ຄະນະນໍາຜູ້ແທນກະຊວງພາຍໃນ ຢ້ຽມຂໍ່ານັບຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ວັນທີ 23 ພຶດສະພາ 2023 ນີ້ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເຈີ່ນ ລື ກວາງ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ໃນໂອກາດເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງຂະແໜງພາຍໃນ ສປປ ລາວ ແລະ ໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນຄັ້ງນີ້ ເພື່ອສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ຊຸກຍູ້ການຮ່ວມມື ລະຫວ່າງ ສອງພັກ ສອງລັດ ກໍ່ຄື ສອງກະຊວງພາຍໃນ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ, ກ້າວເຂົ້າສູ່ລ່ວງເລິກ ແລະ ໄດ້ຮັບໝາກຜົນຕົວຈິງທີ່ໃຫຍ່ຫຼວງ.
ໂອກາດນີ້ ທ່ານ ເຈີ່ນ ລື ກວາງ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ກໍ່ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານລັດຖະມົນຕີກະຊວງພາຍໃນ ພ້ອມຄະນະ ແລະ ອວຍພອນໃຫ້ປະສົບຜົນສໍາເລັດໃນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ສສ ຫວຽດນາມ ໃນຄັ້ງນີ້.
ໃນໂອກາດດຽວກັນ, ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອບຮັບຢ່າງອົບອຸ່ນ ແລະ ໄມຕິຈິດທີ່ສະໜິດສະໜົມ ພ້ອມທັງໃຫ້ສັນຍາຈະສືບຕໍ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນກົມກຽວ ແລະ ສະໜິດແໜ້ນຫຼາຍຂຶ້ນກວ່າເກົ່າ.
0Shares