ສ້າງຄວາມເຂັ້ມແຂງ ໃຫ້ ພະນັກງານ-ລັດຖະກອນເພດຍິງ ກະຊວງພາຍໃນ

ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ ພະນັກງານ-ລັດຖະກອນ ເພດຍິງ ກະຊວງພາຍໃນ ຊຸດທີ I ໄດ້ໄຂຂຶ້ນໃນວັນທີ 31 ກໍລະກົດ 2023 ໂດຍການເປັນປະທານຂອງ ທ່ານ ນ. ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ-ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນກະຊວງພາຍໃນ, ເຂົ້າຮ່ວມມີ ທ່ານ ນ. ຄຳພູນ ແກ້ວສະຫວັນ ປະທານສະຫະພັນແມ່ຍິງກະຊວງພາຍໃນ, ທ່ານ ນ ສິນທະມາລາ ລານາວັນ ຫົວໜ້າກົມໂຄສະນາ ແລະ ວັດທະນະທໍາ ສູນກາງສະຫະພັນແມ່ຍິງລາວ, ຄະນະກໍາມາທິການເພືີ່ອຄວາມກ້າວໜ້າແມ່ຍິງ ແລະ ແມ່ເດັກ ກະຊວງພາຍໃນ, ຄະນະຫ້ອງການ, ກົມ, ສະຖານບັນ, ສູນ ແລະ ເອື້ອຍນ້ອງສະມາຊິກແມ່ຍິງ.
ທ່ານ ນ. ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນເປີດກອງປະຊຸມວ່າ: ເພືີ່ອສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດ ໃຫ້ເອືື້ອຍນ້ອງລັດຖະກອນເພດຍິງຂອງພວກເຮົາໃນຄັ້ງນີ້ ແມ່ນໄດ້ກໍານົດເອົາ 9 ຫົວຂໍ້ສຳຄັນ ທີ່ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ຊຶ່ງບໍ່ສະເພາະແຕ່ເຮັດໃຫ້ເອື້ອຍນ້ອງພວກເຮົາມີຄວາມຮູ້ຄວາມເຂົ້າໃຈຕື່ມ ກ່ຽວກັບວຽກງານແມ່ຍິງ ແຕ່ຍັງຈະເປັນການສ້າງຄວາມເຂັ້ມແຂງດ້ານການສືີ່ສານ, ບຸກຄະລິກະພາບ ແລະ ເສີມສ້າງຄວາມໝັ້ນໃຈ ໄປພ້ອມໆກັນ ເພືີ່ອເຮັດໃຫ້ເອືື້ອຍນ້ອງແມ່ຍິງ ສາມາດຈັດຕັ້ງປະຕິບັດວຽກງານໄດ້ຢ່າງມີປະສິດທິພາບສູງ. ການພັດທະນາທັກສະໃນການສືີ່ສານທີ່ດີ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ໂດຍສະເພາະໃນຍຸກປັດຈຸບັນ ທີ່ເປັນຍຸກແຫ່ງຄວາມກ້າວໜ້າໃນດ້ານຕ່າງໆ ທັກສະການສືີ່ສານທີ່ດີ ຈຶີ່ງເປັນຄຸນສົມບັດຕິດຕົວອັນໜຶີ່ງຂອງພະນັກງານ-ລັດຖະກອນ ເພືີ່ອສືີ່ສານແນວທາງນະໂຍບາຍ, ວຽກງານຕ່າງໆ ທີ່ເປັນປະໂຫຍດ, ເຖິງວ່າພວກເຮົາຈະມີຄວາມຮູ້ຫລາຍປານໃດກໍຕາມ ແຕ່ຖ້າບໍ່ສາມາດສືີ່ສານອອກມາໃຫ້ຄົນອືີ່ນຈັດຕັ້ງປະຕິບັດນໍາໄດ້ ກໍບໍ່ມີຄວາມໝາຍ. ນອກນີ້ ທ່ານຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ຈົ່ງພ້ອມກັນຄົ້ນຄວ້າ, ແລກປ່ຽນຄໍາຄິດເຫັນຢ່າງເລິກເຊິີ່ງນໍາຄູຝຶກ, ສ້າງຄວາມເຂົ້າໃຈ ແລະ ນໍາເອົາເນືື້ອໃນຈິດໃຈຂອງ ການຝຶກອົບຮົມໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານທີ່ຮັບຜິດຊອບໃຫ້ມີຜົນສໍາເລັດ ແລະ ມີປະສິດທິພາບສູງ.
ກອງປະຊຸມຝຶກອົບຮົມຈະດໍາເນີນໄປເປັນເວລາ 05 ວັນ ຄື ແຕວັນທີ 31 ກໍລະກົດ-04 ສິງຫາ 2023 ຈຶ່ງຈະອັດລົງ. ບົດຮຽນທີ່ນໍາມາຝຶກອົບຮົມ ປະກອບມີ 09 ບົດທີ່ຕິດພັນກັບວຽກງານແມ່ຍິງ ເຊັ່ນ :1) ພືື້ນຖານທິດສະດີ ແລະ ທັດສະນະຂອງພັກກ່ຽວກັບວຽກງານແມ່ຍິງ 2) ຄວາມຮູ້ກ່ຽວກັບບົດບາດຍິງ-ຊາຍ 3) ບາງບັນຫາກ່ຽວກັບການນໍາພາ ບໍລິຫານວຽກງານ 4) ການພັດທະນາບຸກຄະລິກຄະພາບຂອງພະນັກງານເພດຍິງ 5) ການພັດທະນາທັກສະຄວາມເປັນຜູ້ນໍາຂອງເພດຍິງ 6) ວຽກງານພົວພັນຮ່ວມມືກັບສາກົນ 7) ວຽກງານພິທີການທູດການພັດທະນາທັກສະໃນການນໍາສະເໜີ 9) ບົດບາດແມ່ຍິງລາວໃນປະຫວັດສາດສະໄໝລ້ານຊ້າງ.
ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ ພະນັກງານ-ລັດຖະກອນ ເພດຍິງ ກະຊວງພາຍໃນ ຊຸດທີ I ມີສໍາມະນາກອນ ເຂົ້າຮ່ວມ 43 ຄົນ.
0Shares
loພາສາລາວ