ກະຊວງພາຍໃນ ສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2023 ແລະ ວາງທິດທາງແຜນການ ປະຈໍາປີ 2024

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024 ຂອງກະຊວງພາຍໃນ ໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2024 ນີ້ ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ຫຼື ICTC ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີບັນດາທ່ານຮອງລັດຖະມົນຕີກະຊວງ-ຮອງຫົວໜ້າອົງການຂັ້ນສູງກາງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ-ຮອງເຈົ້າ ແຂວງ, ຄະນະຫ້ອງການ, ກົມ, ສະຖາບັນ ແລະ ສູນ ກະຊວງພາຍໃນ, ບັນດາຫົວໜ້າ-ຮອງຫົວໜ້າພະແນກພາຍໃນແຂວງ ແລະ ນະຄອນຫຼວງ, ຫົວໜ້າ-ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ບັນດາກະຊວງ, ອົງການ ອ້ອມຂ້າງສູນກາງ ພ້ອມດ້ວຍພະນັກງານອາວຸໂສບຳນານ ແລະ ພະນັກງານ-ລັດຖະກອນ ກະຊວງພາຍໃນ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2023 ແລະ ວາງທິດທາງແຜນການ ປະຈໍາປີ 2024 ຂອງຂະ ແໜງການພາຍໃນ ໄຂຂຶ້ນໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ, ກໍ່ຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນ, ວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາຂະແໜງການພາຍໃນ ໄລຍະ 10 ປີ (2016-2025) ແລະ ແຜນພັດທະນາຂະແໜງການພາຍໃນໄລຍະ 5 ປີ (2021-2025) ຢ່າງເປັນຂະບວນຟົດຟື້ນ. ກອງປະຊຸມຄັ້ງນີ້ ຈະໄດ້ການຕີລາຄາ ແລະ ທົບທວນຄືນການນຳພາ-ຊີ້ນຳຂອງຄະນະນຳກະຊວງ ພ້ອມທັງການຈັດຕັ້ງປະຕິບັດບັນດາວຽກງານວິຊາສະເພາະທີ່ຕິດພັນກັບພາລະບົດບາດຂອງຂະແໜງການພາຍໃນ ເປັນຕົ້ນແມ່ນ ການຕີລາຄາບັນດາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນປີ 2023 ທີ່ຜ່ານມາ ແລະ ທິດທາງແຜນການ ປີ 2024; ຮັບຟັງການນຳສະເໜີລາຍງານ ແລະ ປະກອບຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂະແໜງການພາຍໃນຢູ່ຂັັ້ນທ້ອງຖິ່ນຈຳນວນໜື່ງ. 1 ປີ ຜ່ານມາເຖິງແມ່ນວ່າມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ແຕ່ພາຍໃຕ້ການ ນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ລັດຖະບານ ເວົ້າລວມ, ເວົ້າສະເພາະແມ່ນການນໍາພາຊີ້ນໍາ ຂອງຄະນະບໍລິຫານງານພັກ ກະຊວງພາຍໃນ ແລະ ດ້ວຍຄວາມສາມັກຄີເປັນປຶກແຜ່ນຂອງພະນັກງານ-ລັດຖະກອນຂະແໜງການພາຍໃນ ທົ່ວປະເທດ ພ້ອມກັນສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເຮັດໃຫ້ບັນລຸຜົນສໍາເລັດໜ້າທີ່ການເມືອງ ຕາມພາລະບົດບາດ ແລະ ຫນ້າທີ່ ທີ່ໄດ້ຮັບມອບໝາຍຫຼາຍໆດ້ານ.
