ມອບເຄື່ອງອຸປະກອນໄອທີ ໃຫ້ແກ່ພະແນກພາຍໃນ ແລະ ຫ້ອງການພາຍໃນ ເມືອງ ແຂວງໄຊສົມບູນ

ວັນທີ 7 ທັນວາ 2023, ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ສົມທົບກັບພະແນກພາຍໃນ ແຂວງໄຊສົມບູນ ໄດ້ຈັດພິທີມອບເຄື່ອງອຸປະກອນໄອທີ, ຄອມພິວເຕີແລັບທອບ, ເຄື່ອງພິມເອກະສານ, ຊຸດນໍ້າໝຶກພິມ ແລະ ເຄື່ອງສະແກນເອກະສານ ໃຫ້ແກ່ຫ້ອງການພາຍໃນ 5 ເມືອງ ຂອງແຂວງໄຊສົມບູນ, ໂດຍການເຂົ້າຮ່ວມຂອງ ທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງ ແຂວງໄຊສົມບູນ, ມີພາກສ່ວນທີ່ກ່ຽວຂ້ອງຈາກຫ້ອງການພາຍໃນ 5 ເມືອງທົ່ວແຂວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານລັດຖະກອນພະແນກພາຍໃນແຂວງເຂົ້າຮ່ວມ.
ອຸປະກອນໄອທີ ທີ່ນຳມາມອບໃນຄັ້ງນີ້ ປະກອບມີ ຄອມພິວເຕີແລັບທອບ 11 ເຄື່ອງ, ເຄື່ອງພິມເອກະສານ 6 ເຄື່ອງ, ຊຸດນໍ້າໝຶກພິມ 6 ຊຸດ ແລະ ເຄື່ອງສະແກນເອກະສານ ເມືອງລະ 6 ຊຸດ ລວມມູນຄ່າ 238 ລ້ານກ່ວາກີບ. ເຊິ່ງແມ່ນນຳໃຊ້ທຶນກູ້ຢືມຂອງລັດຖະບານຈາກທະນາຄານໂລກເປັນຜູ້ສະໜອງໃຫ້ ເພື່ອນໍາໃຊ້ຈັດຕັ້ງປະຕິບັດຊື້ອຸປະກອນໄອທີເຂົ້າໃນການຕິດຕັ້ງເຊື່ອມຕໍ່ລະບົບຂໍ້ມູນການຄຸ້ມຄອງພົນລະເມືອງແບບອີເລັກໂຕນິກ ໂດຍສະເພາະແມ່ນວຽກງານການຈົດທະບຽນຄອບຄົວຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງກົດໝາຍວ່າດ້ວຍທະບຽນຄອບຄົວ ເຊິ່ງນອນໃນຄວາມຮັບຜິດຊອບຂອງຂະແໜງການພາຍໃນ ເພື່ອນໍາໃນເຂົ້າໃນການຈັດຕັ້ງປະຕິບັດວຽກງານບັນທຶກຂໍ້ມູນການຈົດທະບຽນຄອບຄົວໃຫ້ມີຄວາມທັນສະໄໝ ແລະ ສະດວກຂື້ນ.
ໃນພິທີມອບ-ຮັບອຸປະກອນໄອທີໃຫ້ແກ່ພະແນກພາຍໃນແຂວງ ແລະ ຫ້ອງການພາຍໃນເມືອງ, ທ່ານ ເດດວິໄລ ອໍລະບູນ ຮອງກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ໄດ້ຕາງໜ້າມອບອຸປະກອນໄອທີ ແລະ ທ່ານ ພົມມາ ແກ້ວບົວພາ ຫົວໜ້າພະແນກພາຍໃນແຂວງໄຊສົມບູນ ເປັນຜູ້ຮັບອຸປະກອນດັ່ງກ່າວ.
ໂອກາດນີ້ ທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ກ່າວຕໍ່ຜູ້ເຂົ້າຮ່ວມວ່າ ການສະໜອງອຸປະກອນໄອທີ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ເພື່ອນຳໃຊ້ເຂົ້າໃນການຈົດທະບຽນ ແລະ ເກັບກຳສະຖິຕິພົນລະເມືອງ ແນໃສ່ເຮັດໃຫ້ການຄຸ້ມຄອງພົນລະເມືອງເຂົ້າສູ່ລະບົບທີ່ທັນສະ ໄໝ, ຮັບປະກັນທາງດ້ານປະສິດທິພາບສູງ, ມິຄວາມຊັດເຈນ ແລະ ມີຄວາມຖືກຕ້ອງຫຼາຍຂຶ້ນ ຊຶ່ງການຈົດທະບຽນ ແລະ ເກັບກຳສະຖິຕິພົນລະເມືອງ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ໃນການໃຫ້ເອກະລັກທາງດ້ານກົດໝາຍແກ່ບຸກຄົນ, ສິດຂອງພົນລະເມືອງ ແລະ ຮັບຮູ້ຄວາມເປັນຕົວຕົນຕໍ່ກົດໝາຍຂອງບຸກຄົນ, ເປັນຫຼັກຖານທີ່ອ້າງອີງໃຫ້ແກ່ບຸກຄົນ, ເປັນຂໍ້ມູນໃນການເກີດ, ອາຍຸ, ສາຍພົວພັນຂອງພໍ່ແມ່ ແລະ ຍາດຕິພີ່ນ້ອງ ພ້ອມທັງຈະໄດ້ຮັບສິດໃນການປົກປ້ອງຕໍ່ຜົນປະໂຫຍດຂອງບຸກຄົນ ລວມເຖິງການເຂົ້າເຖິງການບໍລິການຕ່າງໆ ແລະ ທ່ານຮອງລັດຖະມົນຕີກະຊວງພາຍໃນ ຍັງຮຽກຮ້ອງມາຍັງຂະແໜງການກ່ຽວຂ້ອງ ຈົ່ງໄດ້ນຳໃຊ້ອຸປະກອບດັ່ງກ່າວໃຫ້ຖືກຕາມເປົ້າໝາຍ, ຮັບປະກັນເຮັດໃຫ້ວຽກງານໄດ້ຮັບການຈັດ ຕັ້ງປະຕິບັດມີຜົນສຳເລັດ ແລະ ເກີດປະໂຫຍດສຸງສຸດ ພ້ອມທັງມີການຄຸ້ມຄອງ, ບຳລຸງປົກປັກຮັກສາ ເພື່ອໃຫ້ຊົມໃຊ້ໄດ້ຢ່າງຍາວນານ.
0Shares