ລັດຖະມົນຕີກະຊວງພາຍໃນ ຕິດຕາມຊຸກຍູ້ວຽກງານຢູ່ເຂດເສດຖະກິດພິເສດແຂວງຫລວງນໍ້າທາ

ວັນທີ 25 ມິຖຸນາ 2024 ນີ້ ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ຕິດຕາມຊຸກຍູ້ວຽກງານຢູ່ເຂດເສດຖະກິດພິເສດ ແຂວງຫລວງນໍ້າທາ ໂດຍການຕ້ອນຮັບຂອງທ່ານ ສີພອນ ກອງຈໍາປາ ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫລວງນໍ້າທາ, ມີບັນດາຫົວຫນ້າຫ້ອງການ, ກົມ ແລະສະຖາບັນ ຈາກກະຊວງພາຍໃນ, ຫົວໜ້າ-ຮອງຫົວໜ້າພະແນກພາຍໃນແຂວງ,ຫົວໜ້າ-ຮອງຫົວໜ້າພາສີປະຈໍາແຂວງ,ຫົວໜ້າ-ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ,ຫົວໜ້າ-ຮອງຫົວໜ້າປກສເຂດ,ຫົວໜ້າ-ຮອງຫົວໜ້າດ່ານພາສີສາກົນບໍ່ເຕ່ນ,ຫົວໜ້າ-ຮອງຫົວໜ້າດ່ານ ຕມ ບໍ່ເຕ່ນ ເຂົ້າຮ່ວມ.
ທ່ານ ສີພອນ ກອງຈໍາປາ ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫລວງນໍ້າທາ ໄດ້ລາຍງານໃຫ້ທ່ານລັດຖະມົນຕີຊາບວ່າ ເຂດເສດຖະກິດພິເສດແຂວງຫຼວງນໍ້າທາ,ເປັນເຂດທີ່ມີທ່າແຮງໃນຫຼາຍດ້ານເປັນຕົ້ນ: ມີແຫຼ່ງທໍາມະຊາດອຸດົມສົມບູນ,ມີດ່ານສາກົນບໍ່ເຕ່ນ ທີ່ຕິດເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ມີເສັ້ນທາງ 13ເໜືອ ແລະມີເສັ້ນທາງລົດໄຟ ລາວ-ຈີນຜ່ານ ພ້ອມທັງມີສະຖານີລົດ ໄຟ ລາວ-ຈີນ 1ແຫ່ງ, ເຂດນີ້ ສອງລັດຖະບານ ລາວ-ຈີນ ຍັງໄດ້ລົງນາມເຂດຮ່ວມມື ບໍ່ເຕ່ນ ສປປ ລາວ-ບໍ່ຫ່ານ ສປ ຈີນ. ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໄດ້ຮັບອະນຸ ຍາດຈາກລັດຖະບານລາວ ປີ2012 ໃຫ້ພັດທະນາ ໃນເນື້ອທີ່ທັງໝົດ1.640 ຮຕ,ອາຍຸນໍາໃຊ້ 50ປີ ແລະສາມາດຕໍ່ໄດ້ 2ຄັ້ງ, ຄັ້ງລະ 20ປີ. ເຂດດັ່ງກ່າວ ຜູ້ພັດທະນາ ໄດ້ບຸກເບີກເນື້ອທີ່ໃຫ້ຮາບພຽງ ເພື່ອຮອງຮັບການລົງທືນ ມີ 800 ຮຕ ຕາມແຜນແມ່ບົດ ທີ່ສະພາປະຊາຊົນແຂວງ ໄດ້ຮັບຮອງໃນປີ 2019 ມີ 11 ກິດຈະການຫຼັກ, ແຜນຜັງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ໄດ້ແບ່ງເປັນ 4ເຂດກິດຈະການໃຫ່ຍຄື:ເຂດສູນກາງທຸລະກິດ ແລະການເງີນສາກົນ, ເຂດການສືກສາ ແລະການແພດສາກົນ, ເຂດທ່ອງທ່ຽວສາກົນ ແລະເຂດອຸດສາຫະກໍາປຸງແຕ່ງ-ໂລຈິດສະຕິກ,ເຊີ່ງເປັນທ່າແຮງໜື່ງໃນການເຊື່ອມຕໍ່ປະເທດຈີນ ໄປສູ່ບັນດາປະເທດໃນອາຊຽນ,ຕໍ່ກັບທ່າແຮງຂອງເຂດ ຄະນະນໍາຂອງແຂວງກໍໄດ້ສະໜັບສະໜູນໃຫ້ເຂດເສດ ຖະກິດພິເສດບໍ່ເຕ່ນແດນງາມ ແຫ່ງນີ້ ກາຍເປັນສູນກາງເສດຖະກິດພາກເໜືອ ທີ່ມີຄວາມເຂັ້ມແຂງ ໃນຕໍ່ໜ້າ.
ໂອກາດນີ້ ທ່ານ ປອ ວິໄລວົງ ບຸດດາຄໍາ ໄດ້ມີຄໍາເຫັນວ່າ ພາຍຫຼັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງດ່ານສາກົນບໍ່ເຕ່ນ ຊຶ່ງເຫັນໄດ້ວ່າ ແຕ່ລະພາກສ່ວນ ໄດ້ເປັນເຈົ້າການເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານ ຂອງຕົນເຮັດໃຫ້ມີຜົນສໍາເລັດຫລາຍດ້ານ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບຜົນສໍາເລັດທີ່ໄດ້ກ່າວມານັ້ນຍັງມີຂໍ້ຫຍຸ້ງຍາກຫລາຍດ້ານທີ່ຄະນະຄຸ້ມຄອງເຂດເສດຖະກິດພິດເສດແຂວງຫລວງນໍ້າທາຈະຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ ເປັນຕົ້ນແມ່ນ: ການປັບປຸງໂຄງຮ່າງການຈັດຕັ້ງໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ, ການກໍານົດນະໂຍບາຍຕໍ່ພະນັກງານທີ່ປະຕິບັດຫນ້າທີ່ຕ້ອງໃຫ້ຖືກຕ້ອງ ແລະ ຊັດເຈນ ຖືກຕາມລະບຽບກົດຫມາຍ, ການຄົ້ນຄວ້ານິຕິກໍາລຸ່ມກົດຫມາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ຄວນໄດ້ເຜີຍແຜ່ໃຫ້ພະນັກງານ-ລັດຖະກອນໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ພ້ອມທັງກໍາແຫນ້ນໄດ້ແນວທາງເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໃຫ້ມີປະສິດທິພາບ-ປະສິດທິຜົນສູງກວ່າເກົ່າ, ການຈັດສັນສະຖານທີ່ເຊັ່ນ ບ່ອນພັກເຊົ່າ, ສະຖານທີ່ເຮັດວຽກຂອງພະນັກງານງານຕ້ອງໄດ້ຈັດສັນໃຫ້ຖືກຕ້ອງຕາມມາດຕະຖານ, ນອກນີ້ ກົງຈັກການຈັດຕັ້ງຕ່າງໆກໍຕ້ອງໄດ້ກໍານົດເປັນແບບແຜນອັນລະອຽດເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມເຂັ້ມແຂງ.
0Shares
loພາສາລາວ