ຈາກນັ້ນ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ໂດຍໄດ້ສັງເກດຕີລາຄາຄືນບັນດາຜົນງານທີ່ຍາດມາໄດ້, ບັນດາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງໄດ້ວາງທິດທາງແຜນການເຄື່ອນໄຫວວຽກງານຈຸດສຸມທີ່ຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດ ໃນປີ 2024 ຂອງຂະແໜງພາຍໃນ. 1 ປີຜ່ານມາ ກະຊວງພາຍໃນ ໄດ້ຄົ້ນຄວ້າສະເໜີລັດຖະບານອອກນິຕິກໍາຈໍານວນໜຶ່ງ ເປັນຕົ້ນແມ່ນ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ຂໍ້ຕົກລົງເລກທີ 77/ນຍ, ປີ 2023 ວ່າດ້ວຍການແບ່ງຄວາມຮັບຜິດຊອບວຽກງານການກໍານົດຕໍາແໜ່ງງານໃຫ້ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນຮັບຜິດຊອບໂດຍກົງ ແລະ ກະຊວງພາຍໃນ ໄດ້ອອກຄໍາແນະນໍາເລກທີ 04/ພນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ. ມາຮອດປະຈຸບັນ ຕໍາແໜ່ງງານ ໄດ້ຖືກຮັບຮອງແລ້ວ 1.593 ຫົວໜ່ວຍ (ໃນຈໍານວນ 4.382 ຫົວໜ່ວຍ) ເທົ່າກັບ 36,35% ແລະ ອົງການປົກຄອງຂັ້ນແຂວງໄດ້ຮັບຮອງການກໍານົດຕໍາແໜ່ງໄດ້ 676 ຫົວໜ່ວຍ ໃນຈໍານວນ 3.219 ຫົວໜ່ວຍ (ຂັ້ນແຂວງ 157 ຫົວໜ່ວຍ, ຂັ້ນເມືອງ 519 ຫົວໜ່ວຍ) ເທົ່າກັບ 21% ຂອງຫົວໜ່ວຍທັງໝົດຢູ່ຂັ້ນແຂວງ; ໄດ້ຈັດກອງປະຊຸມເປີດກວ້າງທາບທາມຄໍາຄິດເຫັນໃສ່ຮ່າງດໍາລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ຮ່າງດໍາລັດວ່າດ້ວຍພາລະກອນ ຢູ່ຂັ້ນສູນກາງ 01 ຄັ້ງ ແລະ ຂັ້ນທ້ອງຖິ່ນ 09 ຄັ້ງ; ຄົ້ນຄວ້າປັບປຸງນິຕິກໍາກ່ຽວກັບການບໍລິຫານບ້ານ ທັງໝົດ 06 ສະບັບ: ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານ, ການປະກອບສ່ວນພັດທະນາບ້ານຂອງປະຊາຊົນ, ການຄຸ້ມຄອງຄ່າຄໍານຽມ ແລະ ຄ່າບໍລິການເອກະສານຂອງອົງການປົກຄອງບ້ານ, ມາດຖານການສ້າງອົງການປົກຄອງບ້ານໜັກແໜ້ນເຂັ້ມແຂງ, ການສ້າງກົດລະບຽບບ້ານ, ການສ້າງຕັ້ງ ຍຸບເລີກ ໂຮມເຂົ້າ ແຍກອອກ ແລະ ປ່ຽນຊື່ບ້ານ, ການຄຸ້ມຄອງ ແລະ ການນໍາໃຊ້ເຄື່ອງແບບຂອງນາຍບ້ານ ແລະ ຮອງນາຍບ້ານ; ສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງຕາແສງ: ໂດຍໄດ້ລົງເກັບກໍາຂໍ້ມູນຢູ່ໃນ 11 ເມືອງ ຂອງ 10 ແຂວງ: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ວຽງຈັນ, ໄຊສົມບູນ, ຄຳມ່ວນ, ສະຫວັນນະເຂດ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ເພື່ອເປັນຂໍ້ມູນ ແລະ ບ່ອນອີງໃຫ້ແກ່ການສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງຕັ້ງຕາແສງໃນອານາຄົດ; ໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນຂັ້ນແຂວງ (ພະແນກພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ລົງເກັບກຳຂໍ້ມູນ ເສັ້ນເຂດແດນເຊື່ອມຕໍ່ ລະຫວ່າງນະຄອນຫຼວງວຽງຈັນ ກັບບັນດາແຂວງ ແລະ ລະຫວ່າງແຂວງ ກັບແຂວງ ເພື່ອຄົ້ນຄວ້າແກ້ໄຂຮ່ວມກັນ. ມາຮອດປັດຈຸບັນ, ການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ຂັ້ນແຂວງ ໂດຍພື້ນຖານແມ່ນສໍາເລັດຮ້ອຍສ່ວນຮ້ອຍ (100%). ວຽກງານສາມສ້າງ ໄດ້ປະຕິບັດຕາມການຕົກລົງຂອງລັດຖະບານກ່ຽວກັບການຮັບຮອງແຂວງເປັນຫົວໜ່ວຍຍຸດທະສາດ ຈໍານວນ 03 ຫົວໜ່ວຍ ມີ 2 ແຂວງ (ສະຫວັນນະເຂດ, ຈໍາປາສັກ) ແລະ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດຢ່າງເປັນທາງການ.
