ປຶກສາຫາລືການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ຄະນະກຳມະການຊົນເຜົ່າ ສສ ຫວຽດນາມ

ກອງປະຊຸມປຶກສາຫາລືການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ຄະນະກຳມະການຊົນເຜົ່າ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2024 ຢູ່ ກະຊວງພາຍໃນ ໂດຍການເຂົ້າຮ່ວມຂອງ ທ່ານ ນ. ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ອີ່ທົ່ງ ຮອງລັດຖະມົນຕີ-ຮອງປະທານຄະນະກໍາມະການຊົນເຜົ່າ ສສ ຫວຽດນາມ, ທ່ານ Phan Minh Chính ອຸປະທູດຫວຽດນາມ ປະຈຳ ສປປ ລາວ, ຫົວໜ້າຫ້ອງການ/ຮອງຫົວໜ້າຫ້ອງການ, ຫົວໜ້າກົມ/ຮອງຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນ. ລີວົງ ລາວລີ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດຕາມບົດບັນທຶກການຮ່ວມມືສອງຝ່າຍ ໄລຍະ 2022-2030 ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ຄະນະກໍາມະການຊົນເຜົ່າ ສສ ຫວຽດນາມ, ຊຶ່ງໃນປີ 2023 ຜ່ານມາ ໄດ້ຈັດສົ່ງຄະນະຜູ້ແທນຂັ້ນກົມ ແລະ ວິຊາການ ຂອງກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ ຈໍານວນ 05 ທ່ານ ໄປເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານຊົນເຜົ່າ ທີ່ ສສ ຫວຽດນາມ, ໄດ້ຮັບພະນັກງານຄະນະກໍາມະການຊົນເຜົ່າ ສສ ຫວຽດນາມ ມາບໍາລຸງພາສາ-ວັດທະນະທໍາລາວ ທີ່ມະຫາວິທະຍາໄລແຫ່ງຊາດ ຈໍານວນ 01 ທ່ານ, ໄດ້ຈັດສົ່ງພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງ ສປປ ລາວ ໂດຍສະເພາະແມ່ນບັນດາຫ້ອງການພາຍໃນເມືອງ ທີ່ມີຊາຍແດນຕິດກັບ ສສ ຫວຽດນາມ ໄປຮ່ວມຝຶກອົບຮົມ ກ່ຽວກັບວຽກງານຊົນເຜົ່າ ທີ່ ສສ ຫວຽດນາມ ຈໍານວນ 40 ທ່ານ, ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນກົມ ຂອງຄະນະກໍາມະການຊົນເຜົ່າ ສສ. ຫວຽດນາມ ແລະ ໄດ້ກອງປະຊຸມພົບປະສອງຝ່າຍແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານຊົນເຜົ່າ ທີ່ ກະຊວງພາຍໃນ ສປປ ລາວ ໃນຄັ້ງວັນທີ 26 ເດືອນຕຸລາ ປີ 2023 ແລະ ໃນປີ 2024 ຈະໄດ້ຮັບພະນັກງານຄະນະກໍາມະການຊົນເຜົ່າ ສສ ຫວຽດນາມ ມາບໍາລຸງພາສາ-ວັດທະນະທໍາລາວ ຢູ່ມະຫາວິທະຍາໄລແຫ່ງຊາດ ຕື່ມອີກຈໍານວນ 02 ທ່ານ. ພ້ອມນັ້ນ, ຈະໄດ້ກະກຽມຈັດສົ່ງພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນ ໄປຮ່ວມຝຶກອົບຮົມວຽກງານຊົນເຜົ່າ ທີ່ ສສ ຫວຽດນາມ ຈໍານວນ 30 ທ່ານ ທັງນີ້ເພື່ອເປັນຜັນຂະຫຍາຍບົດບັນທຶກການຮ່ວມມືສອງຝ່າຍ ໄລຍະ 2022-2030 ແລະ ເພື່ອເພີ້ມທະວີສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສອງຊາດ, ສອງພັກ ແລະ ສອງລັດ ລາວ-ຫວຽດນາມ ຫວຽດນາມ-ລາວ ກໍ່ຄື ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ຄະນະກຳມະການຊົນເຜົ່າ ສສ ຫວຽດນາມ.
ການເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນວຽກງານຊົນເຜົ່າຂອງຄະນະຜູ້ແທນຂັ້ນສູງ ກໍ່ຄື ຂັ້ນວິຊາການ ລະຫວ່າງ ລາວ-ຫວຽດນາມ ແຕ່ລະໄລຍະ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກຄະນະກຳມະການຊົນເຜົ່າ ສສ ຫວຽດນາມ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ສໍາລັບກະຊວງພາຍໃນ ສປປ ລາວ ເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ພັກ ແລະ ລັດຖະບານ ມອບໝາຍໃຫ້ມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
 
0Shares
loພາສາລາວ