ພິທີເປີດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ຢູ່ ແຂວງບໍ່ແກ້ວ

ພິທີເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ eCRVS ຢູ່ແຂວງບໍ່ແກ້ວ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2024 ທີ່ ເມືອງຫ້ວຍຊາຍ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ທ່ານ ປອ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ດຣ ແຊມເມວ ຊ່ຽວຊານອາວຸໂສດ້ານສາທາລະນະສຸກ ຂອງທະນາຄານໂລກ, ທ່ານ ນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ, ເຈົ້າເມືອງຈາກ 05 ເມືອງຂອງແຂວງບໍ່ແກ້ວ ແລະ ຫົວໜ້າ-ຮອງຫົວໜ້າພະແນກພາຍໃນແຂວງບໍ່ແກ້ວ, ຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນ 05 ເມືອງ, ຄະນະຮັບຜິດຊອບຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ, ການຈັດຕັ້ງບ້ານເປົ້າໝາຍ 18 ບ້ານ ເຂົ້າຮ່ວມ.
ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນເປີດພິທີວ່າ: ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນວຽກງານໜຶ່ງທີ່ສຳຄັນ ຕິດພັນກັບການປົກປ້ອງສິດຜົນປະໂຫຍດຂອງພົນລະເມືອງ, ສະໜັບສະໜູນການປົກຄອງທີ່ດີ ແລະ ການພັດທະນາເພື່ອໃຫ້ທຸກຄົນໄດ້ຮັບເອກະສານທາງກົດໝາຍຈາກການຈົດທະບຽນການເກີດ, ການເສຍຊີວິດ ແລະ ເຫດການອື່ນໆທີ່ສໍາຄັນ ຈໍາເປັນໃນຊີວິດ ເພື່ອລະບຸຕົວຕົນ, ສະຖານະພາບການເປັນພົນລະເມືອງ ແລະ ການປະຕິບັດສິດຕ່າງໆ, ມີຕົວເລກສະຖິຕິທີ່ຖືກຕ້ອງ, ສົມບູນ ແລະ ທ່ວງທັນກັບເວລາ. ສໍາລັບລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ໄດ້ເລີ່ມພັດທະນາໃນປີ 2022 ແລະ ໄດ້ເປີດການນໍາໃຊ້ລະບົບການຈົດທະບຽນການເກີດ ແລະ ການເສຍຊີວິດໃນເດືອນກຸມພາ 2023 ເປັນຕົ້ນມາ. ລະບົບດັ່ງກ່າວ ຕອບສະໜອງຂໍ້ມູນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ ແລະ ຄົ້ນຫາຂໍ້ມູນຂອງພົນລະເມືອງ ໄດ້ສະດວກ ແລະ ວ່ອງໄວ, ວິເຄາະວິໄຈ ສະຖິຕິພົນລະເມືອງ ເພື່ອວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ເປົ້າໝາຍຕົວຊີ້ວັດແຜນພັດທະນາແບບຍຶນຍົງ, ຖະແຫຼງການ ແລະ ຂໍ້ຕົກລົງຕ່າງໆ ທີ່ລັດຖະບານໄດ້ຮ່ວມລົງນາມ ແລະ ຮັບຮອງກັບສາກົນ. ການເປີດຂະບວນການຈົດທະບຽນການເກີດໃນຄັ້ງນີ້ ແມ່ນສ້າງຂະບວນປຸກລະດົມຄວາມຮັບຮູ້ ແລະ ຄວາມຕື່ນຕົວຂອງພົນລະເມືອງ ຢ່າງຕໍ່ເນື່ອງ ໂດຍຜ່ານທຸກຊ່ອງທາງ ເພື່ອໃຫ້ພົນລະເມືອງມາຊົມໃຊ້ການບໍລິການການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນເອເລັກໂຕຣນິກ ຢ່າງທົ່ວເຖີງ ແລະ ກວ້າງຂວາງ ທັງນີ້ກໍເພື່ອໃຫ້ໄດ້ສະຖິຕິພົນລະເມືອງປະຈໍາປີຈາກລະບົບຂໍ້ມູນການຈົດທະບຽນພົນລະເມືອງ, ຜະລິດ, ເຜີຍແຜ່ ແລະ ນໍາໃຊ້ສະຖິຕິໃນການກໍານົດນະໂຍບາຍ, ການວາງແຜນການ, ການຕິດຕາມ ແລະ ປະເມີນຜົນ.
