06 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສໍາເລັດການແລກປ່ຽນບົດຮຽນການຈົດທະບຽນ ແລະ ສະຖິຕິພົນລະເມືອງ

ກອງປະຊຸມສໍາມະນາແລກປ່ຽນບົດຮຽນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 06 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊຶ່ງກະຊວງພາຍໃນ ໄດ້ເປັນເຈົ້າພາບຈັດຂື້ນຢູ່ໂຮງແຮມພູນແມນ ແຂວງຫຼວງພະບາງ ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 13 ທັນວາ 2022 ນີ້, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ ລິວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ນ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ຕ່ຽວມິງ ຮອງຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາແຂວງຫຼວງພະບາງ ຊຶ່ງມີຜູ້ເຂົ້າຮ່ວມຈາກ 06 ປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄື: ສປປ ລາວ, ສປ ຈີນ, ສສ ຫວຽດນາມ, ກໍາປູເຈຍ, ມຽນມາ, ໄທ, ກອງເລຂາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຫົວໜ້າກົມ-ຮອງຫົວໜ້າກົມ ຂອງກະຊວງພາຍໃນ, ກະຊວງທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງພົນລະເມືອງອ້ອມຂ້າງສູນກາງ ຫົວໜ້າພະແນກ-ຮອງຫົວໜ້າພະແນກພາຍໃນຂັ້ນແຂວງ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນຂັ້ນເມືອງ ໃນຂອບເຂດທົ່ວປະເທດ ລວມທັງໝົດ 300 ກວ່າທ່ານ.
อาจเป็นรูปภาพของ 1 คน และ กำลังยืน
ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 23 ມີນາ 2016, ຊຶ່ງປະກອບມີປະເທດສະມາຊິກ ທີ່ມີນໍ້າຂອງໄຫຼຜ່ານຄື: ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ໂດຍມີ ສປ ຈີນ ເປັນຄູ່ຮ່ວມພັດທະນາ. ຈຸດປະສົງຂອງການສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແມ່ນເພື່ອສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາການເປັນປະເທດເພື່ອນບ້ານທີ່ດີ, ດໍາເນີນການຮ່ວມມືຢ່າງເປັນຮູບປະທໍາ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະນາຂອງບັນດາປະເທດໃນອະນຸພາກພື້ນ. ໂດຍມີກົນໄກການຮ່ວມມືໃນ 3 ເສົ້າຄໍ້າ ປະກອບມີ: ການເມືອງ-ຄວາມໝັ້ນຄົງ, ການພັດທະນາເສດຖະກິດ, ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງ.
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และ สถานที่ในร่ม
ວຽກງານການຈົດທະບຽນພົນລະເມືອງ ແມ່ນວຽກງານໜຶ່ງທີ່ສໍາຄັນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງ ແລະ ວາງແຜນພັດທະນາເສດທະກິດ-ສັງຄົມ. ການຈັດກອງປະຊຸມ ສໍາມະນາແລກປ່ຽນບົດຮຽນ ແລະ ປະສົບການວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລະຫວ່າງ 06 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຄັ້ງນີ້ ແມ່ນໄດ້ຮັບທືນສະໜັບສະໜູນຈາກ ລັດຖະບານ ສປ ຈີນ, ຊຶ່ງເປັນໂອກາດອັນດີໃນການສ້າງເງື່ອນໄຂໃຫ້ບັນດາປະເທດໄດ້ແລກປ່ຽນບົດຮຽນ ແລະ ນໍາສະເໜີບົດຮຽນຈາກ ຜູ້ແທນທີ່ມາຈາກປະເທດແມ່ນໍ້າຂອງ ເປັນຕົ້ນ ແມ່ນບົດຮຽນກ່ຽວກັບການຈົດທະບຽນ ແລະ ເກັບກໍາສະຖິຕິພົນລະເມືອງ ໂດຍການຄຸ້ມຄອງ ແລະ ນໍາໃຊ້ລະບົບເອເລັກໂຕຼນິກ ແລະ ກົນໄກການໂຄສະນາວຽກງານດັ່ງກ່າວ ເພື່ອໃຫ້ປະຊາຊົນມາຈົດທະບຽນ.
