ສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS)
![](https://moha.gov.la/wp-content/uploads/2023/03/334256039_1924167067919996_7880188431504260938_n-1024x578.jpg)
ວັນທີ 28 ກຸມພາ 2023 ກະຊວງພາຍໃນ ໄດ້ຈັດກອງປະຊຸມທົບທວນກາງສະໄໝ ການຈັດຕັ້ງປະຕິບັດກິດຈະກໍາໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ຂຶ້ນ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ອາເລັກຊານເດີ ເຄຣມເມີ ຫົວໜ້າຫ້ອງການທະນາຄານໂລກປະຈໍາລາວ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມຂອງ ກະຊວງພາຍໃນ, ບັນດາກະຊວງທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງພົນລະເມືອງ, ບັນດາຫົວໜ້າພະແນກ-ຮອງຫົວໜ້າພະແນກພາຍໃນຂັ້ນແຂວງ, ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນເມືອງ ໃນຂອບເຂດທົ່ວປະເທດ, ບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານວິຊາການກົມຄຸ້ມຄອງພົນລະເມືອງ, ພະນັກງານໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລວມທັງ ໝົດ 300 ກວ່າທ່ານ.
![](https://moha.gov.la/wp-content/uploads/2023/03/334056475_202753042340520_1322182847771445722_n-1024x578.jpg)
ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວເປີດກອງປະຊຸມບາງຕອນສໍາຄັນວ່າ: ການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນວຽກງານໜື່ງທີ່ມີຄວາມສຳຄັນຫຼາຍ, ຕິດພັນກັບຜົນປະໂຫຍດຂອງປະຊາຊົນ, ການສະໜັບສະໜູນການປົກຄອງທີ່ດີ ແລະ ການພັດທະນາ, ຊຶ່ງລັດຖະບານ ໄດ້ຖືເອົາວຽກງານດັ່ງກ່າວ ເປັນວຽກບຸລິມະສິດທີ່ຈໍາເປັນ ແລະ ຮີບດ່ວນ ໂດຍໄດ້ກໍານົດວິໄສທັດ ແລະ ຄາດໝາຍສູ້ຊົນ: ສໍາລັບ ສປປ ລາວ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນການປະກອບສ່ວນເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ X ແລະ XI ຂອງພັກ ທີ່ໄດ້ກໍານົດຮອດປີ 2030 ສິດທິຂອງພົນລະເມືອງຕ້ອງຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ, ຄາດໝາຍສູ້ຊົນ ຮອດປີ 2025 “ພົນລະເມືອງລາວໃນເກນອາຍຸ ໄດ້ສໍາເລັດການສຶກສາຂັ້ນມັດທະຍົມຕົ້ນ, ປະຊາຊົນ ໄດ້ຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີ, ກໍາລັງແຮງງານ ໄດ້ຮັບການພັດທະ ນາທັງທາງດ້ານປະລິມານ ແລະ ຄຸນນະພາບ”, ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2016-2025 ພົນລະເມືອງລາວ ຕ້ອງໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ການສຶກສາ, ຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ກໍ່ຄື ວິໄສທັດຮອດປີ 2030 ພົນລະເມືອງລາວທຸກຄົນຈະໄດ້ຊົມໃຊ້ການບໍລິການການຈົດທະບຽນ, ການປົກຄອງທີ່ດີ ແລະ ການພັດທະນາ. ທັງເປັນການສູ້ຊົນໃຫ້ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (SDGs), ສົນທິສັນຍາວ່າດ້ວຍສິດທິເດັກ, ສິດທິມະນຸດ ແລະ ປະຕິບັດຕາມຖະແຫຼງການພາກພື້ນອາຊີ-ປາຊີຟິກ ທີ່ບັນດາຜູ້ນໍາໄດ້ຮັບຮອງຮ່ວມກັນ ໃນປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%, ພ້ອມທັງຮັບປະກັນໃຫ້ພົນລະເມືອງລາວທຸກຄົນໄດ້ເຂົ້າເຖິງການບໍລິການຢ່າງທົ່ວເຖິງ ແລະ ເພື່ອອຳນວຍຄວາມສະດວກໃນການບັນທຶກ ບໍລິຫານຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຄຸ້ມຄອງພົນລະເມືອງ ຢູ່ຂັ້ນເມືອງ ແລະ ຂັ້ນແຂວງ ເປັນລະບົບ ໃນປີ 2020 ກະຊວງພາຍໃນ ໄດ້ສ້າງຕັ້ງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ໂດຍນໍາໃຊ້ທຶນກູ້ຢືມຈາກທະນາຄານ.
