ທາບທາມຮ່າງດຳລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ຮ່າງດຳລັດວ່າດ້ວຍພາລະກອນ

ໃນລະຫວ່າງວັນທີ 02-03 ມີນາ 2023 ກະຊວງພາຍໃນ ໄດ້ຈັດກອງປະຊຸມທາບທາມ ແລະ ປະກອບຄຳຄິດ ເຫັນກັບໃສ່ຮ່າງດຳລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ຮ່າງດຳລັດວ່າ ດ້ວຍພາລະກອນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນ ປະທານ ຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າ ພະແນກການຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການຫຼັກແຫຼ່ງ ທີ່ຮັບຜິດຊອບວຽກງານການເງິນ ແລະ ວຽກງານຈັດຕັ້ງ-ພະນັກງານ ຈາກທຸກພາກສ່ວນຂອງບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງຄຳມ່ວນ ເຂົ້າຮ່ວມ.
ທ່ານ ທອງສະຫວັນ ປັນຍາວິຈິດ ຫົວໜ້າກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ ກະຊວງພາຍໃນ ໄດ້ຂຶ້ນນຳສະເໜີ ຮ່າງເນື້ອໃນຂອງຮ່າງດຳລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ທ່ານ ຄານສິດ ຫຼວງໄຊ ຫົວໜ້າພະແນກພາລະກອນ ນໍາສະເໜີ ຮ່າງ ດໍາລັດວ່າດ້ວຍພາລະກອນ ແລະ ທ່ານ ເອກກະໄຊ ຫົວໜ້າພະແນກ ຈາກກົມງົບປະມານແຫ່ງລັດ ກະຊວງການເງິນ ໄດ້ນໍາສະເໜີໂດຍລວມປະຫວັດຄວາມເປັນມາຂອງຫົວໜ່ວຍວິຊາການ, ບັນດາ 05 ຫົວໜ່ວຍການທົດລອງ ແລະ ແຜນຄາດຄະເນຄວາມເປັນໄປໄດ້ຂອງຫົວໜ່ວຍວິຊາການກຸ້ມຕົນເອງ.
ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ ປະທານກອງປະຊຸມ ກໍໄດ້ມີຄຳເຫັນຊີ້ນຳກອງປະຊຸມ ໂດຍທ່ານ ໄດ້ເນັ້ນໃຫ້ເຫັນ ຕໍ່ກັບຮ່າງດໍາລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ເປັນຕົ້ນແມ່ນການກຳນົດຫຼັກການ ແລະ ວິທີການ ໃນການກໍານົດລະດັບ, ວິທີ, ເງື່ອນໄຂ, ຂັ້ນຕອນ ແລະ ຮູບແບບ, ບັນດາລະບຽບການຄຸ້ມຄອງງົບປະມານ-ການເງິນ ແລະ ລະບຽບການຄຸ້ມຄອງວຽກງານການເປັນເຈົ້າຕົນເອງຂອງຫົວໜ່ວຍວິຊາການ ແນ່ໃສ່ກ້າວໄປສູ່ຄວາມເດັດຂາດ ໂປ່ງໃສ ແລະ ເປັນມືອາຊີບ ຕາມທີ່ໄດ້ກຳນົດໄວ້ໃນວາລະແຫ່ງຊາດ. ນອກຈາກນີ້ ຍັງໄດ້ມີຄໍາເຫັນຕໍ່ຮ່າງດໍາລັດວ່າດ້ວຍພາລະກອນ ໂດຍໄດ້ເນັ້ນກ່ຽວກັບການກຳນົດຫຼັກການ ແລະ ວິທີການ, ນິຍາມຄຳວ່າພາລະກອນ, ການບັນຈຸສັບຊ້ອນ, ການແຕ່ງຕັ້ງ, ການຍົກຍ້າຍ, ການເລື່ອນຊັ້ນ-ຂັ້ນ, ການປະຕິບັດນະໂຍບາຍ ແລະ ການປະຕິບັດວິໄນ ຕໍ່ພາລະກອນ ລວມທັງການສິ້ນສຸດການເປັນພາລະກອນ; ສິດ, ໜ້າທີ່ ແລະ ພັນທະ ຂອງພາລະກອນ ແລະ ລະບຽບການຄຸ້ມຄອງວຽກງານພາລະກອນ.
ໃນໂອກາດນີ້ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ມີການໄດ້ຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ແບບເປັນກຸ່ມຄົ້ນຄວ້າ ຕາມຄຳຖາມ ແລະ ເນື້ອໃນເຈາະຈີ້ມ ຢ່າງສ້າງສັນ ແລະ ກົງໄປກົງມາ , ພາຍຫຼັງສຳເລັດກອງປະຊຸມທາບທາມຮ່າງດໍາລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ຮ່າງ ດໍາລັດວ່າດ້ວຍພາລະກອນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ທາງຄະນະຮັບຜິດຊອບຈະນໍາເອົາຮ່າງດໍາລັດດັ່ງກ່າວ ເຂົ້ານຳສະເໜີຕໍ່ກອງປະຊຸມລັດຖະບານ.
ພາບ-ຂ່າວ:ກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ
0Shares