อาจเป็นรูปภาพของ 2 คน และ ผู้คนกำลังยืน
ໃນໂອກາດຮ່ວມເປັນປະທານກອງປະຊຸມສໍາມະນາ ທ່ານ ຕ່ຽວມິງ ຮອງຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ທີ່ແຂວງຫຼວງບາງ ໄດ້ກ່າວວ່າ: ກອງປະຊຸມສໍາມະນາຄັ້ງນີ້ ໄດ້ມີການປຶກສາຫາລືກັນຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ຂໍຂອບໃຈມາຍັງກະຊວງພາຍໃນ ສປປ ລາວ ທີ່ໄດ້ຕັ້ງໜ້າເອົາໃຈໃສ່ໃນການຈັດກອງປະຊຸມສໍາມະນາຄັ້ງນີ້ ທີ່ເປັນເວທີແລກປ່ຽນໃຫ້ແກ່ບັນດາປະເທດສະມາຊິກ ກໍ່ຄື ພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະປະເທດ ໄດ້ສົນທະນາ ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບ ວຽກງານຈົດທະບຽນ ແລະ ເກັບກໍາສະຖິຕິພົນລະເມືອງ, ຊຶ່ງຜ່ານການແລກປ່ຽນເຫັນວ່າແຕ່ລະປະເທດ ແມ່ນໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ທີ່ມີປະໂຫຍດໃຫ້ການເພີ່ມທະວີການຄຸ້ມຄອງວຽກງານການຈົດທະບຽນ ແລະ ເກັບກໍາສະຖິຕິພົນລະເມືອງໃນຕໍ່ໜ້າ, ກອງປະຊຸມສໍາມະນາຄັ້ງນີ້ຍັງໄດ້ຮັດແໜ້ນຄວາມສາມັກຄີ ມິດຕະພາບອັນດີງາມ ແລະ ເສີມຂະຫຍາຍການຮ່ວມມືໃນຂົງເຂດທີ່ກ່ຽວຂ້ອງລະຫວ່າງບັນດາປະເທດລຸ່ມແມ່ນ້ຳຂອງ ແລະ ແມ່ນໍໍ້າລ້ານຊ້າງຕື່ມອີກ, ຫວັງຢ່າງຍິ່ງວ່າປະເທດສະມາຊິກຈະສືບຕໍ່ຮັກສາພັດທະນາການປະສານງານ ແລະ ສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນກັນໃນຕໍ່ໜ້າ ເພື່ອເປັນການຊຸກຍູ້ສົ່ງເສີມການສ້າງຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ ວຽກງານຈົດທະບຽນ ແລະ ເກັບກໍາສະຖິຕິພົນລະເມືອງຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມສະຕາກໍາມວນມະນຸດ.
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และ สถานที่ในร่ม
ໃນໂອກາດດຽວກັນ ທ່ານ ນ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມສໍາຄັນຕໍ່ວຽກງານຄຸ້ມຄອງພົນລະເມືອງ ໃນທຸກຂະແໜງການທີ່ກ່ຽວຂ້ອງຂອງປະເທດເຮົາ ກໍ່ຄື 06 ປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຕະຫຼອດໄລຍະດໍາເນີນກອງປະຊຸມສອງວັນຄະນະຜູ້ແທນໄດ້ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນຮ່ວມກັນ ເພື່ອເຮັດໃຫ້ວຽກງານຈົດທະບຽນ ແລະ ເກັບກໍາສະຖິຕິພົນລະເມືອງ ມີຄວາມວ່ອງໄວ ແລະ ທັນສະໄໝ ເຮັດໃຫ້ປະຊາຊົນມີຄວາມຕື່ນຕົວເຂົ້າມາໃຊ້ບໍລິການຫຼາຍຂຶ້ນ ແລະ ຕ່າງໜ້າການນໍາແຂວງ ກໍ່ຄື ປະຊາຊົນ ຊາວແຂວງຫຼວງພະບາງ ຂໍຊົມເຊີຍ ແລະ ຂອບໃຈນໍາກະຊວງພາຍໃນ ແລະ 06 ປະເທດ ທີ່ເລືອກເອົາ ແຂວງຫຼວງພະບາງ ເປັນບ່ອນຈັດງານກອງປະຊຸມທີ່ສໍາຄັນໃນຄັ້ງນີ້, ຫວັງວ່າ ຈະໄດ້ຕ້ອນຮັບບັນດາທ່ານກັບມາຢ້ຽມຢາມຫຼວງພະບາງອີກຄັ້ງ.
