ເອກອັກຄະລັດຖະທູດ ອິນເດຍ ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີກະຊວງພາຍໃນ

ທ່ານ Prashant Agrawal ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໃນວັນທີ 18 ກໍລະກົດ 2024 ນີ້ ທີ່ກະຊວງພາຍໃນ.
ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວຕ້ອນຮັບຕໍ່ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ສາຍພົວພັນຮ່ວມມືລະຫວ່າງສອງຊາດ ທີ່ມີມາດົນນານ, ພ້ອມທັງ ກ່າວຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານຂອງທ່ານເອກອັກຄະລັດຖະທູດໃນໄລຍະຜ່ານມາ ແລະ ຍັງໄດ້ຕີລາຄາສູງໃນການຮ່ວມມືໃນຕໍ່ໜ້າ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ແລະ ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນ ລາວ-ອິນເດີຍ ໃຫ້ນັບມື້ນັບມີການຂະຫຍາຍຕົວ. ທັງສອງຝ່າຍຍັງໄດ້ໂອ້ລົມປຶກສາຫາລື ແລກປ່ຽນຄວາມຄິດເຫັນ ແລະ ຂໍການສະໜັບສະໜຸນ ໃນດ້ານວຽກງານຕ່າງໆ ເປັນຕັ້ນ ວຽກງານການຄຸ້ມຄອງ ພະນັກງານ-ລັດຖະກອນ, ວຽກງານການຄຸ້ມຄອງພົນລະເມືອງ; ການແລກປ່ຽນບົດຮຽນ ກ່ຽວກັບ ການສ້າງ ແລະ ປັບປຸງບັນດານິຕິກໍາຕ່າງໆ; ການພັດທະນາພື້ນຖານໂຄງລ່າງວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ ໂດຍສະເພາະ ແມ່ນບົດຮຽນກ່ຽວກັບການຄຸ້ມຄອງພົນລະເມືອງ ທີ່ມີຈຳນວນພົນລະເມືອງທີ່ຫຼາຍຂອງປະເທດອິນເດຍ ແລະ ການແບ່ງປັນຂໍ້ມູນຂ່າວສານ ລະຫວ່າງກັນ ກ່ຽວກັບວຽກງານ ການພັດທະນາ ແລະ ຄຸ້ມຄອງຊັບພະຍາກອນມະນຸດ; ການສະໜັບສະໜູນທາງດ້ານຍານພາຫະນະ ແລະ ອຸປະກອນໄອທີ ເພື່ອຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານ-ລັດຖະກອນ ທີ່ລົງເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນຢູ່ທ້ອງຖິ່ນ.
ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານລັດຖະມົນຕີກະຊວງພາຍໃນ ທີ່ໄດ້ໃຫ້ກຽດຕ້ອນຮັບການຢ້ຽມຂໍ່ານັບໃນຄັ້ງນີ້ ແລະ ທ່ານຍັງໄດ້ເຊື້ອເຊີນການນໍາຂັ້ນສູງຂອງກະຊວງພາຍໃນ ໄປຢ້ຽມຢາມ ແລະ ທັດສະນະສຶກສາ ກ່ຽວກັບ ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ, ວຽກງານຄຸ້ມຄອງພົນລະເມືອງ ລວມໄປເຖິງການແລກປ່ຽນບົດຮຽນໃນລະດັບຂັ້ນບໍລິຫານ ແລະ ວິຊາການ ນໍາຕື່ມ. ທ້າຍນີ້ທັງສອງຝ່າຍຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຂະຫຍາຍການພົວພັນ ແລະ ການຮ່ວມມື ໃນຂົງເຂດວຽກງານດ້ານຕ່າງໆໃຫ້ເກີດດອກອອກຜົນນັບມື້ນັບຫຼາຍຂຶ້ນ.
0Shares
en_USEnglish