ແລກປ່ຽນບົດຮຽນ ກ່ຽວກັບວຽກງານຫັນຫົວໜ່ວຍວິຊາການໄປເປັນເຈົ້າຕົນເອງ

ໃນລະຫວ່າງວັນທີ 30 ເມສາ ຫາ 03 ພຶດສະພາ 2024 ກະຊວງພາຍໃນ, ໃນນາມກອງເລຂາຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ນໍາໂດຍ ທ່ານ ນິສິດ ແກ້ວປັນຍາ ຫົວໜ້າກອງເລຂາຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ, ຮອງລັດຖະມົນຕີີກະຊວງພາຍໃນ ພ້ອມດ້ວຍຄະນະຕາງໜ້າຈາກກະຊວງພາຍໃນ, ກະຊວງການເງີນ ແລະ ຫ້ອງວ່າການ ສໍານັກງານນາຍຍົກລັດຖະມົນຕີ ໄດ້ເດີ່ນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຫັນຫົວໜ່ວຍວິຊາການໄປເປັນເຈົ້າຕົນເອງ ແລະ ການຄຸ້ມຄອງພາລະກອນ ທີ່ຣາຊາອານາຈັກໄທ.

ໃນການໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຄັ້ງນີ້ ຄະນະຝ່າຍລາວ ໄດ້ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຫຼາຍຂະແໜງ ເປັນຕົ້ນແມ່ນ ແລກປ່ຽນບົດຮຽນໃນການສ້າງນິຕິກໍາ, ລະບຽບການໃນການຄຸ້ມຄອງ ຫົວໜ່ວຍວິຊາການ (ອົງການມະຫາຊົນ ແລະ ໜ່ວຍງານຂອງລັດຮູບແບບໃໝ່) ແລະ ວຽກງານຄຸ້ມຄອງພາລະກອນ (ພະນັກງານອົງການມະຫາຊົນ ແລະ ໜ່ວຍງານຂອງລັດຮູບແບບໃໝ່) ກັບ ສໍານັກງານພັດທະນາລະບົບຂ້າຣາຊາການ (ກ.ພ.ຣ).
ນອກນັ້ນກໍ່ຍັງໄດ້ພົບປະ ແລະ ແລກປ່ຽນບົດຮຽນຕົວຈິງໃນຫົວໜ່ວຍວິຊາການທີ່ກຸ່ມຕົນເອງດ້ານການເງິນໄດ້ໜ້ອຍ, ກຸ່ມຕົນເອງທາງດ້ານການເງິນໄດ້ຫຼາຍ ແລະ ກຸ່ມຕົນເອງທັງໝົດ ຮ່ວມກັບ ມະຫາວິທະຍາໄລບຣູລະພາ (ຈັງຫວັດຊົນບູລີ) ແລະ ໂຮງໝໍບ້ານແພ້ວ (ຈັງຫວັດສະມຸດສົງຄາມ). ການໄປທັດສະນະຄັ້ງນີ້ ທັງສອງຝ່າຍໄດ້ມີການປຶກສາຫາລື ແລະ ທາບທາມ ແນວທາງການຮ່ວມມື ເພື່ອສ້າງບົດບັນທຶກແຜນການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃນຕໍ່ໜ້າອີກດ້ວຍ.

0Shares
loພາສາລາວ