ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ

ຕອນບ່າຍຂອງວັນທີ 25 ມີນາ 2024 ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຟ່າມ ທິ ແທັງຈ່າ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສສ ຫວຽດນາມ, ມີເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ບັນດາທ່ານຮອງລັດຖະມົນຕີ, ຄະນະຜູ້ແທນຈາກກະຊວງພາຍໃນ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຈາກກະຊວງພາຍໃນ ແຫ່ງ ສປປ ລາວ ເຂົ້າຮ່ວມ.
ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສປປ ລາວ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມບົນຈິດໃຈຖານມິດສະຫາຍອ້າຍນ້ອງຄວາມສາມັກຄີພິເສດ ຕໍ່ທ່ານລັດຖະມົນຕີ ຈາກ ສສ ຫວຽດນາມ ພ້ອມດ້ວຍຄະນະທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ຮ່ວມເຮັດວຽກກັບກະຊວງພາຍໃນຄັ້ງນີ້, ພ້ອມກັນນີ້ຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ເປັນວຽກບູລິມະສິດຈຸດສຸມຂອງ ກະຊວງພາຍໃນ ສປປ ລາວ ໂດຍສະເພາະແມ່ນ:
1. ວຽກງານວຽກງານປັບປຸງກົງຈັກ:
ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ຕິດພັນກັບການກໍານົດຕໍາແໜ່ງງານຕາມທິດກະທັດຮັດ, ແທດເໝາະກັບຕົວຈິງ ເຮັດໃຫ້ການປັບປຸງກົງຈັກແຕ່ສູນກາງລົງຮອດທ້ອງຖີ່ນໄປຕາມທິດທີ່ວ່າ: ການຈັດຕັ້ງໜຶ່ງ ແລະພະນັກງານຜູ້ໜຶ່ງ ຕ້ອງຮັບຜິດຊອບຫຼາຍວຽກ ບົນພື້ນຖານທິດນຳດັ່ງກ່າວນີ້ຈຶ່ງໄດ້ປັບປຸງພາລະບົດບາດ-ສັບຊ້ອນບາງວຽກງານຂອງ ບັນດາກະຊວງ, ອົງການການຈັດຕັ້ງລັດຂັ້ນສູນກາງ ແລະ ທ້ອງຖິ່ນຄືນໃໝ່ ໂດຍໄດ້ໂຮມກົງຈັກການຈັດຕັ້ງທີ່ມີພາລະບົດບາດຄ້າຍຄຽງກັນເຂົ້າ ເຮັດໃຫ້ ກົງຈັກການຈັດຕັ້ງ ຂອງລັດຖະບານຫຼຸດລົງຈາກ 21 ພາກສ່ວນໃນເມື່ອກ່ອນ ມາເປັນ 19 ພາກສ່ວນ, ກົງຈັກການຈັດຕັ້ງຂັ້ນກົມສາມາດຫຼຸດລົງໄດ້ 43 ກົມ, ຂັ້ນພະແນກຫຼຸດລົງ 136 ພະແນກ, ກົງຈັກຂັ້ນພະແນກການຂັ້ນແຂວງ ຫຼຸດລົງ 308 ຂະແໜງ ແລະ ກົງຈັກການຈັດຕັ້ງຂັ້ນເມືອງ ຫຼຸດລົງ 2.253 ໜ່ວຍງານ. ໄປພ້ອມດຽວກັນນັ້ນ, ໄດ້ປັບປຸງວຽກງານບໍລິການຜ່ານປະຕູດຽວໃຫ້ມີຄຸນະພາບກວ່າເກົ່າ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການໄດ້ວ່ອງໄວ ແລະ ສະດວກງ່າຍດາຍ ຊຶ່ງສາມາດຂະຫຍາຍສູນບໍລິການຜ່ານປະຕູດຽວ ເພີ່ມຕື່ມ 09 ແຫ່ງ, ຈາກ 43 ສູນ ໃນປີ 2020 ມາເປັນ 55 ສູນ ໃນປີ 2023 ໃນນັ້ນຢູ່ຂັ້ນແຂວງມີ 20 ແຫ່ງ ແລະ ຂັ້ນເມືອງມີ 35 ແຫ່ງ, ສາມາດປະຕິບັດໄດ້ລື່ນຄາດໝາຍຕາມທີ່ໄດ້ກຳນົດໃນວາລະແຫ່ງຊາດ (ຄາດໝາຍ ແຜນການ 05 ປີ ແຕ່ປີ 2021-2025 ແມ່ນ 58 ແຫ່ງ).
2. ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ:
ຄົ້ນຄວ້ານະໂຍບາຍຫຼຸດຜ່ອນຈຳນວນພະນັກງານ-ລັດຖະກອນ ຢູ່ໃນບັນດາກົງຈັກການຈັດຕັ້ງຂອງພັກ-ລັດໃຫ້ມີຄວາມກະທັດຮັດ, ຄ່ອງຕົວ ແລະ ມີປະສິດທິພາບສູງກວ່າເກົ່າ ຕາມທິດຊີ້ນໍາຂອງລັດຖະບານ ດ້ວຍການຈຳກັດໂກຕາລັດຖະກອນໃນແຕ່ລະປີໃຫ້ໜ້ອຍລົງ ຖ້າທຽບໃສ່ຈຳນວນ ໂຄຕ້າລັດຖະກອນ ໃນປິ 2021 ຈໍານວນ 1.600 ຄົນ, ປີ 2022 ຈໍານວນ 1300 ຄົນ, ປີ 2023 ຈໍານວນ 800 ຄົນ. ສາມາດຫລຸດ ຜ່ອນຈໍານວນລັດຖະກອນທົ່ວປະເທດໄດ້ຈາກຈໍານວນ 176,151 ຄົນໃນປີ 2021 ມາເປັນ ຈໍານວນ 172,341 ຄົນ ແລະ ໃນປີ 2023 ຫລຸດຫລົງ ຈໍານວນ 3.810 ຄົນ ເມື່ອທຽບກັບຈໍານວນປະຊາກອນແມ່ນ ຫລຸດຈາກ 2.40% ເຫລືອພຽງ 2.28% ໃນໄລຍະ 03 ປີ. ພ້ອມດຽວກັນນັ້ນ, ກໍ່ໄດ້ຄົ້ນຄວ້າການປ່ຽນຊື່ຕໍາແໜ່ງບໍລິຫານ-ການປົກຄອງ, ຊື່ເອີ້ນຕໍາແໜ່ງວິຊາການຢູ່ຂົງເຂດຕ່າງໆ ພ້ອມທັງກົນໄກ ແລະ ລະບອບການເຄື່ອນຍ້າຍ, ຫັນພະນັກງານຈາກສູນກາງລົງສູ່ທ້ອງຖິ່ນ ແລະ ທ້ອງຖິ່ນມາຢູ່ສູນກາງ; ຄົ້ນຄວ້າລະບຽບການ, ນະໂຍບາຍເງີນເດືອນ, ເງິນອຸດໜູນໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຕິບັດນະໂຍບາຍສົ່ງເສີມວິຊາການຕໍ່ພະນັກງານ ທີ່ມີຜົນງານໃນການປະຕິບັດໜ້າທີ່ໃດ້ມີປະສິດທິພາບ.
