ພິທີຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃຫ້ພະນັກງານຫຼັກແຫຼ່ງຂອງກະຊວງພາຍໃນ ຊຸດທີ III

ວັນທີ 31 ຕຸລາ 2022 ນີ້ ກະຊວງພາຍໃນ ໄດ້ເປີດບັ້ນຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃຫ້ພະນັກງານຫຼັກແຫຼ່ງ ຂອງກະຊວງພາຍໃນ ຊຸດທີ III ຂຶ້ນ, ໂດຍການເປັນປະທານຂອງທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພາຍໃນ, ໃຫ້ກຽດເຂົ້າຮ່ວມມີທ່ານ ປອ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ, ຄະນະຫ້ອງການ, ບັນດາກົມ, ສະຖາບັນ, ສູນ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງກະຊວງພາຍໃນເຂົ້າຮ່ວມ.

ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວຕໍ່ຜູ້ເຂົ້າຮ່ວມວ່າ: ເພື່ອເຮັັດໃຫ້ການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ຮັບປະກັນທາງດ້ານຄຸນນະພາບ, ຍົກສູງຄວາມສາມາດນຳພາຂອງການຈັດຕັ້ງ, ສ້າງໃຫ້ມີຄວາມຫັນປ່ຽນຢ່າງຈະແຈ້ງໃນດ້ານຄຸນນະພາບ ຜູ້ທີ່ຮັບຜິດຊອບວຽກງານຈັດຕັ້ງຕ້ອງໄດ້ຝຶກອົບຮົມ ເພື່ອຍົກສູງຄວາມຮູ້, ຄວາມສາມາດຂອງຕົນ ແລະ ຖືເອົາແນວທາງນະໂຍບາຍຂອງພັກ, ທັດສະນະຫຼັກໝັ້ນການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເປັນບູລິມະສິດໃນການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບສະພາບປ່ຽນແປງ ໃນໄລຍະໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະແມ່ນການນໍາພາຢູ່ໜ່ວຍພັກຫ້ອງການ, ບັນດາກົມ, ສະຖາບັນ ແລະ ສູນ ທີ່ຂຶ້ນກັບອົງຄະນະພັກກະຊວງພາຍໃນ.

ນອກນີ້ ທ່ານຍັງໄດ້ເນັ້ນໃຫ້ນັກຝຶກອົບຮົມ ເອົາໃຈໃສ່ຕິດຕາມຮັບຟັງການບັນລະຍາຍ, ຄົ້ນຄວ້າ ແລະ ສົນທະນາເນື້ອໃນບົດຮຽນຕ່າງໆ ເຖິງວ່າເວລາສັ້ນບົດຮຽນຫຼາຍກໍ່ຕາມແຕ່ຕ້ອງນຳໃຊ້ທຸກວິທີທາງເພື່ອໃຫ້ໄດ້ຜົນປະໂຫຍດສູງສຸດ ເພື່ອໃຫ້ກຳໄດ້ເນື້ອໃນຂອງແຕ່ລະເອກະສານຢ່າງເລິກເຊິ່ງ, ພ້ອມທັງຮັບເອົາບົດຮຽນ ທີ່ຄູ-ອາຈານ ຖ່າຍທອດໃຫ້ ກ້າວໄປເຖິງບ່ອນຢຶດໝັ້ນ ແລະ ເປັນເອກະພາບ ກັບແນວທາງການນຳພາ ຂອງພັກ, ເພີ່ມທະວີຄວາມສາມາດໃນການນຳພາ, ຍົກສູງບົດບາດການນຳພາຂອງຄະນະພັກ ເປັນເຈົ້າການໃນການຊີ້ນໍາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂອງກະຊວງພາຍໃນໃຫ້ມີປະສິດທິຜົນສູງສຸດ.

ສໍາລັບບົດຮຽນທີ່ສໍາມະນາກອນຈະໄດ້ພ້ອມກັນຄົ້ນຄວ້າປະກອບມີ ວິທີຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ໂຄງປະກອບການຈັດຕັ້ງ, ການສ້າງການຈັດຕັ້ງໃໝ່, ຄວາມຮູ້ພື້ນຖານກ່ຽວກັບທິດສະດີຈັດຕັ້ງ, ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ, ການຕີລາຄາຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ເພີ່ມທະວີການຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ, ເນື້ອໃນພື້ນຖານກ່ຽວກັບວຽກງານປ້ອງກັນພັກ – ພະນັກງານ, ວຽກງານຄຸ້ມຄອງພະນັກງານ, ວຽກງານຂຶ້ນແຜນກຳນົດພະນັກງານ, ການສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການຂອງພະນັກງານ, ວຽກງານຕີລາຄາ ແລະ ນຳໃຊ້ພະນັກງານ, ການສ້າງມາດຖານພະນັກງານ, ການບຳລຸງ – ກໍ່ສ້າງພະນັກງານນຳພາ – ຄຸ້ມຄອງ ຢູ່ ສປປ ລາວ, ການປະຕິບັດນະໂຍບາຍຕໍ່ພະນັກງານ – ລັດຖະກອນ ຢູ່ ສປປ ລາວ; ຊຸດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນທັງໝົດ 30 ຄົນ, ຍິງ 7 ຄົນ.

0Shares