ແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 06 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ໃນຕອນເຊົ້າ ວັນທີ 12 ທັນວາ 2022 ກະຊວງພາຍໃນ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 06 ປະເທດລຸ່ມແມ່ນໍ້າຂອງ ຂຶ້ນ ທີ່ໂຮງແຮມພູນແມນຫຼວງພະບາງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ, ມີຜູ້ເຂົ້າຮ່ວມຈາກ 06 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງເຂົ້າຮ່ວມປະກອບມີ: ຣາຊະອານາຈັກກໍາປູເຈຍ, ສາທາລະນະລັດ ປະຊາຊົນ ຈີນ, ສະຫະພາບມຽນມາ, ຣາຊະອານາຈັກໄທ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ກອງເລຂາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ມີບັນດາ ຫົວໜ້າກົມ-ຮອງຫົວໜ້າກົມ ຂອງ ກະຊວງພາຍໃນ, ບັນດາກະຊວງທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງພົນລະເມືອງ, ບັນດາຫົວໜ້າພະແນກ-ຮອງຫົວໜ້າພະແນກພາຍໃນແຂວງ, ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນເມືອງ ໃນຂອບເຂດທົ່ວປະເທດ, ພະນັກງານວິຊາການກົມຄຸ້ມຄອງພົນລະເມືອງ, ພະນັກງານໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລວມທັງໝົດ 300 ກວ່າທ່ານ.
อาจเป็นรูปภาพของ 1 คน และ กำลังยืน
ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຮ່ວມກັນ ລະຫວ່າງ 06 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ເພື່ອສ້າງເງື່ອນໄຂໃຫ້ພະນັກງານທີ່ຮັບຜິດຊອບວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງຂອງປະເທດສະມາຊິກແມ່ນໍ້າຂອງ ເວົ້າລວມ, ເວົ້າສະເພາະ ຂອງຂະແໜງການພາຍໃນ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ມີໂອກາດຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການຕົວຈິງໃນວຽກງານດັ່ງກ່າວ ຂອງບັນດາປະເທດໃນພາກພື້ນ. ໂດຍຕາງໜ້າຜູ້ເຂົ້າຮ່ວມຈາກບັນດາປະເທດຈະໄດ້ຜັດປ່ຽນກັນຂຶ້ນນໍາສະເໜີ ກ່ຽວກັບວຽກງານການຈົດທະບຽນ ແລະ ການເກັບກໍາສະຖິຕິພົນລະເມືອງ, ພາຍຫຼັງສໍາເລັດການນໍາ ສະເໜີບົດຮຽນຂອງແຕ່ລະປະເທດແລ້ວ ຜູ້ເຂົ້າຮ່ວມທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ມີການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບ ແຕ່ລະຫົວຂໍ້ທີ່ໄດ້ຮັບຟັງການນໍາສະເໜີຮ່ວມກັນ.
อาจเป็นรูปภาพของ 2 คน และ ผู้คนกำลังยืน
ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມຄັ້ງນີ້ ເປັນການສໍາມະນາແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 06 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສ້າງໂອກາດໃຫ້ບັນດາກົມ, ພະແນກພາຍໃນແຂວງ, ຫ້ອງການພາຍໃນເມືອງ ແລະ ວິຊາການຂອງລາວ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ຖອດຖອນບົດຮຽນ ກ່ຽວກັບວຽກງານການຈົດທະບຽນ ແລະ ການເກັບກໍາສະຖິຕິພົນລະເມືອງ ເພື່ອນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍປັບປຸງໃນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ມາດຕະຖານສາກົນ ແລະ ທັນສະໄໝ ສາມາດຮັບປະກັນໄດ້ຂໍ້ມູນທີ່ມີຄຸນນະພາບ ສະໜອງ ແລະ ນໍາໃຊ້ເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และ สถานที่ในร่ม
ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສ້າງຕັ້ງຂຶ້ນ ໃນວັນທີ 23 ມີນາ 2016, ຊຶ່ງປະກອບມີປະເທດສະມາຊິກຄື: ຣາດຊະອານາຈັກກໍາປູເຈຍ, ສາທາລະນະລັດ ປະຊາຊົນ ຈີນ, ສະຫະພາບມຽນມາ, ຣາຊອານາຈັກໄທ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາການເປັນປະເທດເພື່ອນບ້ານທີ່ດີ, ດໍາເນີນການຮ່ວມມືຢ່າງເປັນຮູບປະທໍາ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະນາຂອງບັນດາປະເທດໃນອະນຸພາກພື້ນ. ໂດຍມີກົນໄກການຮ່ວມມືໃນ 3 ເສົ້າຄໍ້າ ປະກອບມີ: ການເມືອງ-ຄວາມໝັ້ນຄົງ, ການພັດທະນາເສດຖະກິດ, ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງ.
ສໍາລັບການດໍາເນີນຈັດກອງປະຊຸມສໍາມະນາການແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ ປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແມ່ນໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານ ສປ ຈີນ ພາຍໃຕ້ກອງທຶນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນປີ 2017, ໃນຫົວຂໍ້ “ ໂຄງການຝຶກອົບຮົມວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 06 ປະເທດລຸ່ມແມ່ນໍ້າຂອງ ” ປະກອບມີ 03 ກິດຈະກໍາ ໄລຍະເວລາຈັດຕັ້ງປະຕິບັດ 03 ປີ (2018-2020). ການຈັດກອງປະຊຸມຄັ້ງນີ້ ແມ່ນກິດຈະກໍາທີ 03 ສໍາລັບ ປີ 2022 ທີ່ ກະຊວງພາຍໃນ ສປປ ລາວ ໄດ້ເປັນເຈົ້າພາບ, ຜ່ານມາໄດ້ຈັດຕັ້ງປະຕິບັດກິດຈະກໍາທີ 01 ຢູ່ ແຂວງຫຼວງພະບາງ ໃນປີ 2018 ແລະ 02 ຢູ່ແຂວງຈໍາປາສັກ ໃນປີ 2019 ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19 ເລີ່ມລະບາດໃນປີ 2020 ເປັນຕົ້ນມາ ເຮັດໃຫ້ແຜນການຈັດຕັ້ງປະຕິບັດກິດຈະກໍາໄດ້ເລື່ອນມາຈັດຕັ້ງປະຕິບັດໃນປີນີ້.
อาจเป็นรูปภาพของ 8 คน และ ผู้คนกำลังยืน
ສໍາລັບ ສປປ ລາວ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເພື່ອເປັນການປະກອບສ່ວນເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ X ແລະ XI ຂອງພັກ ທີ່ໄດ້ກໍານົດຮອດປີ 2030 ສິດທິຂອງພົນລະເມືອງຕ້ອງຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ, ຄາດໝາຍສູ້ຊົນ ຮອດປີ 2025 “ພົນລະເມືອງລາວໃນເກນອາຍຸ ໄດ້ສໍາເລັດການສຶກສາຂັ້ນມັດທະຍົມຕົ້ນ, ປະຊາຊົນ ໄດ້ຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີ, ກໍາລັງແຮງງານ ໄດ້ຮັບການພັດທະນາທັງທາງດ້ານປະລິມານ ແລະ ຄຸນນະພາບ…”, ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2016-2025 ພົນລະ ເມືອງລາວ ຕ້ອງໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ການສຶກສາ, ຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ກໍ່ຄື ວິໄສທັດຮອດປີ 2030 ພົນລະເມືອງລາວທຸກຄົນຈະໄດ້ຊົມໃຊ້ການບໍລິການການຈົດທະບຽນ, ການປົກຄອງທີ່ດີ ແລະ ການພັດທະນາ. ທັງເປັນການສູ້ຊົນໃຫ້ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (SDGs), ສົນທິສັນຍາວ່າດ້ວຍສິດທິເດັກ, ສິດທິມະນຸດ ແລະ ປະຕິບັດຕາມຖະແຫຼງການພາກພື້ນອາຊີ-ປາຊີຟິກ ທີ່ບັນດາຜູ້ນໍາໄດ້ຮັບຮອງຮ່ວມກັນ ໃນປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%, ພ້ອມທັງຮັບປະກັນໃຫ້ພົນລະເມືອງລາວທຸກຄົນໄດ້ເຂົ້າເຖິງການບໍລິການຢ່າງທົ່ວເຖິງ.
อาจเป็นรูปภาพของ 7 คน และ ผู้คนกำลังยืน
0Shares