ກະຊວງພາຍໃນ ສສ ຫວຽດນາມ ຈະຊ່ວຍຫັນ ວຽກງານພາຍໃນ ເປັນດິຈິຕອນ

ລະຫວ່າງ ວັນທີ 25-26 ມີນາ 2024 ຢູ່ ກະຊວງພາຍໃນ ໄດ້ຈັດກອງປະຊຸມວິຊາການປຶກສາຫາລືຮ່ວມ ກ່ຽວກັບການຊ່ວຍຫັນຂະແໜງການພາຍໃນ ສປປ ລາວ ເປັນດິຈິຕອນ ລະຫວ່າງ ຫ້ອງການ ກະຊວງພາຍໃນ ສປປ ລາວ ແລະ ສສ ຫວຽດນາມ ໂດຍການເປັນປະທ່ານຮ່ວມ ຂອງ ທ່ານ ວັນນະ ບຸບຜາ ຫົວໜ້າຫ້ອງການ ກະຊວງພາຍໃນ ສປປ ລາວ ແລະ ທ່ານ ຫວູ້ ດັງ ມິງ ຫົວໜ້າຫ້ອງການ ກະຊວງພາຍໃນ ສສ ຫວຽດນາມ ມີ ທ່ານ ນ ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ໂດ້ ງ໋ອກ ວີິ້ງ ຮອງຫົວໜ້າສູນເຕັກໂນໂລຊີດິຈິຕອນແຫ່ງຊາດ ກົມການຫັນເປັນດິຈິຕອນແຫ່ງຊາດ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ພ້ອມດ້ວຍບັນດາຄະນະກົມ ຄະນະພະແນກ ແລະ ວິຊາການ ທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ຄະນະຜູ້ແທນທັງສອງຝ່າຍ ໄດ້ລາຍງານໃຫ້ກັນຊາບກ່ຽວກັບສະພາບໃນການຫັນເປັນທັນສະໄໝຂອງສອງລັດຖະບານ ກໍ່ຄື ຂອງສອງກະຊວງພາຍໃນ ລາວ-ຫວຽດນາມ ໃນໄລຍະຜ່ານມາ ກໍ່ຄື ປະຈຸບັນ ແລະ ໄດ້ລົງເລິກປຶກສາຫາລື ເພື່ອຊ່ວຍຫັນບາງວຽກງານຂອງ ກະຊວງພາຍໃນ ສປປ ລາວ ເປັນດິຈິຕອນ ເປັນຕົ້ນ: 1. ລະບົບການຄຸ້ມຄອງ ແລະ ການຈັດເກັບຮັກສາເອກະສານທາງການທາງອີເລັກໂທຣນິກ ເປັນລະບົບຄຸ້ມຄອງຫ້ອງການທັນສະໄໝ ສາມາດກວມເອົາຫຼາຍລະບົບ (ລະບົບຄຸ້ມຄອງພະນັກງານພາຍໃນ ຄຸ້ມຄອງຫ້ອງປະຊຸມ ຄຸ້ມຄອງການນໍາໃຊ້ພາຫະນະ ຄຸ້ມຄອງຊັບສິນ ແລະ ລະບົບອື່ນໆ ຂອງການສື່ສານພາກລັດ) ການລົງລາຍເຊັນເອເລັກໂຕຣນິກ ການແກ້ໄຂ-ການເກັບມ້ຽນເອກະສານ ການມອບໝາຍວຽກ ການຄົ້ນຫາເອກະສານ ເປີດການເຊື່ອມຕໍ່ ແລະ ແບ່ງປັນຂໍ້ມູນຜ່ານ API; 2. ລະບົບການຄຸ້ມຄອງວຽກງານແຂ່ງຂັນ ແລະ ຍ້ອງຍໍ ເປັນລະບົບຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຕິດພັນກັບວິຊາສະເພາະໃນການຄຸ້ມຄອງວຽກງານແຂ່ງຂັນ-ຍ້ອງຍໍ ໃນຂັ້ນຕ່າງໆ ຕໍ່ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໃນຂອບເຂດທົ່ວປະເທດ ສາມາດອະນຸຍາດໃຫ້ບັນດາກະຊວງ ອົງການຈັດຕັ້ງລັດຂັ້ນສູນກາງ ແລະ ທ້ອງຖິ່ນ ຄຸ້ມຄອງ ສັງລວມ ສະເໜີ ລາຍງານ ປ້ອນຂໍ້ມູນ ແລະ ອັບເດດຂໍ້ມູນ ໄດ້ຕາມຂອບເຂດ ສິດ ແລະ ໜ້າທີ່ຂອງຕົນ; 3. ລະບົບຄຸ້ມຄອງຖານຂໍ້ມູນວຽກງານຊົນເຜົ່າ ແລະ ສາສະໜາ ເປັນລະບົບຄຸ້ມຄອງຂໍ້ມູນສະຖິຕິ ສິດຜົນປະໂຫຍດກ່ຽວກັບວຽກງານຊົນເຜົ່າ ແລະ ສາສະໜາ ຄຸ້ມຄອງບັນດາຂໍ້ມູນພື້ນຖານການເຄື່ອນໄຫວ ການສະເໜີສ້າງຕັ້ງ ການໂຮມ ການແຍກ ຍຸບເລີກການຈັດຕັ້ງສາສະໜາ ຄຸ້ມຄອງບັນດາຂໍ້ມູນພື້ນຖານການສະເໜີສ້າງ ບູລະນະປະຕິສັງ ຂອນ ສາສະນະສະຖານ ໃນຂອບເຂດທົ່ວປະເທດ; 4. ແພັລດຟອມຮັບໃຊ້ໃນການຫັນເປັນດີຈີຕອນ ເປັນສູນລວມໃນການຈັດເກັບ-ຄຸ້ມຄອງ-ສະໜອງຂໍ້ມູນການບໍລິການ ແລະ ການແບ່ງປັນຂໍ້ມູນຂ່າວສານ ກັບ ລະບົບຂໍ້ມູນອື່ນໆ; 5. ພື້ນຖານໂຄງລ່າງຂອງເຄື່ອງແມ່ຂ່າຍສໍາລັບການຕິດຕັ້ງແອັບ ຫຼື ລະບົບຖານຂໍ້ມູນຕ່າງໆ ເປັບລະບົບຈັດເກັບຮັກສາຂໍ້ມູນພາຍໃນ ທີ່ສາມາດນໍາໄປຝາກນຳຜູ້ໃຫ້ບໍລິການທີ່ມີສູນດາຕ້າເຊັນເຕີຂະໜາດໃຫຍ່ ແລະ ໄດ້ມາດຕະຖານ, ຮັບປະກັນຄວາມປອດໄພຂອງຂໍ້ມູນ ແລະ ລະບົບສາຍສົ່ງທີ່ມີຄວາມໄວ້ສູງ.
ການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອຄັ້ງນີ້ ໃນປີ 2024 ທັງສອງກະຊວງ ຈະໄດ້ກະກຽມບັນດາເອກະສານຕາມຂັ້ນຕອນໃນການລົງທຶນ ແລະ ປີ 2025 ແລະ ຊຸມປີຕໍ່ໜ້າ ເປັນການຜັນຂະຫຍາຍການຈັດຕັ້ງປະຕິບັດໂຄງການ ໂດຍຄາດຄະເນຈະນໍາໃຊ້ງົບປະມານເບື້ອງຕົ້ນ ແມ່ນ 120 ຕື້ ຫວຽດນາມດົ້ງ ທີ່ທັງສອງກະຊວງພາຍໃນ ຈະໄດ້ຮ່ວມມືກັນຊອກຫາແຫຼ່ງທຶນ ສະໜັບສະໜູນໂຄງການດັ່ງກ່າວ ຕື່ມອີກ.
0Shares