ວຽກງານຄຸ້ມຄອງພົນລະເມືອງ ໄດ້ເກັບກໍາສະຖິຕິພົນລະເມືອງປະຈໍາປີ 2023 ສັງລວມໄດ້ຈໍານວນພົນລະເມືອງ 7.257.020ຄົນ, ຍິງ 3.617.802 ຄົນ, ໄດ້ຈົດທະບຽນ ແລະ ອອກໃບຢັ້ງຢືນການເກີດ 62.057 ຄົນ, ຍິງ 30.869 ຄົນ; ການເສຍຊີວິດ 13.362ຄົນ, ຍິງ 5.532 ຄົນ; ການແຕ່ງດອງ 11.274 ຄູ່; ການຢ່າຮ້າງ 2.885 ຄູ່; ການປ່ຽນຊື່ 5.160 ຄົນ, ຍິງ 2.650 ຄົນ, ການປ່ຽນນາມສະກຸນ 7.979 ຄົນ, ຍິງ 4.338 ຄົນ; ການປ່ຽນສັນຊາດ ຈໍານວນ 4.761 ຄົນ, ຍິງ 2.765 ຄົນ ແລະ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂການຍົກຍ້າຍທີ່ບໍ່ຖືກຕ້ອງຂອງພົນລະເມືອງ ຢູ່ແຂວງບໍລິຄໍາໄຊ 40 ຄອບຄົວ, ແຂວງຈໍາປາສັກ 125, ໄດ້ຕິດຕັ້ງ ແລະ ນໍາໃຊ້ລະບົບໂມດູນການຈົດທະບຽນການເກີດ, ການເສຍຊີວິດ ແລະ ລະບົບລາຍງານສະຖິຕິການຈົດທະບຽນພົນລະເມືອງ ພ້ອມທັງຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ໃຫ້ຂັ້ນແຂວງ ແລະ ເມືອງ ໄດ້ປ້ອນຂໍ້ມູນເຂົ້າໃນລະບົບ; ວຽກງານຄຸ້ມຄອງອົງການຈັດຕັ້ງທາງສັງຄົມ ກະຊວງພາຍໃນ ໄດ້ອອກນິຕິກໍາສະເພາະທີ່ກ່ຽວຂ້ອງຈໍານວນໜຶ່ງ ເຊັ່ນ: ຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຮັບຮອງກົດລະບຽບ ແລະ ຄະນະບໍລິຫານສະມາຄົມ, ມູນນິທິ ທີ່ສ້າງຕັ້ງໃໝ່ ຈໍານວນ 06 ສະມາຄົມ 05 ມູນນິທິ, ມາຮອດປະຈຸບັນ ມີສະມາຄົມ ແລະ ມູນນິທິ ຈໍານວນ 273 ຫົວໜ່ວຍ, ໃນນັ້ນ ມີ 222 ສະມາຄົມ ແລະ 51 ມູນນິທິ. ວຽກງານຄຸ້ມຄອງລັດຖະກອນ ໄດ້ຄົ້ນຄວ້າອອກນິຕິກໍາຜັນຂະຫຍາຍຍຸດທະສາດວຽກງານຄຸ້ມຄອງລັດຖະກອນ, ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈໍານວນ 05 ຄັ້ງ; ໄດ້ສ້າງບົດຄົ້ນຄວ້າລະບົບການສອບເສັງບັນຈຸລັດຖະກອນໃໝ່ແບບທັນສະໄໝ; ໄດ້ສະເໜີລັດຖະບານອະນຸມັດຕົວເລກລັດຖະກອນໃໝ່ປະຈໍາປີ 2023 ຈໍານວນ 800 ໂກຕ້າ ພ້ອມທັງໄດ້ຊຸກຍູ້, ຕິດຕາມບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ກ່ຽວກັບການປະຕິບັດແຜນແຈກຢາຍຕົວເລກລັດຖະກອນໃໝ່, ການສອບເສັງຄັດເລືອກ ແລະ ບັນຈຸສັບຊ້ອນລັດຖະກອນໃໝ່ ໃຫ້ມີຄວາມໂປ່ງໃສ່, ຍຸຕິທຳ ແລະ ມີປະສິດທິພາບ. ຈັດພິມ ແລະ ແຈກຢາຍບັດພະນັກງານ-ລັດຖະກອນ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ 6.307 ບັດ, ປະຈຸບັນ ມີພະນັກງານ-ລັດຖະກອນ ໄດ້ຮັບບັດຈໍານວນ 34.467 ບັດ ເທົ່າກັບ 33,65% ຂອງລັດຖະກອນທັງໝົດທົ່ວປະເທດ. ໄດ້ສ້າງຕັ້ງສະພາວິທະຍາສາດຂະແໜງການພາຍໃນ ແລະ ແຕ່ງຕັ້ງສະມາຊິກສະພາວິທະຍາສາດຂະແໜງການພາຍໃນ, ໄດ້ລົງເກັບກໍາຂໍ້ມູນເພື່ອຂຽນບົດຄົ້ນຄວ້າກ່ຽວກັບການປົກຄອງຢູ່ປະເທດລາວ, ວຽກງານເອກະສານທາງການ ໄດ້ ທ້ອນໂຮມເອກະສານປະຫວັດສາດກ່ຽວກັບອາຊຽນ ແລະ ເອກະສານກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ 19 ຈຳນວນ 20 ພາກສ່ວນ ແລະ ໄຈ້ແຍກ ແລະ ສ້າງສຳນວນເອກະສານຂອງບັນດາກະຊວງ ແລະ ບັນດາແຂວງ ໄດ້ 629 ສຳນວນ ແລະ 148 ມັດ. ຂຶ້ນບັນຊີ ແລະ ສະຖິຕິເອກະສານຕິດຊັ້ນປຶ້ມຈັດລະບຽບ ແລະ ບູລະນະຕາບຈູນເອກະສານ ໄດ້ 1.426 ຫົວ ແລະ 175 ໃບ, ຂຶ້ນບັນຊີເອກະສານຜ່ານລະບົບໂປຣແກຣມໄດ້ 1.934 ສະບັບ, ສະໜອງເອກະສານຕາມການສະເໜີຂອງພາກສ່ວນຕ່າງໆ ຈຳນວນ 587 ສຳນວນ ແລະ ປື້ມ 262 ຫົວ, ສະແກນເອກະສານໄດ້ທັງໝົດ 21.687 ໜ້າ ແລະ 54 ຮູບພາບ ແປງໄຟລ໌ກະແຊັດມາເປັນໄຟລ໌ MP3 ໄດ້ທັງໝົດ 637 ກະແຊັດ (1.182 ໄຟລ໌ MP3). ໄດ້ ສຳເລັດການວັດແທກ (GPS) ເພື່ອເຊື່ອມໂຍງກັບພາກພື້ນອາຊີ-ປາຊີຟິກ ແລະ ສຳເລັດການຈັດຕັ້ງປະຕິບັດວຽກງານໂຄງການສ້າງແຜນທີ່ມາດຕາສ່ວນ 1/2.000 ເຂດເສດຖະກິດພິເສດສະຫວັນ-ເຊໂນ, ຕົກແຕ່ງ-ແຕ້ມ, ສ້າງແຜນທີ່ຂໍ້ມູນຂ່າວສານພູມສາດມາດຕາສ່ວນ 1/10.000 ເມືອງຄໍາເກີດ ແຂວງບໍລິຄຳໄຊ; ໄດ້ຕິດຕາມ, ຊຸກຍູ້ການເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກະຊວງ-ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ, ໄດ້ເບີກຈ່າຍວັດຖຸຍ້ອງຍໍ ຈໍານວນ 598 ຫຼຽນ ແລະ ໃບຍ້ອງຍໍຈໍານວນ 59 ໃບ ໃນນີ້ ມີຫຼຽນຄໍາແຫ່ງຊາດ 01 ໜ່ວຍ ແລະ ຫຼຽນໂພໄຊລ້າຊ້າງ 01 ໜ່ວຍ.