3. ວຽກງານການປົກຄອງທ້ອງຖິ່ນ:
ໄດ້ສົມທົບກັບບັນດາແຂວງ, ນະຄອນຫຼວງວຽງຈັນ ແກ້ໄຂບັນຫາເຂດແດນເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ ກັບ ແຂວງ, ແຂວງ ກັບ ແຂວງ ໃນຂອບເຂດທົ່ວປະເທດມາເຖິງປະຈຸບັນແມ່ນສາມາດແກ້ໄຂບັນຫາເຂດແດນເຊື່ອມຕໍ່ໃນທົ່ວປະເທດສຳເລັດ ຮ້ອຍສ່ວນຮ້ອຍ. ໄດ້ລົງເກັບກໍາຂໍ້ມູນຢູ່ທ້ອງຖີ່ນເພື່ອເປັນບ່ອນອີງໃຫ້ແກ່ການສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າສ້າງຕັ້ງກົງຈັກການປົກຄອງຕ່ຳສຸດຢູ່ຂັ້ນຮາກຖານ ດ້ວຍການສ້າງຕັ້ງຕາແສງຄືນໃໝ່ ໃຫ້ສອດຄ່ອງກັບສະພາບການໃໝ່ເປັນຂອດລະຫວ່າງກາງຂອງຂັ້ນບ້ານ ກັບ ເມືອງ ໝາຍວ່າລະບົບການປົກຄອງຂອງສປປ ລາວ ມີ 3 ຂັ້ນຄື: ຂັ້ນແຂວງ, ເມືອງ ແລະ ຕາແສງ, ສ່ວນບ້ານແມ່ນການຈັດຕັ້ງຊຸມຊົນ;
4. ວຽກງານ ຄຸ້ມຄອງຫົວໜ້າໜ່ວຍວິຊາການ ແລະ ພາລະກອນ:
ຄົ້ນຄວ້າສ້າງຮ່າງດໍາລັດວ່າດ້ວຍການຫັນຫົວໜ່ວຍວິຊາການກຸ້ມຕົນເອງດ້ານງົບປະມານ ແລະ ຮ່າງດໍາລັດວ່າດ້ວຍພາລະກອນ. ພ້ອມກັນນັ້ນ ກໍ່ໄດ້ລົງເກັບກໍາຂໍ້ມູນຫົວໜ່ວຍວິຊາການຈໍານວນ 05 ຫົວໜ່ວຍ ວິຊາການທີ່ມີລາຍຮັບຕາມລັດຖະບານຕົກລົງທົດລອງຫັນໄປກຸ້ມຕົນເອງທາງດ້ານງົບປະມານຂອງ 2 ກະຊວງຄື:1)ກະຊວງສຶກສາທິການ ແລະ ກິລາ, ມີ 2 ຫົວໜ່ວຍຄື: ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກປາກປ່າສັກ; 2) ກະຊວງສາທາລະນະສຸກມີ 3 ຫົວໜ່ວຍຄື: ໂຮງໝໍມະໂຫສົດ; ໂຮງໝໍມິດຕະພາບ ແລະ ໂຮງໝໍເສດຖາ ແລະ ໄດ້ລົງເກັບກໍາຂໍ້ມູນຫົວໜ່ວຍວິຊາການທີ່ມີລາຍຮັບ ຢູ່ບັນດາກະຊວງ-ອົງການ ຈໍານວນ 17 ພາກສ່ວນ ມີ 105 ຫົວໜ່ວຍ, ເຊິ່ງຜ່ານການຄົ້ນຄວ້າ ມີ 53 ຫົວໜ່ວຍທີ່ສາມາດຫັນໄປກຸ້ມຕົນເອງທາງດ້ານງົບປະມານ.
ນອກຈາກນີ້ຍັງມີການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ.ຫວຽດນາມ ຕາມເນື້ອໃນບົດບັນທຶກການຮ່ວມມືມາສາມາດສັງລວມໄດ້ເຊັ່ນ: ວຽກງານ ຄຸ້ມຄອງຫົວໜ້າໜ່ວຍວິຊາການ ແລະ ພາລະກອນ, ວຽກງານຄຸ້ມຄອງເອກະສານ, ວຽກງານແຂ່ງຂັນ-ຍ້ອງຍໍ, ການຈັດຕັ້ງປະຕິບັດໂຄງການຫັນການຄຸ້ມຄອງບໍລິການລັດໄປສູ່ທັນສະໄໝ (e-Government) ໃຫ້ແກ່ກະຊວງພາຍໃນ ສປປ ລາວ ແລະ ທຶນຝຶກອົບຮົມຈຳນວນ 15 ທຶນ ໄປຝຶກອົບຮົມໄລຍະສັ້ນກ່ຽວກັບວຽກງານສາສະໜາຢູ່ ສສ ຫວຽດນາມ.
0Shares