ກອງປະຊຸມຜັນຂະຫຍາຍເນື້ອໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2022 ແລະ ປະກາດການຈັດຕັ້ງ ກະຊວງພາຍໃນ

ວັນທີ 1 ມີນາ 2023 ນີ້ ກະຊວງພາຍໃນ ໄດ້ຈັດພິທີເຊື່ອມຊຶມການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2022 ຂຶ້ນ, ໂດຍການເປັນປະທານຂອງທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກກະຊວງ ລັດຖະມົນຕີກະຊວງພາຍໃນ, ມີຄະນະປະຈໍາພັກ, ຄະນະພັກກະຊວງ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທີ່ສັງກັດຢູ່ຫ້ອງການ, ບັນດາກົມ, ສະຖາບັນ ແລະ ສູນ ເຂົ້າຮ່ວມ.
อาจเป็นรูปภาพของ 1 คน
ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກກະຊວງ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວເປີດກອງປະຊຸມ ໂດຍທ່ານ ໄດ້ຍົກໃຫ້ເຫັນບາງຕອນວ່າ: ກອງປະຊຸມຜັນຂະຫຍາຍເນື້ອໃນສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2022 ແລະ ປະກາດການຈັດຕັ້ງ ຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນ ເພາະເປັນກອງປະຊຸມຄົ້ນຄ້ວາເຊື່ອມຊືມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ມະຕິກອງປະຊຸມ ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃຫ້ເຂົ້າສູ່ຂະບວນການວຽກງານຕົວຈິງ ໃນແຕ່ລະປີ. ການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໃນໄລຍະ 05 ປີ ຊຶ່ງເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືການຜັນຂະຫຍາຍເນື້ອໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2022 ແມ່ນຢູ່ໃນສະພາບແວດລ້ອມທີ່ປະເທດຊາດກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນຫຼາຍດ້ານ ໂດຍສະເພາະແມ່ນບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ອັດຕາເງິນເຟີ ແຕ່ເຖິງຢ່າງໃດກໍ່ຕາມ ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ແລະ ລັດຖະບານ ຈື່ງສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆໃນໄລຍະຜ່ານມາ ແລະ ເຖີງວ່າຈະຫຍຸ້ງຍາກປານໃດກໍ່ຕາມ ຄະນະຈັດຕັ້ງສູນກາງພັກກໍ່ໄດ້ ຕັດສິນໃຈ ເປີດກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈໍາປີ 2022 ຂຶ້ນ ເພື່ອສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ. ພ້ອມກັນນັ້ນ, ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ປະຈໍາປີ 2022 ຍັງໄດ້ຮັບຟັງບົດໂອ້ລົມຂອງ ສະຫາຍ ນາງ ສີໃສ ສືເດດມູນສອນ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເພື່ອຊີ້ທິດໃຫ້ຄະນະພັກແຕ່ລະຂັ້ນນຳໄປຈັດຕັ້ງຜັນຂະຫຍາຍເປັນອັນລະອຽດເຂົ້າໃນການນຳພາ-ຊີ້ນຳ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໃນຂັ້ນຂອງຕົນຮັບຜິດຊອບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
อาจเป็นรูปภาพของ 5 คน, ผู้คนกำลังยืน และ สถานที่ในร่ม
ທ່ານ ບຸນຍົງ ສີສຸພັນ ຄະນະພັກກະຊວງ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2022 ແລະ ທິດທາງໃນປີ 2023 ສະບັບເລກທີ 01/ຄພ.ພນ ໂດຍຍົກໃຫ້ເຫັນ ສະພາບລວມ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການແຕ່ລະດ້ານ, ຊຶ່ງຄະນະພັກກະຊວງ ໄດ້ຖືເອົາວຽກງານກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ເປັນວຽກຍຸດທະສາດສໍາຄັນ ທັງເປັນວຽກໜຶ່ງ ທີ່ສອດຫ້ອຍເຂົ້າໃນທຸກຂອດຂອງວຽກງານໃນການນໍາພາ; ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ ໃຫ້ສະມາຊິກພັກ-ພະນັກງານເປັນປົກກະຕິ ເຫັນໄດ້ວ່າສະມາຊິກພັກ-ພະນັກງານ ມີຄວາມຮັບຮູ້ ເຂົ້າໃຈ ແລະ ກໍາແໜ້ນບັນດາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ສູງຂຶ້ນ, ມີທັດສະນະການເມືອງຖືກຕ້ອງ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ເປັນເຈົ້າການແກ້ໄຂບັນຫາທີ່ເກີດຂຶ້ນໄດ້ຜົນສໍາເລັດ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິຜົນ.
