ເອກອັກຄະລັດຖະທູດໄທ ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີກະຊວງພາຍໃນ

ທ່ານນາງ ມໍລະກົດ ສີສະຫວັດດີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໃນວັນທີ 9 ກໍລະກົດ 2024 ນີ້ ທີ່ກະຊວງພາຍໃນ.
ທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວຕ້ອນຮັບຕໍ່ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເພາະເປັນການຮັດແໜ້ນຄວາມສາມັກຄີ ແລະ ສາຍພົວພັນຮ່ວມມືລະຫວ່າງສອງຊາດ ທີ່ມີມາດົນນານ, ພ້ອມທັງ ກ່າວຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານຂອງທ່ານເອກອັກຄະລັດຖະທູດໃນໄລຍະຜ່ານມາ ແລະ ຍັງໄດ້ຕີລາຄາສູງໃນການຮ່ວມມືໃນຕໍ່ໜ້າ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ແລະ ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ລາວ-ໄທ ໃຫ້ນັບມື້ນັບມີການຂະຫຍາຍຕົວຂຶ້ນຕື່ມອີກ
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານລັດຖະມົນຕີກະຊວງພາຍໃນ ທີ່ໄດ້ໃຫ້ກຽດຕ້ອນຮັບການຢ້ຽມຂໍ່ານັບໃນຄັ້ງນີ້ ແລະ ຍັງໄດ້ໃຫ້ຄໍາໝັ້ນວ່າ ຈະສືບຕໍ່ຮ່ວມມື ແລະ ສົ່ງເສີມວຽກງານໃນດ້ານຕ່າງໆໃນເກີດດອກອອກຜົນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ສອງຊາດ ລາວ-ໄທ.
0Shares
en_USEnglish