ່ງກ່າວ ມີຫຼາຍອັນແມ່ນບໍ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ກໍ່ຄືຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດນະໂຍບາຍ 3 ສ້າງໃຫ້ເຂົ້າສູ່ລວງເລິກ ແລະ ກວ້າງຂວາງຂຶ້ນ; ພາຍຫຼັງກອງປະຊຸມສະຫຼູບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຈັດຂຶ້ນລະຫວ່າງວັນທີ 14-15 ກັນຍາ 2022. ສູນກາງພັກ ແລະ ລັດຖະບານ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕິດພັນກັບການເປີດຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ, ພ້ອມນັ້ນ ກໍ່ໄດ້ອອກຄໍາສັ່ງແນະນໍາ ກ່ຽວກັບການຜັນຂະຫຍາຍຜົນສໍາເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ສະບັບເລກທີ 233/ຄລສພ, ລົງວັນທີ 07 ພະຈິກ 2022 ເພື່ອຍູ້ແຮງການຜັນຂະຫຍາຍວຽກງານດັ່ງກ່າວ ໃຫ້ເຂົ້າສູ່ຕົວຈິງ ແລະ ເປັນຮູບປະທໍາຫຼາຍຂຶ້ນ, ໃນນັ້ນ ວຽກງານ 3 ສ້າງ ແມ່ນໃຫ້ ‘‘ສືບຕໍ່ ປັບປຸງ ແລະ ສ້າງນິຕິກໍາຮັບໃຊ້ວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ໃຫ້ເປັນມາດຕະຖານ ແລະ ມີມາດຕະການໃນການຈັດຕັ້ງປະຕິບັດ ໃຫ້ມີຄວາມຈະແຈ້ງ ເພື່ອເປັນບ່ອນອີງ ແລະ ມີຄວາມສາມາດໃນການຈັດຕັ້ງປະຕິບັດໃຫ້ເປັນຈິງໃນຕໍ່ ໜ້າ’’ ໂດຍປະຕິບັດຕາມເນື້ອໃນທິດຊີ້ນໍານີ້ ກະຊວງພາຍໃນ ໄດ້ທົບທວນ ແລະ ປັບປຸງນິຕິກໍາຈໍານວນໜຶ່ງ ເພື່ອເຮັດໃຫ້ນະໂຍບາຍ 3 ສ້າງ ໄດ້ຫັນເຂົ້າສູ່ຕົວຈິງ ຢ່າງເລິກເຊິ່ງກວ່າເກົ່າ ໂດຍໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ກໍຄື ຈາກນະຄອນຫຼວງວຽງຈັນ ແລະ ບັນດາແຂວງ.
ຈຸດປະສົງຂອງການຮ່າງຄໍາແນະນໍາການຈັດຕັ້ງປະຕິບັດນະໂຍບາຍ 3 ສ້າງ ເພື່ອເຮັດໃຫ້ບັນກະຊວງ-ອົງການອ້ອມຂ້າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຮັບຮູ້, ເຊື່ຶອມຊຶມ, ເຂົ້າໃຈແຈ້ງຂິຶ້ນຕື່ມກ່ຽວກັບເນື້ອໃນຈິດໃຈ ຂອງການຈັດຕັ້ງປະຕິບັດສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໃຫ້ມີປະສິດທິຜົນ ແລະ ມີຜົນສຳເລັດ ຕິດພັນກັບຜົນງານການສ້າງຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ຍັງຈະໄດ້ສືບຕໍ່ປັບປຸງການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບການບໍລິຫານລັດ ຕາມທິດນໍາ 3 ສ້າງໃຫ້ປະກົດຜົນເປັນຈິງ ເພື່ອເປັນການກໍານົດກົນໄກການພົວພັນປະສານງານ ແລະ ຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນໃນການຈັດຕັ້ງຜັນຂະຫຍາຍນະໂຍບາຍ 3 ສ້າງ ຕື່ມອີກ.

0Shares
loພາສາລາວ