อาจเป็นรูปภาพของ 5 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม
ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານເອກະສານທີ່ສໍາຄັນຕ່າງໆ ເປັນຕົ້ນແມ່ນ ບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັກຕັ້ງ ປະຈໍາປີ 2022 ແລະ ທິດທາງໜ້າທີ່ ປີ 2022 ສະບັບເລກທີ 27/ຄຈສພ, ບົດໂອ້ລົມ ຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2022, ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາພະນັກງານ ສະບັບເລກທີ 21/ກມສພ, ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນ ແຕ່ງຕັ້ງ ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ 13/ກມສພ ແລະ ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ສະບັບເລກທີ 268/ຄຈສພ.
อาจเป็นรูปภาพของ 6 คน และ ผู้คนกำลังยืน
ນອກຈາກນີ້, ກອງປະຊຸມຍັງໄດ້ປະກາດການຈັດຕັ້ງກະຊວງພາຍໃນ ເພື່ອຈັດຕັ້ງປະຕິບັດວຽກງານພະນັກງານ ໃຫ້ເຂັ້ມງວດ ທັງຮັບປະກັນຄວາມຖືກຕ້ອງ ແລະ ເປັນເອກະພາບທາງດ້ານຫຼັກການ ແລະ ກົດເກນ ໃນການຄຸ້ມຄອງພະນັກງານ ທັງຮັບປະກັນລັກສະນະສືບຖອດປ່ຽນແທນ ແລະ ຍົກສູງຄຸນນະພາບຂອງວຽກງານ ໂດຍສະເພາະ ແມ່ນພະນັກງານທີ່ຈະອອກພັກຜ່ອນ ຮັບອຸດໜູນບໍານານ ຈໍານວນ 8 ທ່ານ ຍິງ 2 ທ່ານ, ການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ປະກອບມີ ຮອງຫົວໜ້າກົມ 5 ທ່ານ ຍິງ 1 ທ່ານ, ຫົວໜ້າພະແນກ 6 ທ່ານ ຍິງ 1 ທ່ານ ແລະ ຮອງຫົວໜ້າພະແນກ 6 ທ່ານ ຍິງ 1 ທ່ານ.
อาจเป็นรูปภาพของ 12 คน, ผู้คนกำลังยืน และ สถานที่ในร่ม
ໃນໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກກະຊວງ ລັດຖະມົນຕີກະຊວງພາຍໃນ ໄດ້ໂອ້ລົມຕໍ່ກອງປະຊຸມ ວ່າ ການພັກຜ່ອນບໍານານຖືເປັນກົດເກນ ແລະ ຫຼັກການໜຶ່ງໃນການຄຸ້ມຄອງພະນັກງານ ກໍຄື ເປັນການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ຄຸນງາມ ຄວາມດີ ຈາກການປະຕິບັດໜ້າທີວຽກງານໄລຍະຜ່ານມາ ຂໍໃຫ້ບັນດາສະຫານທີ່ຮັບບໍານານຮັກສາສຸຂະພາບໃຫ້ແຂງແຮງ ປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ, ການຍົກຍາຍ, ແຕ່ງຕັ້ງພະນັກງານກໍ່ເປັນວຽກງານໜຶ່ງໃນການຮັບປະກັນລັກສະນະສືບທອດ ປ່ຽນແທນ ຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ ເປັນການຍົກສູງຄຸນນະພາບຂອງວຽກງານພະນັກງານ ແລະ ຖັນແຖວພະນັກງານນໍາພາ-ຄຸ້ມຄອງ ສືບຕໍ່ປະກອບສ່ວນສໍາຄັນເຂົ້າ ໃນການເຄື່ອນໄຫວວຽກງານ ຂະແໜງການພາຍໃນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃຫ້ບັນດາສະຫາຍທີ່ໄດ້ຮັບການຍົກຍ້າຍ ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ຕ້ອງໄດ້ເອົາໃຈໃສ່ ຄົ້ນຄວ້າ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດໃຫ້ເລິກເຊິ່ງກວ່າເກົ່າ ປະຕິບັດໜ້າທີ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຫຼາຍກວ່າເກົ່າ ວຽກງານຍິ່ງໜັກ ແລະ ທ້າທາຍຫຼາຍກວ່າເກົ່າຮຽນຮູ້ໃຫ້ຫຼາຍກວ່າເກົ່າ ເພາະວ່າເຮົາມີຕໍາແໜ່ງໜ້າທີ່ວຽກງານໃໝ່ທີ່ຈະຕ້ອງໄດ້ສຶກສາຄົ້ນຄວ້າເລີກເຊິງຮອບດ້ານ.
0Shares