ພິທີປະດັບຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍລັດຖະບານ ໃຫ້ກອງສຳຫຼວດວັດແທກ, ກົມແຜນທີ່-ກົມໃຫ່ຍເສນາທິການກອງທັບ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ

ວັນທີ 03 ພະຈິກ 2022 ກະຊວງພາຍໃນ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຈັດພິທີປະດັບຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍລັດຖະບານ ໃຫ້ກອງສຳຫຼວດວັດແທກ, ກົມແຜນທີ່-ກົມໃຫ່ຍເສນາທິການກອງທັບ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຂື້ນ ທີ່ກະຊວງພາຍໃນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ພັນຕີ ຫງວຽນແທັງເຈືອງ ຫົວໜ້າກອງສຳຫຼວດວັດແທກ ກົມແຜນທີ່ກອງທັບ ສສ.ຫວຽດນາມ, ບັນດາທ່ານ ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ ຂອງກະຊວງພາຍໃນ ແລະ ຄະນະນຳກອງສຳຫຼວດວັດແທກ ສສຫວຽດນາມ ເຂົ້າຮ່ວມ.

ໃນພິທີ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ໃຫ້ກຽດຂຶ້ນປະດັບຫຼຽນກາມິດຕະພາບ 01 ໜ່ວຍ ໃຫ້ແກ່ກອງສຳຫຼວດວັດແທກ ສສ ຫວຽດນາມ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ຄະນະນຳກອງສຳຫຼວດວັດແທກ ສສ ຫວຽດນາມ ຈຳນວນ 03 ທ່ານ ຄື: ທ່ານ ພັນຕີ ຫງວຽນແທັງເຈືອງ ຫົວໜ້າກອງ, ທ່ານ ພັນຕີ ຫງວຽນແອັງເຢືອງ ຮອງຫົວໜ້າກອງ ແລະ ທ່ານ ພັນຕີ ເຈີ່ນແອັງດົ່ງ ຮອງຫົວໜ້າກອງ ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍລັດຖະມົນຕີກະຊວງພາຍໃນ 01 ໃບ ໃຫ້ ທ່ານ ພັນຕີ ດ່າວວັນເຮືອງ ຜູ້ກວດກາຕື່ມອີກ.

ການປະດັບຫຼຽນກາມິດຕະພາບ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ ກອງສຳຫຼວດວັດແທກ ສສ ຫວຽດນາມ ໃນຄັ້ງນີ້ ແມ່ນເປັນການຍ້ອງຍໍເຖິງຄຸນງາມຄວາມດີ ແລະ ຜົນງານດີເດັ່ນປະກອບສ່ວນໃນການພົວພັນຮ່ວມມືໃນຂົງເຂດວຽກງານສຳຫຼວດວັດແທກ ແລະ ແຜນທີ່ ລາວ-ຫວຽດນາມ ໃນໄລຍະຜ່ານມາໄດ້ຮັບຜົນສຳເລັດເປັນຢ່າງດີ. ເນື່ອງໃນໂອກາດ ສະເຫຼີມ ສະຫຼອງວັນສ້າງຕັ້ງກອງສຳຫຼວດວັດແທກ (01/01/1952-01/01/2022)ຄົບຮອບ 70 ປີ.

ການປະດັບຫຼຽນກາມິດຕະພາບ ແລະ ການມອບໃບຍ້ອງຍໍລັດຖະບານ ແມ່ນເປັນການປະກອບສ່ວນອັນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ກະຊວງພາຍໃນ ສປປ ລາວ ແລະ ກອງສຳຫຼວດວັດແທກ, ກົມແຜນທີ່-ກົມໃຫ່ຍເສນາທິການກອງທັບ, ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

0Shares