ຍົກລະດັບການບໍລິຫານຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບກາງ
![](https://moha.gov.la/wp-content/uploads/2023/03/333869346_5375710549197828_5106901475623002216_n-1024x578.jpg)
ວັນທີ 27 ກຸມພາ 2023 ກະຊວງພາຍໃນ ໄດ້ຈັດພິທີເປີດຊຸດຝຶກອົບຮົມ ການບໍລິຫານຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບກາງ ໃຫ້ແກ່ພະນັກງານຫຼັກແຫຼ່ງ ແລະ ສະມາຊິກກຳມະບານຂອງກະຊວງ ໂດຍການເປັນປະທານຂອງທ່ານນາງ ລີວົງ ລາວລີ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີກະຊວງພາຍໃນ, ມີຄະນະບໍລິຫານງານພັກກະຊວງພາຍໃນ, ບັນດາເລຂາ-ຮອງເລຂາຄະນະໜ່ວຍພັກ ຂອງບັນດາກົມ, ຫ້ອງການ, ສະຖາບັນ ແລະ ສູນ, ຄະນະບໍລິຫານງານກໍາມະບານກະຊວງພາຍໃນ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ສະມາຊິກກໍາມະບານ ເຂົ້າຮ່ວມ. ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 40 ທ່ານ, ຍິງ 12 ທ່ານ.
![](https://moha.gov.la/wp-content/uploads/2023/03/333391852_1628773314238886_834399179275654590_n-1024x578.jpg)
ທ່ານນາງ ລີວົງ ລາວລີ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ກ່າວເປີດຊຸດຝຶກອົບຮົມວ່າ ໃນຊຸມປີຜ່ານມາ ການກໍ່ສ້າງ-ບຳລຸງຍົກລະດັບພະນັກງານກໍ່ຄືສະມາຊິກກຳມະບານ ແມ່ນມີຄວາມຈຳເປັນພາວະວິໄສທີ່ສຸດ, ພະນັກງານ ມີບົດບາດຕັດສິນຕໍ່ຜົນໄດ້-ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງຂອງພັກ, ວຽກງານຂອງລັດ, ຢູ່ໃນສະພາບຄວາມເປັນຈິງຂອງສະມາຊິກກຳມະບານ ແລະ ພະນັກງານ-ລັດຖະກອນຂອງພວກເຮົາໃນປັດຈຸບັນມັນມີຄວາມຈຳເປັນ ທີ່ຕ້ອງສ້າງບາດກ້າວບຸກທະລຸ ດ້ານການບຳລຸງກໍ່ສ້າງສະມາຊິກກຳມະບານ ແລະ ພະນັກງານທຸກຂັ້ນ ໂດຍ ເນັ້ນໃສ່ 3 ດ້ານ ໄປພ້ອມໆກັນຄື: ດ້ານປະລິມານ ແມ່ນໃຫ້ມີຈໍານວນທີ່ພຽງພໍໂດຍພື້ນຖານ ມີຄວາມຮູ້ຄວາມສາມາດ ແລະ ເອົາໃຈໃສ່ຕໍ່ຜົນສໍາເລັດຂອງວຽກງານ, ດ້ານຄຸນນະພາບ ແມ່ນໃຫ້ ສູງຂຶ້ນ ສະມາຊິກກຳມະບານ ຫຼື ພະນັກງານຜູ້ໜຶ່ງສາມາດປະຕິບັດວຽກໃຫ້ໄດ້ຫຼາຍວຽກ ແລະ ສ້າງລະບອບລະບຽບການຕ່າງໆ ກ່ຽວກັບພະນັກງານ ເປັນຕົ້ນ ລະບອບການເລືອກເຟັ້ນ, ນຳໃຊ້ ແລະ ຄຸ້ມຄອງ ພະນັກງານໃຫ້ມີປະສິດທິຜົນສູງຂຶ້ນ.
![](https://moha.gov.la/wp-content/uploads/2023/03/333927899_742511707398490_489185113516719865_n-1024x578.jpg)
ການຈັດຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ຄົ້ນຄວ້າບົດຮຽນທັງໝົດມີ 7 ບົດ ທີ່ປິ່ນອ້ອມ ການບໍລິຫານຄຸ້ມຄອງລັດ ຄື: ການບໍລິຫານລັດໃນລະບົບການເມືອງ ສປປ ລາວ, ການນຳພາ-ຄຸ້ມຄອງ, ການຄຸ້ມຄອງພະນັກງານ-ລັດຖະກອນ, ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ, ການສ້າງເອກະສານທາງການ, ການວາງແຜນ ແລະ ຄຸ້ມຄອງໂຄງການ, ການຄຸ້ມຄອງ ແລະ ກວດກາງົບປະມານ. ຊຸດຝຶກອົບຮົມຄັ້ງນີ້ ຈະດຳເນີນໄປເປັນເວລາ 10 ວັນຈຶ່ງຈະອັດລົງ.