ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ຊຸກຍູ້ວຽກງານການບໍລິການຜ່ານປະຕູດຽວ ຢູ່ເມືອງບາຈຽງຈະເລີນສຸກ
ໃນວັນທີ 21 ກຸມພາ 2023 ທີ່ຫ້ອງການປົກຄອງເມືອງບາຈຽງຈະເລີນສຸກ, ທ່ານ ນິສິດ ແກ້ວປັນຍາ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານການບໍລິການພາກລັດ ກໍ່ຄືກັນບໍລິການຜ່ານປະຕູດຽວ ຂອງເມືອງບາຈຽງຈະເລີນສຸກ ຊຶ່ງມີ ທ່ານ ຄຳຕັນ ຊົມພັນດອນ ກຳມະການພັກແຂວງ ຫົວໜ້າພະແນກພາຍໃນແຂວງຈຳປາສັກ, ບັນດາຮອງເຈົ້າເມືອງ ແລະ ພະນັກງານຫຼັກແຫຼ່ງຂອງເມືອງບາຈຽງຈະເລີນສຸກ ໃຫ້ການຕ້ອນຮັບ.
![](https://moha.gov.la/wp-content/uploads/2023/03/334099278_528931769323491_278524648792214467_n.jpg)
ໃນໂອກາດນີ້ ທ່ານ ປ.ອ ຄຳກິ່ງແກ້ວ ປັດທຳມະວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງບາຈຽງຈະເລີນສຸກ ໄດ້ລາຍງານສະພາບການຈັດຕັ້ງວຽກງານໃນໄລຍະຜ່ານມາຂອງສູນບໍລິການຜ່ານປະຕູດຽວ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດ, ຂໍ້ສະດວກ ແລະ ຂໍຫຍຸ້ງຍາກ ຊຶ່ງເຫັນໄດ້ວ່າການບໍລິການຜ່ານປະຕູດຽວ ແມ່ນຂອດການບໍລິການຂອງລັດ ເພື່ອຮັບໃຊ້ປະຊາຊົນ ແລະ ເຮັດໃຫ້ການເຂົ້າເຖິງການບໍລິການຂອງພາກລັດຂອງປະຊາຊົນໄດ້ຮັບຄວາມສະດວກສະບາຍ. ນອກນັ້ນ, ວຽກງານການບໍລິການຜ່ານປະຕູດຽວຍັງເຮັດໃຫ້ກົນໄກຂັ້ນຕອນການເຮັດວຽກຂອງພາກລັດມີຄວາມວ່ອງໄວ, ມີປະສິດທິພາບສູງ ແລະ ໂປ່ງໃສ.
![](https://moha.gov.la/wp-content/uploads/2023/03/334183759_1270709590467040_5382186483350708547_n.jpg)
ການບໍລິການຜ່ານປະຕູດຽວ ແມ່ນເພີ່ອຜັນຂະຫຍາຍແນວທາງຂອງພັກ-ລັດ ແລະ ເພື່ອປັບປຸງການບໍລິຫານລັດໃຫ້ປອດໄພ ແລະ ໂປງໃສ ສາມາດອໍານວຍຄວາມສະດວກໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງລັດໄດ້ຢ່າງວ່ອງໄວ ແລະ ຍັງແມ່ນສ່ວນໜື່ງຂອງວຽກງານປັບປຸງກົນໄກການປົກຄອງ ແລະ ມີຄວາມສຳຄັນຕໍ່ກັບການປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງອົງການບໍລິຫານລັດ ພ້ອມທັງຍົກສູງປະສິທິພາບ ແລະ ປະສິດທິຜົນ.
![](https://moha.gov.la/wp-content/uploads/2023/03/334446281_126600783679055_2851076907493917822_n.jpg)