ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຮ່າງດຳລັດວ່າດ້ວຍການໃຫ້ສັນຊາດລາວ ແກ່ນັກລົງທຶນຕ່າງປະເທດ

ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຮ່າງດຳລັດວ່າດ້ວຍການໃຫ້ສັນຊາດລາວ ແກ່ນັກລົງທຶນຕ່າງປະເທດ ໄດ້ຈັດຂຶ້ນໃນວັນທີ 1 ພະຈິກ 2022 ທີ່ ກະຊວງພາຍໃນ ໂດຍການເປັນປະທານຮ່ວມຂອງທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ນ. ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ມີ ຕາງໜ້າຫ້ອງການ, ບັນດາກົມ, ພະນັກງານ-ລັດຖະກອນຂອງບັນດາກະຊວງທີ່ກ່ຽວຂ້ອງໃນຄະນະຮັບຜິດຊອບເຂົ້າຮ່ວມ.

ກອງປະຊຸມ ທ່ານ ນ. ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ໄດ້ລາຍງານສະພາບລວມກ່ຽວກັບຮ່າງດຳລັດວ່າດ້ວຍການໃຫ້ສັນຊາດລາວ ແກ່ນັກລົງທຶນຕ່າງປະເທດ ໂດຍຮ່າງດຳລັດສະບັບດັ່ງກ່າວສ້າງຂຶ້ນເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາການໃຫ້ສັນຊາດ ແລະ ຖອນສັນຊາດລາວຄືນ ແກ່ນັກລົງທຶນຕ່າງປະເທດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບຮູ້ຜົນງານ, ຄຸນງາມຄວາມດີພົ້ນເດັ່ນ ແລະ ຍົກຄວາມຮັບຜິດຊອບ ຕໍ່ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຊິ່ງຮ່າງດຳລັດປະກອບມີ 9ໝວດ ແລະ ມີ 36 ມາດຕາ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ປະກອບຄວາມຄິດຄວາມເຫັນໃສ່ຮ່າງດຳລັດສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອໃນຮັດກຸມ, ຈະແຈ້ງ ແລະ ຄົບຖ້ວນສົມບູນຍິ່ງຍິ່ງຂຶ້ນ ເພື່ອໃຫ້ຄະນະຮັບຜິດຊອບນຳໄປປັບປຸງຄືນ ເພື່ອນຳສະເໜີໃນກອງປະຊຸມຄັ້ງຕໍ່ໄປ.

 

0Shares