ລັດຖະມົນຕີກະຊວງພາຍໃນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນສະພາຊົນຊາດ, ສະພາແຫ່ງຊາດ ສສ ຫວຽດນາມ

ວັນທີ 06 ມີນາ 2022 ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ອີ ແທັງ ຮ່າ ນາກເກີດຳ ປະທານສະພາຊົນຊາດ, ສະພາແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍຄະນະ.


ໃນການຢ້ຽມຂໍ່ານັບໃນຄັ້ງນີ້ ທັງສອງທ່ານ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ກັນ ແລະ ກັນ ຊາບ ໂດຍສະເພາະແມ່ນວຽກງານຊົນເຜົ່າ ແລະ ສາສະໜາ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ຂໍ້ສະດວກ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືແນວທາງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ກະຊວງພາຍໃນ ແລະ ສະພາຊົນຊາດ ສສ ຫວຽດນາມ ໃຫ້ໝັ້ນຄົງ ແລະ ແໜ້ນແຟ້ນຍິ່ງຂຶ້ນ.


ໂອກາດດຽວກັນນີ້ ທ່ານ ອີ ແທັງ ຮ່າ ນາກເກີດຳ ປະທານສະພາຊົນຊາດ, ສະພາແຫ່ງຊາດ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໃຫ້ຄໍາສັນຍາຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີງາມ ຂອງ ທັງສອງປະເທດ ໃຫ້ນັບມື້ນັບເພີ້ມພູນຍິ່ງໆຂຶ້ນ.

0Shares