ຄສມດ ກະຊວງພາຍໃນ ສະຫຼຸບວຽກງານປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023

ວັນທີ 9 ທັນວາ 2022 ນີ້ ຄະນະກໍາມາທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງພາຍໃນ (ຄສມດ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023, ໂດຍການເປັນປະທານຂອງທ່ານ ນ. ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງພາຍໃນ, ມີຮອງປະທານ ຄສມດ, ປະທານ-ຮອງປະທານໜ່ວຍແມ່ຍິງ, ພະນັກງານ-ລັດຖະກອນຂອງຫ້ອງການ, ກົມ, ສະຖາບັນ ແລະ ສູນ ທີ່ສັງກັດກະຊວງພາຍໃນເຂົ້າຮ່ວມ.
อาจเป็นรูปภาพของ 2 คน
ໃນກອງປະຊຸມທ່ານ ນ. ຄໍາພູນ ແກ້ວສະຫວັນ ຜູ້ຊ່ວຍຄະນະນໍາ ຮອງປະທານ ຄສມດ ກະຊວງພາຍໃນ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກຄວາມສະເໝີພາບຍິງ-ຊາຍ ແລະ ວຽກແມ່ ແລະ ເດັກ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ວ່າ: ໃນໄລະຍະ 1 ປີຜ່ານມາ ຄສມດ ກະຊວງພາຍໃນ ໄດ້ສໍາເລັດ ແລະ ປະກາດໃຊ້ ຄູ່ມື ແນະນໍາ ຂັ້ນຕອນການຈົດທະບຽນຄອບຄົວຂອງ ຂະແໜງການພາຍໃນ (SoPs) ແລະ ປັບປຸງບັນດາແບບຟອມຕ່າງໆ (ພາສາລາວ ແລະ ພາສາອັງກິດ), ປື້ມບັນທຶກການແຈ້ງ ແລະ ການຈົດທະບຽນການເກີດ ພ້ອມທັງກະກຽມຈັດພິມ ເພື່ອແຈກຢາຍໃຫ້ຂັ້ນແຂວງ ແລະ ຂັ້ນເມືອງ ໃນຂອບເຂດທົ່ວປະເທດ, ໄດ້ສໍາເລັດການຄົ້ນຄວ້າຂັ້ນກະຊວງ ຮ່າງຍຸດທະສາດ ວ່າດ້ວຍການພັດທະນາວຽກງານຊົນເຜົ່າ ຊຶ່ງໄດ້ກໍານົດການສົ່ງເສີມ ແລະ ພັດທະນາແມ່ຍິງຊົນເຜົ່າ ໂດຍສະເພາະໃນເຂດຊົນນະບົດຫ່າງໄກ, ສໍາເລັດການຄົ້ນຄວ້າ ຂັ້ນກະຊວງ ຮ່າງຍຸດທະສາດ ວ່າດ້ວຍການຄຸ້ມຄອງພະນັກງານ-ລັດຖະກອນ ຮອດປີ 2030, ຊຶ່ງໄດ້ກໍານົດແຜນງານ ແລະ ຄາດໝາຍສູ້ຊົນ ກ່ຽວກັບການສົ່ງເສີມລັດຖະກອນເພດຍິງ. ນອກນີ້ ຄະນະພັກ ຄະນະນໍາ ກະຊວງພາຍໃນ ຍັງໄດ້ສ້າງເງື່ອນໄຂໃຫ້ເພດຍິງ ໄດ້ມີໂອກາດປະກອບສ່ວນທາງດ້ານຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງເຕັມສ່ວນ, ໂດຍເພີ່ມການຝຶກອົບຮົມ ແລະ ພັດທະນາແມ່ຍິງໃນວຽກພັກ ແລະ ຕໍາແໜ່ງຜູ້ບໍລິຫານຄຸ້ມຄອງ.
อาจเป็นรูปภาพของ 18 คน, ผู้คนกำลังยืน และ สถานที่ในร่ม
ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ ດໍາລັດວ່າດ້ວຍຊຸດເຄື່ອງນຸ່ງປະຈໍາຊາດ ຈາກກົມສີລະປະ-ວັດທະນະທໍາ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍໄດ້ຍົກໃຫ້ເຫັນວ່າ ດໍາລັດສະບັບນີ້ ໄດ້ກໍານົດອົງປະກອບ, ມາຕະຖານ ຂອງຊຸດເຄື່ອງນຸ່ງປະຈໍາຊາດ ເພື່ອໃຫ້ມີຄວາມເປັນເອກະພາບ, ຮັກສາໄດ້ລັກສະນະຊາດ, ມະຫາຊົນ ແລະ ກ້າວໜ້າ ແນ່ໃສ່ອະນຸລັກ, ສືບທອດ ຮີດຄອງປະເພນີ, ເສີມຂະຫຍາຍ ແລະ ພັດທະນາຫົວຄິດປະດິດສ້າງຂອງປະຊາຊົນ ດ້ານສີໄມ້ລາຍມືອັນປານີດຈົບງາມທີ່ເປັນເອກະລັກອັນໂດດເດັ່ນຂອງຊາດ. ພ້ອມນີ້ ຍັງໄດ້ຮັບຟັງການບັນຍາຍໃນຫົວຂໍ້ ການຍຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຈາກສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ອີກດ້ວຍ.
0Shares