ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 22 ມີນາ 2023 ນີ້ ທ່ານນາງ ຣີຄາຣດາ ລຸຍສ ຣີເອເກີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບອໍາລາ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ.
ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ມາຍັງທ່ານນາງ ຣີຄາຣດາ ລຸຍສ ຣີເອເກີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ທີ່ໄດ້ດຳເນີນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ຂອງຕົນຢ່າງເຕັມສ່ວນ ໃນນັ້ນກໍມີຫຼາຍກິດຈະກຳທີ່ພົວພັນກັບຫຼາຍຂະແໜງການ ຊຶ່ງ ກະຊວງພາຍໃນ ກໍເປັນຂົງເຂດໜຶ່ງທີ່ໄດ້ມີການປະສານງານ ແລະ ຮ່ວມມືກັນໃນການຈັດຕັ້ງປະຕິບັດບັນດາແຜນງານ/ໂຄງການ ພາຍໃຕ້ການສະໜັບສະໜູນ ຈາກອົງການສະຫະປະຊາຊາດ. ໃນໄລຍະຜ່ານມາ ອົງການສະຫະປະຊາຊາດ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ໃນການສະໜັບສະໜູນ ຊ່ວຍເຫຼືອທາງດ້ານງົບປະມານ ແລະ ວິຊາການ ໃນວຽກງານການປັບປຸງບູລະນະການປົກຄອງ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ.
ພ້ອມນີ້ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ກໍໄດ້ອວຍພອນໄຊໃຫ້ ທ່ານນາງ ຣີຄາຣດາ ລຸຍສ ຣີເອເກີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ຈົ່ງມີສຸຂະພາບແຮງແຮງ ມີພະລານາໄມສົມບູນ ມີຄວາມຜາສຸກ ແລະ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ອີກດ້ວຍ.
0Shares