![](https://moha.gov.la/wp-content/uploads/2023/03/333936068_750048389781811_903429474420674810_n-1024x578.jpg)
ທ່ານ ນ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ/ຫົວໜ້າໂຄງການຈົດທະບຽນ ແລະ ສະຖິຕິພົນເມືອງ ໄດ້ຜ່ານບົດສະຫຼູບທົບທວນກາງສະໄໝການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ(CRVS) ແຕ່ປິ 2020-2022 ໂດຍໄດ້ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນ: ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ CRVS ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 28 ເມສາ 2020 ໂດຍການສະໜັບສະໜຸນງົບປະມານຈາກທະນາຄານໂລກ ເພື່ອສຸມໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025, ກົດໝາຍ ວ່າດ້ວຍທະບຽນຄອບຄົວ ແລະ ການພັດທະນາລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ (eCRVS) ເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດງານຄຸ້ມຄອງພົນລະເມືອງຢູ່ ຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ເປັນລະບົບ, ແຕ່ປີ 2020 -2022 ຂັ້ນສູນກາງ ໄດ້ສໍາເລັດການເຜີຍແຜ່ກົດໝາຍວ່າດ້ວຍທະບຽນຄອບຄົວ ປີ 2018, ຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025 ແລະ ນິຕິກໍາລຸ່ມກົດໝາຍ ໃຫ້ແກ່ ພະນັກງານຂະແໜງການພາຍໃນ ແລະ 07 ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ ແລະ ເມືອງ ຈຳນວນ 18 ແຂວງ ແລະ 148 ເມືອງ ໃນຂອບເຂດທົ່ວປະເທດ, ປີ 2021-2022 ຂັ້ນທ້ອງຖິ່ນ ໄດ້ເຜີຍແຜ່ໃຫ້ຫ້ອງການພາຍໃນຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງເມືອງ ຈໍານວນ 148 ເມືອງ ແລະ ອົງການປົກຄອງບ້ານ ຈໍານວນ 4,834 ບ້ານ; ກະກຽມເນື້ອໃນ ແລະ ປະສານສົມທົບກັບກະຊວງກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມລັດຖະມົນຕີພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 02 ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຢູ່ ບາງກອກ ປະເທດໄທ; ປັບປຸງ ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍທະບຽນຄອບຄົວ ສະບັບປີ 2018 ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງພາຍໃນ; ປັບປຸງ ດໍາລັດ ວ່າດ້ວຍການແຕ່ງດອງລະຫວ່າງ ພົນລະເມືອງລາວ ກັບຄົນຕ່າງປະ ເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ; ຄົ້ນຄວ້າເນື້ອໃນ ຄູ່ມືແນະນໍາຂັ້ນຕອນດໍາເນີນການຈົດທະບຽນຄອບຄົວ (SOPs), ປື້ມບັນທຶກການແຈ້ງ ແລະ ການຈົດທະບຽນຄອບຄົວ 07 ປະເພດ ແລະ ແບບຟອມການຈົດທະບຽນຄອບຄົວ 07 ປະເພດ (ການເກີດ, ການແຕ່ງດອງ, ການຢ່າງຮ້າງ, ການປ່ຽນຊື່ ຫຼື ນາມສະກຸນ, ການປ່ຽນສັນຊາດ, ການເສຍຊີວິດ, ການຍົກຍ້າຍຂອງພົນລະເມືອງ, ການແຈ້ງເກີດ ແລະ ການແຈ້ງເສຍຊີວິດຂອງຂັ້ນບ້ານ) ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການພາຍໃນ; ການປົກຄຸມ ການຈົດທະບຽນການເກີດ ໃນທົວປະເທດ ເທົ່າກັບ (40.6% ໃນປີ 2020), (59.9% ໃນປີ 2021) ແລະ (61.9% ໃນປີ 2022) ແລະ ການປົກຄຸມ ການຈົດທະບຽນການເສຍຊີວິດ ໃນທົ່ວປະເທດ (38.3 % ໃນປີ 2020), (15.7% ໃນປີ 2021) ແລະ (26.9% ໃນປີ 2022); ສ້າງ ແລະ ພັດທະນາລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ (eCRVS) ທີ່ສາມາດເຊື່ອມໂຍງກັບລະບົບຖານຂໍ້ມູນບັນດາຂອງບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ລະບົບຂໍ້ມູນສໍາມະໂນຄົວ ແລະ ບັດປະຈຳຕົວ, ລະບົບຂໍ້ມູນສູນສະຖິຕິແຫ່ງຊາດ, ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ, ຍຸຕິທຳ, ການຕ່າງປະເທດ, ກະສິກຳ ແລະ ລະບົບຂໍ້ມູນຂະແໜງການອື່ນໆ.
![](https://moha.gov.la/wp-content/uploads/2023/03/334044348_749753373224380_2060083709396933812_n-1024x578.jpg)
ນອກຈາກນັ້ນ, ກອງປະຊຸມປະຊຸມຄັ້ງນີ້ ຍັງໄດ້ຈັດພິທີເປີດບັ້ນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຼນິກ eCRVS ຢ່າງເປັນທາງການ, ຊຶ່ງເປັນລະບົບການໃຫ້ບໍລິການຈົດທະບຽນ ແບບອອນລາຍ ແລະ ອອບລາຍ ຜ່ານຄອມພິວເຕີ ແລະ ໂທລະສັບມືຖື ທີ່ສາມາດເຊື່ອມຕໍ່ຂໍ້ມູນຈາກຫ້ອງການພາຍໃນເມືອງ ຫາ ຂັ້ນສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງ, ສາມາດສ້າງການລາຍງານສະຖິຕິພົນລະເມືອງ ປະຈໍາວັນ, ປະຈໍາເດືອນ ແລະ ປະຈໍາປີ ດ້ວຍຫຼາຍຮູບແບບ ແລະ ຍັງມີປ່ອງບໍລິການ ເພື່ອໃຫ້ປະຊາຊົນສາມາດສະແດງຄໍາຄິດຄໍາເຫັນຕໍ່ການບໍລິການຈົດທະບຽນພົນລະເມືອງຂອງພາກລັດ ແບບອອນລາຍ.
![](https://moha.gov.la/wp-content/uploads/2023/03/334265866_1436872340472459_913405793341375417_n-1024x578.jpg)