ກອງປະຊຸມສໍາມະນາວິທະຍາສາດເປີດກວ້າງຂັ້ນສູນກາງ ກ່ຽວກັບວຽກງານຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ວຽກງານພາລະກອນ

ວັນທີ 20 ມີນາ 2024 ນີ້ ກະຊວງພາຍໃນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດເປີດກວ້າງຂັ້ນສູນກາງ ກ່ຽວກັບວຽກງານຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ວຽກງານພາລະກອນ, ໂດຍການເປັນປະທານຂອງທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວ
ໜ້າອົງການຂັ້ນສູນກາງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າຫົວໜ່ວຍວິຊາການ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວເປີດກອງປະຊຸມວ່າ ປະຈຸບັນສະພາບການໃນພາກພື້ນ ແລະ ສາກົນກຳລັງຜັນແປໄປຢ່າງສັບສົນ ເປັນຕົ້ນແມ່ນຫຼາຍປະເທດກຳລັງປະເຊີນໜ້າກັບວິກິດເສດຖະກິດມີຄວາມຫຍຸ້ງຍາກ, ຄ່າຄອງຊີບ ແລະ ໄພເງິນເຝີ້ຢູ່ໃນລະດັບສູງ, ບວກກັບສະພາບການສົງຄາມທີ່ເກີດຂື້ນໃນປະຈຸບັນ ຊຶ່ງບັນຫາເລົ່ານີ້ ໄດ້ສົ່ງຜົນກະທົບໂດຍກົງຕໍ່ສະຖຽນລະພາບທາງດ້ານການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງຫຼາຍປະເທດໃນໂລກກໍຄືປະເທດເຮົາຢ່າງຫຼີກລ້ຽງບໍ່ໄດ້. ເພື່ອເປັນການຜັນຂະຫຍາຍແນວທາງນະໂຍບາຍ ລັດຖະບານໄດ້ອອກມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 07/ລບ, ລົງວັນທີ 04 ຕຸລາ 2021 ຊື່ງມອບໃຫ້ກະຊວງພາຍໃນຮັບຜິດຊອບກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ການຫຼຸດຜ່ອນຈໍານວນລັດຖະກອນ ໂດຍການຄົ້ນຄວ້າກົນໄກເພື່ອຫັນຫົວໜ່ວຍວິຊາການອອກຈາກການຄຸ້ມຄອງບໍລິຫານເກື້ອກູນຂອງລັດໄປສູ່ການຄຸ້ມຄອງເປັນເຈົ້າຕົນເອງ ກ້າວໄປເຖິງໃຫ້ສາມາດກຸ້ມຕົນເອງທາງດ້ານງົບປະມານ ເພື່ອຫຼຸດຜ່ອນການແບກຫາບຂອງລັດຖະບານທາງດ້ານງົບປະມານ ແລະ ຫັນປ່ຽນລັດຖະກອນຂອງຫົວໜ່ວຍວິຊາການ ເປັນຮູບການອື່ນ ເຊັ່ນ: ພາລະກອນ, ພະນັກງານຕາມສັນຍາ ຫຼື ເປັນຜູ້ຊ່ຽວຊານ ເພື່ອເປັນການສົ່ງເສີມການພັດທະນາດ້ານວິຊາສະເພາະໃຫ້ກາຍເປັນມືອາຊີບ. ການຈັດກອງປະຊຸມຄັ້ງນີ້ ທ່ານຈະໄດ້ຮັບຟັງການນໍາສະເໜີກ່ຽວກັບວຽກງານຫົວໜ່ວຍວິຊາການໄປເປັນເຈົ້າຕົນເອງ ແລະ ວຽກງານຄຸ້ມຄອງພາລະກອນ ຈາກຄະນະຮັບຜິດຊອບກອງປະຊຸມ ເປັນຕົ້ນແມ່ນ: 1 ແນວຄວາມຄິດກ່ຽວກັບການຫັນຫົວໜ່ວຍວິຊການ; ຄວາມໝາຍ ແລະ ຄວາມແຕກຕ່າງລະຫວ່າງຫົວ ໜ່ວຍວິຊາການ ແລະ ຫົວໜ່ວຍບໍລິຫານ; ລະດັບ, ປະເພດ ແລະ ຂົງເຂດຫົວໜ່ວຍວິຊາການ; ຮູບແບບ, ວິທີການ ແລະ ເງື່ອນໄຂໃນການຫັນ ລວມໄປເຖິງການຄຸ້ມຄອງບໍລິຫານຫົວໜ່ວຍວິຊການເປັນເຈົ້າຕົນເອງໃນແຕ່ລະດ້ານ ແລະ 2ແມ່ນ ຄວາມໝາຍ, ປະເພດ ແລະ ຂົງເຂດຂອງພາລະກອນໂດຍສະເພາະແມ່ນພາລະກອນປະຈຳ ແລະ ພາລະກອນຕາມສັນຍາ; ຮູບແບບໃນການຫັນພະນັກງານ-ລັດຖະກອນໄປເປັນພາລະກອນ, ການບັນຈຸສັບຊ້ອນ ແລະ ການນຳນົດລະບົບຊັ້ນ-ຂັ້ນເງິນເດືອນຂອງພາລະກອນ; ຊື່ງໄລຍະຜ່ານມາຄະນະຮັບຜິດຊອບກໍ່ໄດ້ລົງເກັບກຳຂໍ້ມູນຢູ່ບັນດາຫົວໜ່ວຍວິຊາການ, ສຶກສາຄົ້ນຄວ້າບົດຮຽນຂອງບັນດາປະເທດໃນພາກພື້ນ-ສາກົນ, ໄປທັດສະນະສຶກສາຖອດຖອນບົດຮຽນຢູ່ ສສ. ຫວຽດນາມ ແລະ ຈັດກອງປະຊຸມສຳມະນາວິຊາການຢູ່ຂັ້ນທ້ອງຖີ່ນ ຈຳນວນ 11 ແຂວງ 01 ນະຄອນຫຼວງ; ຄຽງຄູ່ກັນນັ້ນ ຍັງໄດ້ເຮັດທົດລອງຫັນບາງຫົວໜ່ວຍວິຊາການທີ່ມີລາຍຮັບຊຶ່ງປະກອບມີ 05 ຫົວໜ່ວຍທີ່ຂື້ນກັບ 02 ກະຊວງ ຄື: ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລເຕັກນິກປາກປ່າສັກ, ໂຮງໝໍມະໂຫສົດ, ໂຮງໝໍມິດຕະພາບ ແລະ ໂຮງໝໍເສດຖາທິຣາດ.
ທ່ານ ທອງສະຫວັນ ປັນຍາວິຈິດ ຫົວໜ້າກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ ໄດ້ຜ່ານບົດສະເໜີກ່ຽວກັບການຫັນ ພະນັກງານ-ລັດຖະກອນ ໄປເປັນພາລະກອນ ແລະ ບົດສະເໜີກ່ຽວກັບວຽກງານຫົວໜ່ວຍວິຊາການ ເຊິ່ງບົດສະເໜີກ່ຽວກັບການຫັນ ພະນັກງານ-ລັດຖະກອນ ໄປເປັນພາລະກອນ ເປັນບົດຄົ້ນຄວ້າທາງດ້ານວິຊາການເພື່ອຫັນເປັນສະຖານະພາບ ພະນັກງານ-ລັດຖະກອນ ເປັນພາລະກອນ ທີ່ເຮັດໜ້າທີ່ດ້ານວິຊາການ ບົດສະເໜີປະກອບມີ 3 ພາກຄື: ສະພາບລວມ ແລະ ຄວາມຈໍາເປັນ, ບົດຮຽນຂອງຕ່າງປະເທດກ່ຽວກັບພາລະກອນ ແລະ ທິດທາງກ່ຽວກັບການຫັນ ພະນັກງານ-ລັດຖະກອນໄປເປັນພາລະກອນໃນຕໍ່ໜ້; ສ່ວນບົດສະເໜີກ່ຽວກັບວຽກງານຫົວໜ່ວຍວິຊາການ ເປັນບົດຄົັ້ນຄວ້າທາງດ້ານວິຊາການ ເພື່ອຫັນການປ່ຽນແປງໃນໂຄງປະກອບກົງຈັກການຈັດຕັັ້ງ ແຍກໃຫ້ເຫັນກົງຈັກຄຸ້ມຄອງບໍລິຫານ ກັບກົງຈັກວິຊາການ ປະກອບມີ 03 ຫົວຂໍ້ຄື: ຄວາມສໍານຶກກກ່ຽວກັບຫົວໜ່ວຍວິຊາການ, ສະພາບການຈັດຕັັ້ງປະຕິບັດວຽກງານຫົວໜ່ວຍວິຊາການໃນໄລຍະຜ່ານມາ ແລະ ທິດທາງກ່ຽວກັບວຽກງານຫົວໜ່ວຍວິຊາການໃນຕໍໍ່ໜ້າ.
ໃນກອງປະຊູມ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນກ່ຽວກັບວຽກງານດັ່ງກ່າວ ເພື່ອເຮັດໃຫ້ທຸກເນື້ອໃນກອງປະຊຸມມີຄວາມໝາຍ ແລະ ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບ-ຂ່າວ: ພູວອນ ອານຸວົງ ພະແນກ ປຂສ ຫ້ອງການ ກະຊວງພາຍໃນ
0Shares