ຍົກລະດັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃຫ້ ພະນັກງານຫຼັກແຫຼ່ງ ກະຊວງພາຍໃນ ຊຸດທີ IV

ວັນທີ 15 ກໍລະກົດ 2024 ນີ້ ກະຊວງພາຍໃນ ໄດ້ເປີດບັ້ນຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃຫ້ ພະນັກງານຫຼັກແຫຼ່ງ ຂອງກະຊວງພາຍໃນ ຊຸດທີ IV ປີ 2024, ໂດຍການເປັນປະທານຂອງ ສະຫາຍ ນ. ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງພາຍໃນ, ເຂົ້າຮ່ວມມີ ຕາງໜ້າຂາກຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍຄະນະພັກກະຊວງ ຄະນະຫ້ອງການ ບັນດາກົມ ສະຖາບັນ ສູນ ແລະ ມີສໍາມະນາກອນ ທີ່ເປັນສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງກະຊວງພາຍໃນ 58 ສະຫາຍ ເຂົ້າຮ່ວມ.
ສະຫາຍ ນ. ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງພາຍໃນໄດ້ມີຄໍາເຫັນໂອ້ລົມຕໍ່ນັກສໍາມະນາກອນ ວ່າ: ວຽກງານກໍ່ສ້າງພັກເປັນວຽກຍຸດທະສາດສຳຄັນຂອງພັກ ຕ້ອງໄດ້ສືບຕໍ່ນໍາເອົາບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ໄປຄົ້ນຄວ້າຄືນຢ່າງເລິກເຊິ່ງ ແລະ ກໍາແໜ້ນແຕ່ລະເນື້ອໃນເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ຍຶດໝັ້ນ ແລະ ເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ອຸດົມການຂອງພັກບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່ຢ່າງເຂັ້ມງວດ ຕັ້ງໜ້າຄົ້ນຄວ້າແນວທາງນະໂຍບາຍຂອງພັກກ່ຽວກັບວຽກງານປ້ອງກັນພັກໃຫ້ເລິກເຊິ່ງ ປັບປຸງທັດສະນະຫຼັກໝັ້ນທາງດ້ານການເມືອງ ແນວຄິດ ຈຳແນກມິດ-ສັດຕູໃຫ້ຈະແຈ້ງ, ຍົກສູງສະຕິພັກ ສະຕິຊາດ ປົກປັກຮັກສາຄວາມລັບຂອງພັກ ຂອງຊາດ ຢ່າງເຂັ້ມງວດ, ຍົກສູງຄຸນນະພາບການນຳພາຮອບດ້ານຂອງການຈັດຕັ້ງຕົນ ເປັນຕົ້ນ: ຍົກບົດບາດເປັນແກນນໍາທາງດ້ານການເມືອງ, ບົດບາດນຳພາການເຄື່ອນໄຫວກໍ່ສ້າງພາຍໃນພັກ, ຕັ້ງໜ້າກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ, ປັບປຸງວິທີນຳພາຂອງໜ່ວຍພັກ, ສ້າງສະມາຊິກພັກໃຫ້ຖືກຕ້ອງ ແລະ ມີການປ່ຽນແປງເຂົ້າສູ່ຄຸນນະພາບໃໝ່ຢ່າງຈະແຈ້ງ ພ້ອມທັງເພີ່ມທະວີການກວດກາຕີລາຄາແບ່ງປະເພດຄຸນນະພາບການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກໃຫ້ເປັນປົກກະຕິ ເພື່ອຮັບປະກັນໃຫ້ແກ່ການຄົງຕົວ ແລະ ການຂະຫຍາຍຕົວຂອງພັກ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເອົາໃຈໃສ່ການຄຸ້ມຄອງ, ບໍາລຸງກໍ່ສ້າງພະນັກງານດ້ານຕ່າງໆ ເພື່ອສາມາດກຳໄດ້ທາງດ້ານຈຳນວນ, ຊີວະປະຫວັດ ແລະ ການເຄື່ອນໄຫວຂອງພະນັກງານ ພ້ອມທັງຕີລາຄາປະເມີນຜົນ ແລະ ສ້າງແຜນກຳນົດພະນັກງານ ເພື່ອເປັນບ່ອນອີງໃນການແຕ່ງຕັ້ງ, ຍົກຍ້າຍ, ສັບປ່ຽນໜ້າທີ່, ນຳໃຊ້ການເລື່ອນຊັ້ນຂອງພະນັກງານ ຢູ່ໃນແຕ່ລະຂົງເຂດຢ່າງເໜາະສົມ, ປະຕິບັດຕາມນະໂຍບາຍດ້ານຕ່າງໆ ທີ່ພະນັກງານ-ລັດຖະກອນໃຫ້ຖືກຕ້ອງຕາມລະບຽບການວາງອອກ.
ຊຸດຝຶກອົບຮົມຄັ້ງນີ້ຈະດໍາເນີນເປັນເວລາ 10 ວັນວມມ ສໍາມະນາກອນ ຈະໄດ້ຄົ້ນຄວ້າເອກະສານຕ່າງໆ ປະກອບມີ: ທັດສະນະຂອງພັກປະຊາຊົນປະຕິວັດລາວ ກ່ຽວກັບວຽກງານກໍ່ສ້າງພັກ, ລະບົບການເມືອງຂອງ ສປປ ລາວ ໃນເງື່ອນໄຂໃໝ່, ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບການຄຸ້ມຄອງສະມາຊິກພັກ, ຍົກສູງຄຸນນະພາບ ສ/ຊ ພັກ ແລະ ວຽກງານຂະຫຍາຍພັກ, ວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່, ແບບແຜນການນໍາພາ ແລະ ຫຼັກການລວມສູນປະຊາທິປະໄຕຂອງພັກ, ການດຳເນີນຊີວິດໜ່ວຍພັກ, ທັດສະນະຂອງພັກຕໍ່ພະນັກງານ ແລະ ວຽກງານພະນັກງານ, ວຽກງານຄຸ້ມຄອງພະນັກງານ, ວຽກງານສ້າງແຜນກຳນົດພະນັກງານນໍາ-ຄຸ້ມຄອງ, ການສ້າງມາດຕະຖານພະນັກງານ, ການສ້າງແຜນກໍ່ສ້າງ-ບໍາລຸງພະນັກງານນໍາພາ-ຄຸ້ມຄອງ, ຄວາມຮູ້ພື້ນຖານກ່ຽວກັບທິດສະດີຈັດຕັ້ງ ແລະ ການສ້າງໂຄງຮ່າງການຈັດຕັ້ງ, ການກະກຽມ ແລະ ກຳເນີນກອງປະຊຸມໃຫຍ່, ທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ສິດ ຂອງຄະນະຈັດຕັ້ງແຕ່ລະຂັ້ນ, ຄວາມຮູ້ພື້ນຖານກ່ຽວກັບວຽກກວດກາ, ຄວາມຮູ້ພື້ນຖານວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ, ການຄົ້ນຄ້ວາ-ສັງລວມ ແລະ ການຄຸ້ມຄອງເອກະສານວຽກງານຈັດຕັ້ງ.
 
0Shares
en_USEnglish