ພິທີມອບອຸປະກອນໄອທີ ໃຫ້ແຂວງບໍ່ແກ້ວ

ວັນທີ 06 ທັນວາ 2023 ນີ້, ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ພະແນກພາຍໃນແຂວງບໍ່ແກ້ວ ໄດ້ຮ່ວມກັນຈັດພິທີມອບ-ຮັບອຸປະກອນໄອທີ ຈາກໂຄງການຈົດທະບຽນ ແລະ ສະຖິຕິ ພົນລະເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ, ເລຂາຄະນະພັກ-ລັດຖະມົນຕີກະຊວງພາຍໃນ, ທ່ານ ເພັງສອນ ແກ້ວວີໄລ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ແລະ ວຽກງານພັກ-ພະນັກງານ ແຂວງບໍ່ແກ້ວ, ມີຄະນະພະແນກພາຍໃນແຂວງ-ຫົວໜ້າຫ້ອງການພາຍໃນເມືອງ ພ້ອມດ້ວຍວິຊາການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີມອບ-ຮັບອຸປະກອນຄັ້ງນີ້ ໂດຍແມ່ນ ທ່ານ ເສົາທຽນ ວົງໄຊຍາ ຮອງຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ເປັນຜູ້ກ່າວມອບ ແລະ ທ່ານ ບຸນມາ ສີລິປັນຍາ ຫົວໜ້າພະແນກພາຍໃນແຂວງບໍ່ແກ້ວ ເປັນຜູ້ກ່າວຮັບ ແລະ ມອບຕໍ່ໃຫ້ຂະແໜງຮັບຜິດຊອບວຽກງານຄຸ້ມຄອງພົນລະເມືອງ ແລະ ຫ້ອງການພາຍໃນເມືອງ ເພື່ອນໍາໃຊ້ເຂົ້າໃນການຕິດຕັ້ງເຊື້ອມຕໍ່ລະບົບຂໍ້ມູນຄຸ້ມຄອງພົນລະເມືອງແບບເອເລັກໂຕຣນິກ ກໍ່ຄືອໍານວຍຄວາມສະດວກໃຫ້ວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ, ຊຶ່ງປະກອບມີ ຄອມພີວເຕີແລັບທອບ ຈຳນວນ 11 ເຄື່ອງ, ເຄື່ອງພິມເອກະສານ 06 ເຄື່ອງ ພ້ອມນ້ຳມືກ ແລະ ເຄື່ອງສະແກນເອກະສານ 06 ເຄື່ອງ ລວມເປັນມູນຄ່າທັງໝົດ 238 ລ້ານກ່ວາກີບ
ໃນໂອກາດນີ້, ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ, ເລຂາຄະນະພັກ-ລັດຖະມົນຕີກະຊວງພາຍໃນ ມີຄຳເຫັນຕໍ່ພິທີວ່າ: ການສະໜອງອຸປະກອນໄອທີ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ໃນຄັ້ງນີ້ເພື່ອແນໃສ່ເຮັດໃຫ້ການຄຸ້ມຄອງພົນລະເມືອງເຂົ້າສູ່ລະບົບທີ່ທັນສະໄໝ, ຮັບປະກັນທາງດ້ານປະສິດທິພາບສູງ, ມິຄວາມຊັດເຈນ ແລະ ມີຄວາມຖືກຕ້ອງຫຼາຍຂຶ້ນ, ຊຶ່ງການຈົດທະບຽນ ແລະ ເກັບກຳສະຖິຕິພົນລະເມືອງ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ໃນການໃຫ້ເອກະລັກທາງດ້ານກົດໝາຍແກ່ບຸກຄົນ, ສິດຂອງພົນລະເມືອງ ແລະ ຮັບຮູ້ຄວາມເປັນຕົວຕົນຕໍ່ກົດໝາຍຂອງບຸກຄົນ, ເປັນຫຼັກຖານທີ່ອ້າງອີງໃຫ້ແກ່ບຸກຄົນ, ເປັນຂໍ້ມູນໃນການເກີດ, ອາຍຸ, ສາຍພົວພັນຂອງພໍ່ແມ່ ແລະ ຍາດຕິພີ່ນ້ອງ ພ້ອມທັງຈະໄດ້ຮັບສິດໃນການປົກປ້ອງຕໍ່ຜົນປະໂຫຍດຂອງບຸກຄົນ ລວມເຖິງການເຂົ້າເຖິງການບໍລິການຕ່າງໆ. ທ່ານຮອງລັດຖະມົນຕີກະຊວງພາຍໃນ ຍັງຮຽກຮ້ອງມາຍັງຂະແໜງການກ່ຽວຂ້ອງ ຈົ່ງໄດ້ນຳໃຊ້ອຸປະກອບດັ່ງກ່າວໃຫ້ຖືກຕາມເປົ້າໝາຍ, ຮັບປະກັນເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດ ແລະ ເກີດປະໂຫຍດສຸງສຸດ ພ້ອມທັງມີການຄຸ້ມຄອງ, ບຳລຸງປົກປັກຮັກສາ ເພື່ອໃຫ້ຊົມໃຊ້ໄດ້ຢ່າງຍາວນານ.
0Shares
loພາສາລາວ