ໃນໂອກາດກ່າວປິດກອງປະຊຸມ ທ່ານ ນ ລິວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຕີລາຄາຜົນໄດ້ຮັບຂອງ ການດໍາເນີນກອງປະຊຸມສໍາມະນາ ຄັ້ງນີ້ວ່າ:
1) ຜູ້ເຂົ້າຮ່ວມກອງປະຊຸມຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເກັບກໍາໄດ້ບົດຮຽນອັນໃໝ່ຂອງພາກພື້ນ ກ່ຽວກັບວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ, ປະສົບການໃນການຈັດຕັ້ງປະຕິບັດຕົວຈິງຂອງ ບັນດາປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ມີພາລະບົດບາດ, ຄວາມຮັບຜິດຊອບຄ້າຍຄືກັນ ແລະ ແຕກຕ່າງກັນ;
2) ກອງປະຊຸມໄດ້ສ້າງເງື່ອນໄຂ ໃຫ້ບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ມີການແລກປ່ຽນບົດຮຽນປະສົບການໃນການເຮັດວຽກຕົວຈິງ ຊຶ່ງກັນ ແລະ ກັນ ກ່ຽວກັບວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ, ຊຶ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມ ເຫັນໄດ້ວ່າ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ແມ່ນມີຄວາມສໍາຄັນຫຼາຍຕໍ່ກັບພົນລະເມືອງ, ສາມາດຮັບໃຊ້ໄດ້ໃນທຸກຂົງເຂດວຽກງານ ແລະ ມີຄວາມຈໍາເປັນທີ່ສຸດ ຕໍ່ ສປປ ລາວ, ມີຄວາມສຳຄັນ ແລະ ເປັນປະໂຫຍດ ສາມາດເປັນຂໍ້ມູນໃນການຄົ້ນຄວ້າ, ປັບປຸງ ແລະ ພັດທະນາວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
3) ກອງປະຊຸມຄັ້ງນີ້ ໄດ້ສ້າງສາຍພົວພັນອັນດີ, ມີການແລກປ່ຽນທາງດ້ານຮີດຄອງປະເພີນີ, ວັດທະນະທໍາ, ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ການແລກປ່ຽນຂໍ້ມູນ, ບົດຮຽນທາງດ້ານວິຊາການຮ່ວມກັນ ຢ່າງມີບັນຍາກາດ ແລະ ບົດຮຽນໃນຕໍ່ໜ້າ;
4) ເຫັນໄດ້ບັນຫາ, ສິ່ງທ້າທ້າຍ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຂອງບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນການນໍາໃຊ້ລະບົບເອເລັກໂຕຣນິກ ແລະ ການຄຸ້ມຄອງນໍາໃຊ້ລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ແລະ ຂັ້ນຕອນຂອງການຈົດທະບຽນພົນລະເມືອງ ແລະ ການເກັບກໍາສະຖິຕິພົນລະເມືອງ ແລະ ກົນໄກວິທີການໂຄສະນາ ເພື່ອໃຫ້ປະຊາຊົນມາຈົດທະບຽນພົນລະເມືອງ ໃນຕໍ່ໜ້າໃຫ້ຫຼາຍຂຶ້ນ.
ຜົນສໍາເລັດໃນການເຂົ້າຮ່ວມກອງປະຊຸມສໍາມະນາຄັ້ງນີ້ ກໍ່ເປັນພຽງຜົນສໍາເລັດສ່ວນໜຶ່ງໃນເບື້ອງຕົ້ນ ແລະ ສ່ວນໜຶ່ງເທົ່ານັ້ນ, ແຕ່ເພື່ອເຮັດໃຫ້ການສໍາມະນາແລກປ່ຽນບົດຮຽນດັ່ງກ່າວບັນລຸຜົນຕົວຈິງ ຈຶ່ງຮຽນຮ້ອງໃຫ້ບັນດາທ່ານບັນດາສະຫາຍ ຕ້ອງໄດ້ເພີ່ມທະວີສືບຕໍ່ຄົ້ນຄວ້າໃຫ້ເລີກເຊິ່ງ ແລະ ນໍາເອົາຄວາມຮູ້, ບົດຮຽນທີ່ດີ ແລະ ປະສົບການ ທີ່ໄດ້ຈາການສໍາມະນາໃນຄັ້ງນີ້ ນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນ ໃຫ້ເປັນຮູບປະທໍາ ແລະ ມີຜົນສໍາເລັດຢ່າງຕັ້ງໜ້າ.
อาจเป็นรูปภาพของ 7 คน และ ผู้คนกำลังยืน
0Shares