ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຂົງເຂດພາຍໃນ

ວັນທີ 23 ພຶດສະພາ 2023 ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ ກະຊວງພາຍໃນ ສາທາລະນະລັດສັງຄົມນິຍົມຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ນ ຟ່າມທິແທັງຈ່າ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ພ້ອມຄະນະ.
ໃນການເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວວຽກງານໃນຄັ້ງນີ້ ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືລະຫວ່າງສອງປະເທດ ກໍ່ຄື ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ທີ່ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໂດຍສະເພາະລະຫວ່າງກະຊວງພາຍໃນຂອງສອງປະເທດໃຫ້ນັບມື້ຍິ່ງເພີ່ມທະວີການຮ່ວມມື, ຊ່ວຍເຫຼືອ, ການພັດທະນາດ້ານເຕັກນິກວິຊາການ ຢ່າງໝັ້ນຄົງທະນົງແກ່ນ ຕະຫຼອດໄປ.
ໃນໂອກາດນີ້ ຄະນະຜູ້ແທນກະຊວງພາຍໃນ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍມີຄະນະນຳຂອງສອງກະຊວງ, ຮອງເອກອັກຄະລັດຖະທູດລາວ ປະຈໍາ ສສ ຫວຽດນາມ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ. ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງກັນ ແລະ ກັນ ໃຫ້ກັັນຊາບ ແລະ ໄດ້ປຶກສາຫາລືແລກປ່ຽນຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົງເຂດພາຍໃນ ແລະ ແຜນການຮ່ວມມືຂອງສອງກະຊວງພາຍໃນ ໃນຕໍ່ໜ້າ ຄື: ເລີ່ມແຕ່ປີ 2023-2026 ສອງກະຊວງ ຈະໄດ້ສືບຕໍ່ຈັດຕັ້ງການຢ້ຽມຢາມພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງຂອງກະຊວງ ແລະ ຕີລາຄາຄືນໝາກຜົນການຮ່ວມມືປະຈຳປີ, ຈັດຕັ້ງຊຸດອົບຮົມໄລຍະສັ້ນແຕ່ 1 ເດືອນ ຫາ 3 ເດືອນ ກ່ຽວກັບວຽກງານປົກຄອງ ແລະ ບໍລິຫານລັດ, ສືບຕໍ່ເພີ່ມທະວີການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ ຂົງເຂດວຽກງານບໍລິຫານລັດ, ການປົກຄອງທ້ອງຖິ່ນ, ການພັດທະນາພະນັກງານ-ລັດຖະກອນ, ການບໍລິຫານ ແລະ ການຄຸ້ມຄອງລັດ ສະມາຄົມ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ວຽກງານແຂ່ງຂັນ-ຍ້ອງຍໍ, ວຽກງານປະເມີນພະນັກງານ-ລັດຖະກອນ, ການຄຸ້ມຄອງສາສະຫນາ, ການຫັນເປັນດິຈິຕອນ ແລະ ການບໍລິການລັດຂອງສອງຝ່າຍ.
ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ນ ຟ່າມ ທິ ແທັງ ຈ່າ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ພ້ອມດ້ວຍຄະນະ ແລະ ສະເໜີໃຫ້ທັງສອງຝ່າຍ ກໍ່ຄື ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ສືືບຕໍ່ຮັດແໜ້ນການພົວພັນຮ່ວມມືໃນຂົງເຂດວຽກງານພາຍໃນຢ່າງແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງໆຂຶ້ນ ເພື່ອປະກອບສ່ວນເຂົ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ກໍ່ຄື ສປປ ລາວ ແລະ ສສ ຫວຽດນາມ ໃຫ້ໝັ້ນຄົງ ແລະ ເລິກເຊິ່ງຍິ່ງໆຂຶ້ນ. ສ່ວນຝ່າຍ ຫວຽດນາມ ກໍ່ໄດ້ເຫັນດີໃຫ້ການຊ່ວຍເຫຼືອ ແລະ ຮ່ວມມື ຕໍ່ການສະເໜີ.
ໃນໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ນ ຟ່າມ ທິ ແທັງ ຈ່າ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ ໄດ້ລົງນາມໃສ່ບົດບັນທຶກການຮ່ວມມື ລະຫວ່າງ ກະຊວງພາຍໃນ ລາວ ແລະ ກະຊວງພາຍໃນ ຫວຽດນາມ ໄລຍະປີ 2023-2026 ຮ່ວມກັນ.
0Shares