ທ່ານ ປອ ທອງຈັນ ມະນີໄຊ ເຈົ້າແຂວງແຂວງບໍ່ແກ້ວ ໄດ້ມີຄໍາເຫັນຕໍ່ພິທີວ່າ: ວຽກງານຄູ້ມຄອງພົນລະເມືອງ ຫຼືວ່າ ການເກັບກໍາສະຖິຕິພົນລະເມືອງ ເປັນວຽກງານຍຸດທະສາດແຫ່ງການປົກຄອງຂອງພັກ ແລະ ລັດຖະບານເພາະວ່າພົນລະເມືອງປະກອບດ້ວຍຫຼາຍຊົນເຜົ່າ, ຫຼາຍສາສະໜາ ເຊີ່ງເປັນກໍາລັງແຫ່ງຄວາມສາມັກຄີໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍ່ຄື ບ້ານເກີດຂອງຕົນ ແລະ ມີຄວາມສໍາຄັນຫຼາຍ ສໍາລັບເມືອງຫ້ວຍຊາຍ ກໍຄື ແຂວງບໍ່ແກ້ວ ການຈະຫັນວຽກງານຄຸ້ມຄອງພົນລະເມືອງໄປສູ່ລະບົບທີ່ທັນສະໄໝ ໃນໄລຍະຜ່ານມາຄະນະພັກ, ອົງການປົກຄອງແຂວງບໍ່ແກ້ວ ໄດ້ໃຫ້ຄວາມສໍາຄັນຫຼາຍຕໍ່ກັບວຽກງານດັ່ງກ່າວ ໂດຍໄດ້ກໍານົດ ເຂົ້າເປັນວຽກງານໜຶ່ງໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງບໍ່ແກ້ວ, ໂດຍສະເພາະແມ່ນ ວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ, ເຊິ່ງໄດ້ກໍານົດຄາດໝາຍສູ້ຊົນຮອດປີ 2025 ຈະສູ້ຊົນໃຫ້ພົນລະເມືອງ ແລະ ເດັກເກີດໃໝ່ ໃຫ້ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການຢ່າງໜ້ອຍໃຫ້ໄດ້ 70% ຂຶ້ນໄປ ໂດຍແຂວງບໍ່ແກ້ວ ຈະພະຍາຍາມສູ້ຊົນ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ການເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ເປັນການອໍານວຍຄວາມສະດວກໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການຂອງພາກລັດ ໄດ້ສະດວກ ແລະ ວ່ອງໄວ, ເປັນການເພີ່ມຄວາມເຂົ້າໃຈ ແລະ ປຸກລະດົມຄວາມຕື່ນຕົວຂອງພົນລະເມືອງ ໃຫ້ເຂົ້າມາໃຊ້ການບໍລິການ ການຈົດທະບຽນການເກີດ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນເອງ ກໍ່ຄື ບຸກຄົນກ່ຽວຂ້ອງ. ທັງເປັນການເພີ່ມຈໍານວນການຈົດທະບຽນການເກີດ ເຂົ້າລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ໃຫ້ບັນລຸເປົ້າໝາຍ, ໃຫ້ພົນລະເມືອງທຸກຄົນ ໄດ້ຮັບເອກະສານຢັ້ງຢືນສະຖານະພາບການເປັນພົນລະເມືອງລາວ ຈາກການຈົດທະບຽນ ແລະ ສາມາດນໍາໃຊ້ຂໍ້ມູນສະຖິຕິພົນລະເມືອງ ປະກອບສ່ວນເຂົ້າໃນການວາງນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ eCRVS ຢູ່ ແຂວງບໍ່ແກ້ວ ຄັ້ງນີ້ ໄດ້ແບ່ງທິມງານອອກເປັນ 5 ທິມງານ ລົງໂຄສະນາເຜີຍແຜ່ ແລະ ເກັບກໍາຂໍ້ມູນການແຈ້ງເກີດຢູ່ 18 ບ້ານ ປະກອບມີຈໍານວນທັງໝົດ 4830 ຄອບຄົວ ແລະ ມີພົນລະເມືອງທັງໝົດ 23185ຄົນ,ຍິງ11571 ຄົນ.
0Shares
loພາສາລາວ