ການຮ່ວມມື ວຽກງານຄຸ້ມຄອງລັດຖະກອນ ລະຫວ່າງ ລາວ ແລະ ມົງໂກລີ

ທ່ານ ປອ. ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ກ່ຽວກັບ ວຽກງານຄຸ້ມຄອງລັດຖະກອນ ກັບ ທ່ານ ນາງ Tsedevsuren Lkhagva ຫົວໜ້າສະພາຄຸ້ມຄອງລັດຖະກອນ ແຫ່ງ ປະເທດມົງໂກລີ ທີ່ນະຄອນຫຼວງອຸລານບາຕໍ ປະເທດມົງໂກລີ ໃນໂອກາດເປັນຄະນະຜູ້ແທນຂັ້ນສູງຂອງລາວເດີນທາງໄປເຮັດວຽກ ແລະ ຢ້ຽມຢາມ ປະເທດມົງໂກລີ ລະຫວ່າງວັນທີ 11-12 ມິຖຸນາ 2024 ນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຄູເຣລສຸກຄ໌ ໂອຄະນາ ປະທານາທິບໍດີ ແຫ່ງປະເທດມົງໂກລີ.
ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ກ່ຽວກັບ ວຽກງານລັດຖະກອນ ເພື່ອສົ່ງເສີມການຮ່ວມມື ແລະ ການແລກປ່ຽນບົດຮຽນທີ່ດີເຊິ່ງກັນ ແລະ ກັນ ກ່ຽວກັບການພັດທະນາວຽກງານຄຸ້ມຄອງລັດຖະກອນ ພ້ອມດຽວກັນນັ້ນ, ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມືສອງຝ່າຍ ໃນການແລກປ່ຽນການຢ້ຽມຢາມຂອງການນໍາລະດັບສູງ, ລະດັບບໍລິຫານ ແລະ ວິຊາການ ໃນຮູບແບບການຢ້ຽມຢາມທາງລັດຖະການ, ຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມ, ການເຮັດບົດຄົ້ນຄວ້າ ແລະ ການແລກປ່ຽນຂໍ້ມູນຂ່າວສານຮ່ວມກັນກ່ຽວກັບ ວຽກງານຄຸ້ມຄອງລັດຖະກອນ.
ນອກຈາກນີ້, ຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ຍັງໄດ້ຢ້ຽມຊົມພິພິຕະພັນ ຈິງກິສຄານ, ຢ້ຽມຢາມເຮືອນພື້ນເມືອງ ແລະ ຊົມການສາທິດບຸນມະໂຫລານ ນາດໍາ (The Mini Naadam Festival) ແລະ ພ້ອມກັນປູກຕົ້ນໄມ້ ເພື່ອເປັນອານຸສອນ ຢູ່ ສວນສາທາລະນະວັດທະນະທໍາ ມົງໂກລີ, ເຊິ່ງການຢ້ຽມຢາມຄັ້ງນີ້ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໄປ.
0Shares
loພາສາລາວ