ພະນັກງານ-ລັດຖະກອນແຂວງຄໍາມ່ວນ ໄດ້ຮັບບັດພະນັກງານ-ລັດຖະກອນ

ພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ ພະນັກງານ-ລັດຖະກອນ ພະແນກການ ອົງການ ທຽບເທົ່າຂັ້ນແຂວງ ແລະ ອົງການຈັດຕັ້ງມະຫາຊົນຂອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2023 ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນ ອາລີ ບົວຈູມ ຫົວໜ້າພະແນກພາຍໃນແຂວງຄໍາມ່ວນ ແລະ ທ່ານ ຄໍາກອງ ລາວລີ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ມີຄະນະພະແນກພາຍໃນແຂວງຄໍາມ່ວນ ບັນດາຫົວໜ້າ-ຮອງຫົວໜ້າພະແນກ ອົງການ ທຽບເທົ່າຂັ້ນແຂວງ ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ລັດຖະກອນຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີ ທ່ານ ນ ອາລີ ບົວຈູມ ຫົວໜ້າພະແນກພາຍໃນແຂວງຄໍາມ່ວນ ໄດ້ມີຄໍາເຫັນຕໍ່ກອງປະຊຸມບາງຕອນສໍາຄັນ ວ່າ: ໄລຍະຜ່ານມາ ວຽກງານຄຸ້ມຄອງພະນັກງານ ຍັງມີພະແນກການ, ອົງການ ແລະ ກົມກອງ ຈໍານວນໜຶ່ງ ບໍ່ທັນມີຄວາມຮັດກຸມເທົ່າທີ່ຄວນທາງດ້ານຈໍານວນພົນ ຕໍ່ສະພາບດັ່ງກ່າວໄດ້ເປັນຜົນກະທົບທາງດ້ານລົບຕໍ່ກັບການຄຸ້ມຄອງພະນັກງານ-ລັດຖະກອນ ໃນກົງຈັກການຈັດຕັ້ງຂອງພັກ-ລັດຂັ້ນຕ່າງໆ ແລະ ກໍໃຫ້ເກີດຜົນເສຍຫາຍຕໍ່ງົບປະມານຂອງລັດຢ່າງມະຫາສານ. ສະນັ້ນ, ການອອກບັດພະນັກງານ-ລັດຖະກອນ ເປັນວຽກງານໜຶ່ງ ທີ່ລັດຖະ ບານ ໄດ້ຖືເປັນວຽກງານບູລິມະສິດໜຶ່ງ ທີ່ມີຄວາມສຳຄັນ ແລະ ຈໍາເປັນ ເພາະມີຜົນປະໂຫຍດຫຼາຍ ຕໍ່ພະນັກງານ-ລັດຖະກອນ ໃນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນ ຜູ້ມີໜ້າ ຫຼື ບໍ່ມີໜ້າຕົວຈິງ ຂອງບັນດາພະແນກການ ອົງການ ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ ສອດຄ່ອງຕາມລະບຽບການ ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ເຂົ້າສູ່ລະບຽບຫຼັກການ ແລະ ກົດໝາຍ ການຫັນເປັນທັນສະໄໝ, ບັດພະນັກງານ-ລັດຖະກອນ ສາມາດນໍາໃຊ້ໄດ້ ສາມຢ່າງ ຄື: ໜຶ່ງ ເປັນບັດລັດຖະກອນ, ສອງ ໃຊ້ແທນບັດປະກັນສັງຄົມ, ສາມໃຊ້ແທນບັດ ATM ຊື່ງຈະເຮັດໃຫ້ການເບີກຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ຖືກຕ້ອງສອດຄ່ອງຕາມຄວາມເປັນຈິງ ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທໍາ.
ໃນໂອກາດດຽວກັນ ທ່ານ ຄໍາກອງ ລາວລີ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ ໄດ້ເຜີຍແຜ່ຄໍາແນະນໍາ ສະບັບເລກທີ 01/ພນ ລົງວັນທີ 25 ກຸມພາ 2021 ກ່ຽວກັບການອອກບັດພະນັກງານ-ລັດຖະກອນ ຄໍາແນະນໍາສະບັບດັ່ງກ່າວ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອໃຫ້ການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທ້ອງຖິ່ນ ມີບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ຖືກຕ້ອງ ແລະ ເປັນລະບົບ, ທັງເປັນບ່ອນອີງໃຫ້ອົງການຄຸ້ມຄອງພະນັກງານ-ລັດຖະກອນຂອງບັນດາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ມີຄວາມສະດວກ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
ພິທີມອບ-ຮັບ ບັດພະນັກງານ-ລັດຖະກອນ ຄັ້ງນີ້ ໂດຍການໃຫ້ກຽດມອບຮ່ວມລະຫວ່າງ ທ່ານ ນ ອາລີ ບົວຈູມ ຫົວໜ້າພະແນກພາຍໃນແຂວງຄໍາມ່ວນ ແລະ ທ່ານ ຄໍາກອງ ລາວລີ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ໃຫ້ແກ່ ພະນັກງານ-ລັດຖະກອນ ຈາກພະແນກການ ແລະ ອົງການຊ່ວຍວຽກຂັ້ນແຂວງ ຈຳນວນ 30 ພາກສ່ວນ, ມີພະນັກງານ-ລັດຖະກອນ ໄດ້ຮັບບັດທັງໝົດ 1.246 ຄົນ ຂອງຈໍານວນພະນັກງານ-ລັດຖະກອນ ທົ່ວແຂວງທັງໝົດ 1.696 ຄົນ ແລະ ຍັງບໍ່ສາມາດອອກບັດໃຫ້ໄດ້ຈໍານວນ 450 ຄົນ ເນື່ອງຈາກຍັງຕ້ອງໄດ້ແກ້ໄຂບາງຂໍ້ມູນໃຫ້ຖືກຕ້ອງແລ້ວ ກະຊວງພາຍໃນ ຈະອອກບັດໃຫ້ຕື່ມ.
0Shares