ກອງປະຊຸມ ຄະນະກຳມະການຂໍ້ມູນຂ່າວສານພູມສາດຫ່ງຊາດ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບ ຮ່າງແຜນຍຸດທະສາດ ວຽກງານໂຄງລ່າງພື້ນຖານຂໍ້ມູນຂ່າວສານພູມສາດແຫ່ງຊາດ ຂອງ ສປປ ລາວ

ໃນວັນທີ 10 ກໍລະກົດ 2024 ຜ່ານມາ, ກະຊວງພາຍໃນ ໃນນາມປະທານ ຂອງຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບ ຮ່າງແຜນຍຸດທະສາດ ວຽກງານໂຄງລ່າງພື້ນຖານຂໍ້ມູນຂ່າວສານພູມສາດແຫ່ງຊາດ ຂອງ ສປປ ລາວ ຂຶ້ນ ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມທັງເປັນປະທານ ກຳມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ, ມີບັນດາທ່ານໃນຄະນະຊີ້ນໍາລວມ, ຄະນະວິຊາການ, ກອງເລຂາ, ຜູ້ຕາງໜ້າຈາກອົງການກອຍກາປະຈໍາລາວ, ບັນດາທ່ານຊ່ຽວຊານຈາກສະຖາບັນຄົ້ນຄ້ວາການຕັ້ງຖິ່ນຖານຂອງມະນຸດ ສ.ເກົາຫລີ ແລະ ຜູ້ຊົງຄຸນວຸດທິ ຊຶ່ງມາຈາກ 10 ກະຊວງ 18 ພາກສ່ວນເຂົ້າຮ່ວມທັງໝົດ 38 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສືບຕໍ່ລະດົມແນວຄວາມຄິດ-ຄໍາຄິດເຫັນໃສ່ສອງຮ່າງເອກະສານ ທີ່ໄດ້ນໍາສະເໜີຜ່ານໃນກອງປະຊຸມຄັ້ງທີ 1 ຂອງຄະນະດັ່ງກ່າວທີ່ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2024 ທີ່ຜ່ານມາ ຊຶ່ງລວມມີ: ຮ່າງຍຸດທະສາດວຽກງານພຶ້ນຖານໂຄງລ່າງຂໍ້ມູນຂ່າວສານພູມສາດແຫ່ງຊາດ ແລະ ຮ່າງຫລັກການຂຽນຊື່ພູມີປະເທດລົງໃນແຜນທີ່.
ໃນກອງປະຊຸມ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ປະທານກອງປະຊຸມໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງແຜນຍຸດທະສາດວຽກງານຂໍ້ມູນຂ່າວສານພູມສາດແຫ່ງຊາດ ຊຶ່ງຈະກາຍເປັນບ່ອນອີງອັນສໍາຄັນໃນການເຄື່ອນໄຫວວຽກງານຂອງຂະແໜງການ ເພື່ອຫລີກລ່ຽງການສ້າງຂໍ້ມູນທີ່ຊໍ້າຊ້ອນກັນ, ເປັນການສ້າງຂໍ້ມູນພື້ນທີ່ມີຄວາມແນ່ນອນຊັດເຈນສູງສະໜອງໃຫ້ທຸກຂະແໜງການເພື່ອເອົາໄປນໍາໃຊ້ເຂົ້າໃນການວາງແຜນ, ການຈັດຕັ້ງປະຕິບັດ, ການກວດກາ ແລະ ການປະເມີນຜົນຂອງທຸກກິດຈະກຳທັງພາກລັດ ແລະ ເອກະຊົນ. ນອກນັ້ນ, ກອງປະຊຸມໄດ້ພ້ອມກັນປຶກສາຫາລືກ່ຽວກັບພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຄະນະກຳມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ ຊຶ່ງລວມມີ ຄະນະຊີ້ນໍາ, ຄະນະວິຊາການ ແລະ ກອງເລຂາ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈຈະແຈ້ງກ່ຽວກັບພາລະບົດບາດຂອງຕົນ ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຄະນະມີຄວາມໂລ່ງລ່ຽນ, ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ລະດົມຄໍາຄິດເຫັນເພື່ອສ້າງແຜນການເຄື່ອນໄຫວຂອງຄະນະກຳມະການຂໍ້ມູນຂ່າວ ສານພູມສາດແຫ່ງຊາດໄລຍະ 6 ເດືອນທ້າຍປີ 2024 ແລະ 6 ເດືອນຕົ້ນປີ 2025 ເພື່ອເປັນບ່ອນອີງໃນການເຄື່ອນໄຫວຂອງຄະນະດັ່ງກ່າວຕື່ມອີກ.
0Shares
en_USEnglish