ລັດຖະມົນຕີກະຊວງພາຍໃນຕິດຕາມຊຸກຍູ້ວຽກງານຂະແໜງພາຍໃນ ຢູ່ແຂວງບໍ່ແກ້ວ

ວັນທີ 27 ມິຖຸນາ 2024 ນີ້ ພະແນກພາຍໃນແຂວງບໍ່ແກ້ວ ໄດ້ຕ້ອນຮັບທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ທີ່ມາເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຂະແໜງພາຍໃນ ຢູ່ ແຂວງບໍ່ແກ້ວ ໂດຍການຕ້ອນຮັບຂອງທ່ານ ບຸນມາ ສີລິປັນຍາ ຫົວຫນ້າພະແນກພາຍໃນແຂວງບໍ່ແກ້ວ, ມີຄະນະພະແນກພາຍໃນແຂວງ, ຫົວໜ້າຫ້ອງການພາຍໃນເມືອງ ແລະ ພະນັກງານ-ວິຊາການພະແນກພາຍໃນແຂວງ ຫ້ອງການພາຍໃນເມືອງ ເຂົ້າຮ່ວມ.
ການລົງຕິດຕາມຊຸກຍູ້ວຽກງານຂະແໜງພາຍໃນ ຄັ້ງນີ້ ໄດ້ຮັບຟັງການລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂະແໜງພາຍໃນ ຈາກ ທ່ານ
ຫົວໜ້າພະແນກພາຍໃນແຂວງບໍ່ແກ້ວ ໂດຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ, ສີ່ງທ້າທາຍ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ.
ຈາກນັ້ນ, ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ພະແນກພາຍໃນຍາດມາໄດ້ໃນໄລຍະຜ່ານ, ໃນນັ້ນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍວຽກງານຂະແໜງພາຍໃນ ໂດຍສະເພາະວຽກຈຸດສຸມຈໍານວນໜຶ່ງ ທີ່ຈະຕ້ອງພ້ອມກັນສູ້ຊົນຈັດຕັ້ງປະຕິບັດ ເປັນຕົ້ນ: ສືບຕໍ່ປັບປຸງກົງຈັກການຈັດຕັ້ງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ຕິດພັນກັບການກໍານົດຕໍາແໜ່ງງານຕາມທິດກະທັດຮັດ ບໍ່ຊໍ້າຊ້ອນກ້າວກ່າຍວຽກງານກັນ ມີຄວາມເຂັ້ມແຂງໜັກແໜ້ນເປັນລະບົບໂລ່ງລຽນ ວ່ອງໄວ ແລະ ມີປະສິດທິຜົນ, ຫັນການບໍລິຫານລັດເປັນທັນສະໄໝ ຫຼຸດຜ່ອນຂອດຂັ້ນ, ຫັນການບໍລິຫານຂອງລັດລົງສູ່ຮາກຖານ ແລະ ຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ໃນຂອບເຂດທົ່ວປະເທດ. ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ເປັນທັນສະໄໝ ຫຼຸດຜ່ອນຈໍານວນພະນັກງານ-ລັດຖະກອນລົງ, ຄົ້ນຄວ້າການສອບເສັງເລື່ອນຕໍາແໜ່ງບໍລິຫານ, ຫັນພະນັກງານຈາກສູນກາງລົງສູ່ທ້ອງຖິ່ນ ແລະ ທ້ອງຖິ່ນມາຢູ່ສູນກາງ, ຄົ້ນຄວ້າລະບຽບການນະໂຍບາຍເງີນເດືອນ ເງິນອຸດໜູນໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຕິບັດນະໂຍບາຍສົ່ງເສີມວິຊາການຕໍ່ພະນັກງານ ທີ່ມີຜົນງານໃນການປະຕິບັດໜ້າທີ່. ຈັດຕັ້ງປະຕິບັດໂຄງການຈົດທະບຽນ ແລະ ສະຖິຕິ ພົນລະເມືອງດ້ວຍລະບົບທັນສະໄໝ ໃນຂອບເຂດທົ່ວປະເທດ ທີ່ພົວພັນເຖີງຄວາມຮັບຜິດຊອບຂອງຂະແໜງພາຍໃນ ເປັນຕົ້ນແມ່ນ ການຈົດທະບຽນການເກີດ ການແຕ່ງດອງ ການຢ່າຮ້າງ ການເສຍຊີວິດ ແລະ ການຍົກຍ້າຍຂອງພົນລະເມືອງ. ຄົ້ນຄວ້າການສ້າງກົງຈັກການປົກຄອງຂັ້ນຕາແສງ ທີ່ເປັນຂອດລະຫວ່າງກາງຂອງຂັ້ນບ້ານ ກັບ ເມືອງ ໝາຍວ່າລະບົບການປົກຄອງຂອງ ສປປ ລາວ ມີ 3 ຂັ້ນຄື: ຂັ້ນແຂວງ, ເມືອງ ແລະ ຕາແສງ ສ່ວນບ້ານແມ່ນການຈັດຕັ້ງຊຸມຊົນ, ສືບຕໍ່ຈັດຕັ້ງປະຕິບັດວຽກງານສາມສ້າງ ພ້ອມທັງຈັດກອງປະຊຸມທົ່ວປະເທດເພື່ອສະຫຼຸບຕີລາຄາຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບການຈັດຕັ້ງປະຕິບັດວຽກງານສາມສ້າງ ເຂົ້າສູ່ລວງເລິກ. ຄົ້ນຄວ້າຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານເທືຶ່ອລະກ້າວ ແລະ ຫັນພະນັກງານ-ວິຊາການ ຢູ່ຫົວໜ່ວຍດັ່ງກ່າວ ເປັນພາລະກອນ.
ໂອກາດນີ້ ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ຍັງໄດ້ຕາງຫນ້າມອບອຸປະກອນໄອທີໃຫ້ແກ່ພະແນກພາຍໃນແຂວງ ແລະ ຫ້ອງການພາຍໃນເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານການຈົດທະບຽນພົນລະເມືອງຢູ່ແຂວງບໍ່ແກ້ວ, ເຊິ່ງອຸປະກອນທີ່ນໍາມາມອບປະກອບມີ ເຄື່ອງພິມເອກະສານ 5 ເຄື່ອງ, ຊຸດເຄື່ອງສາຍພາບ LCD 5 ຊຸດ, ລໍາໂພງເຄື່ອນທີ່ 5 ໜ່ວຍ ແລະ ແທັບເລັດ 11ໜ່ວຍ ລວມມູນຄ່າ 174.000.000 ກີບ ໂດຍອຸປະກອນທີ່ມອບແມ່ນນອນໃນໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ.
0Shares
loພາສາລາວ