ກອງປະຊຸມຄັ້ງນີ້ ໄດ້ຕ້ອນຮັບການເຂົ້າຮ່ວມ ແລະ ໂອ້ລົມ ຂອງ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລົດຖະມົນຕີ, ຜູ້ຊີ້ນຳວຽກງານການປົກຄອງ ແລະ ວັດທະນະທໍາ-ສັງຄົມ ເພື່ອໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນບາງບັນຫາວ່າ: ໜື່ງ: ເສີມຂະຫຍາຍ ບົດບາດການນໍາພາຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ ແລະ ຄວາມເປັນແບບຢ່າງໃຫ້ພະນັກງານ-ລັດຖະກອນ, ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນຂະແໜງການພາຍໃນ ກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ການບໍລິຫານຄຸ້ມຄອງລັດໃນໄລຍະໃໝ່ໃຫ້ມີວິທະຍາສາດ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ບົນຈິດໃຈຫ້າວຫັນ, ມີຈັນຍາບັນໃນໜ້າທີ່, ຄວາມຊື່ສັດ, ມີນໍ້າໃຈບໍລິການຮັບໃຊ້ ແລະ ແບບແຜນວິທີເຮັດວຽກຢ່າງຖືກຕ້ອງຕາມຫຼັກການ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການກັບວຽກງານຕົວຈິງ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບໃນການປະຕິບັດວຽກງານຂອງຕົນ. ສອງ: ເພີ່ມທະວີຄວາມຮັບຜິດຊອບໃນການຊຸກຍູ້ ແລະ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງໃນທົ່ວລະບົບການເມືອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມທິດກົງຈັກກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິພາບ ບົນພື້ນຖານການສ້າງຍຸດທະສາດການປັບປຸງກົງຈັກ, ກໍານົດຕໍາແໜ່ງງານໃຫ້ເໝາະສົມກັບວິຊາສະເພາະທີ່ຕ້ອງການ, ສອດຄ່ອງໜ້າວຽກຕົວຈິງ, ການປັບປຸງການຈັດຕັ້ງຕ້ອງຕິດພັນກັບການສ້າງແຜນສັບຊ້ອນ-ຈັດວາງບຸກຄະລາກອນ ໂດຍສະເພາະລັດຖະກອນທີ່ມີຕຳແໜ່ງບໍລິຫານໃຫ້ຖືກຕ້ອງຕາມທິດນຳຂອງພັກທີ່ວ່າ: ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈຳການຕາມເງື່ອນໄຂຕົວຈິງ.
ສາມ: ເອົາໃຈໃສ່ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆກ່ຽວກັບວຽກງານຄຸ້ມຄອງລັດຖະກອນຢ່າງເຂັ້ມງວດ ແລະ ສືບຕໍ່ຄົ້ນຄວ້າປັບປຸງບັນດານິຕິກຳທີ່ບໍ່ທັນສອດຄ່ອງ, ສ້າງກົນໄກ ແລະ ວິທີການຄຸ້ມຄອງພະນັກງານ-ລັດຖະກອນ ຫັນເປັນລະບົບທັນສະໄໝຫຼາຍຂຶ້ນທັງຢູ່ສູນກາງ ແລະ ທ້ອງຖິ່ນ, ຄົ້ນຄວ້າມາດຕະການ ແລະ ວິທີຫານຫຼຸດຜ່ອນຈໍານວນພົນ ໃນກົງຈັກລັດ (ຈາກປັດຈຸບັນ 2,4%ຂອງພົນລະມືອງ ໃຫ້ເຫຼືອ 2,2% ຂອງພົນລະເມືອງ ໃນປີ 2025). ສີ່: ສືບຕໍ່ບັບປຸງ ແລະ ສ້າງນິຕິກໍາຮັບໃຊ້ວຽກງານ 03 ສ້າງ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະການແບ່ງຂັ້ນຄຸ້ມຄອງ ແລະ ກົນໄກການປະສານງານ ລະຫວ່າງຂະແໜງການດ້ວຍກັນ, ສູນກາງ ກັບ ທ້ອງຖິ່ນ ໃນການປົກຄອງດ້ວຍກົດໝາຍ, ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ, ມອບໃຫ້ກະຊວງພາຍໃນເປັນໃຈກາງຊຸກຍູ້ບັນດາກະຊວງ, ອົງການ; ນະຄອນຫຼວງວຽງຈັນ, ແຂວງ; ນະຄອນ, ເມືອງ ແລະ ບ້ານ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ 03 ສ້າງ ໂດຍການລົງຕິດຕາມ, ຊຸກຍູ້ ຊີ້ນໍາ ຂັ້ນທ້ອງຖິ່ນໃນດ້ານທີ່ຍັງບໍ່ທັນບັນລຸເງື່ອນໄຂເທື່ອ. ຫ້າ: ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ໂດຍການຈັດຕັ້ງປະຕິບັດບັນດາກິດຈະກຳໃນການຈົດທະບຽນການເກີດ, ການແຕ່ງດອງ, ການຢ່າຮ້າງ, ການເສຍຊີວິດ ແລະ ການຍົກຍ້າຍ ຕາມລະບຽບການທີ່ມີແລ້ວໃຫ້ກວ້າງຂວາງ ແລະ ເປັນຮູບປະທຳຫຼາຍຂຶ້ນ. ຫົກ: ຍົກສູງຄຸນນະພາບວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ໃຫ້ຖືກຕາມທິດນໍາຂອງພັກ ດ້ວຍການປັບປຸງກົນໄກ, ວິທີການ ແລະ ຂັ້ນຕອນປະເມີນການແຂ່ງຂັນ, ການຄັດເລືອກການຍ້ອງຍໍໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ການຍ້ອງຍໍຜົນງານຕ້ອງຕິດພັນກັບຜົນສໍາເລັດຕົວຈິງໃນການຈັດຕັ້ງປະບັດວຽກງານໃນແຕ່ລະໄລຍະ. ເຈັດ: ເອົາໃຈໃສ່ສືບຕໍ່ຕິດຕາມການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ໂດຍສະເພາະຈຸດທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ເປັນເອກະພາບ ເປັນຕົ້ນແມ່ນເຂດແດນເຊື່ອມຕໍ່ລະຫວ່າງແຂວງກັບແຂວງ, ເມືອງ ກັບ ເມືອງ. ມອບໃຫ້ກະຊວງພາຍໃນ ເປັນເຈົ້າການປະສານສົມທົບກັບບັນດາແຂວງ, ນະຄອນຫຼວງ ກວດກາລະອຽດຄືນຈຸດໃດທີ່ຍັງຄົງຄ້າງ ແລະ ແກ້ໄຂບໍ່ຕົກ ເພື່ອລາຍງານຂໍທິດຊີ້ນຳຈາກລັດຖະບານໃນເວລາອັນຄວນ.ແປດ: ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍເອກະສານທາງການ ເພື່ອເຜີຍແຜ່, ແນະນໍາໃຫ້ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງເຊື່ອມຊຶມໃຫ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ພ້ອມກັນນັ້ນ, ກໍຕ້ອງນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງເອກະສານທາງການໃຫ້ມີປະສິດທິພາບ ແລະ ກວ້າງຂວາງຫຼາຍຂື້ນ. ເກົ້າ: ສືບຕໍ່ເພີ່ມທະວີການຮ່ວມມືກັບຕ່າງປະເທດ ໂດຍສະເພາະບັນດາປະເທດເພື່ອນມິດຍຸດທະສາດ ໃຫ້ການສະໜັບສະໜູນເຂົ້າໃນວຽກງານການປົກຄອງ-ບໍລິຫານລັດ ກໍຄືວຽກງານຂອງຂະແໜງການພາຍໃນ ໃຫ້ຫຼາຍຂື້ນ. ສິບ: ຕ້ອງໄດ້ສຸມໃສ່ສືບຕໍ່ປັບປຸງ ແລະ ຈັດຕັ້ງປະຕິບັດ ເຊັ່ນ: ວຽກງານ ຊົນເຜົ່າ, ສາສະໜາ, ວຽກງານອົງການຈັດຕັ້ງສັງຄົມ, ກົງຈັກການຈັດຕັ້ງຂອງເຂດຖະກິດພິເສດ, ກົງຈັກການຈັດຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ ໃຫ້ມີປະສິດທິພາບ.
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານເຂດແດນເຊື່ອມຕໍ່ຂອງແຂວງໄຊສົມບູນ, ການຈັດຕັ້ງປະຕິບັດວຽກງານການກໍານົດຕໍາແໜ່ງງານ ຂອງແຂວງໄຊຍະບູລີ, ການຈັດຕັ້ງປະຕິບັດວຽກງານການບໍລິຫານຜ່ານປະຕູດຽວແບບທັນສະໄໝ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ການຈັດຕັ້ງປະຕິບັດວຽກງານການບໍລິຫານຜ່ານປະຕູດຽວ ຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ແລະ ຈັດມີພິທີມອບໃບຍ້ອງຍໍ ໃຫ້ແກ່ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕື່ມອີກ.
43Shares
loພາສາລາວ