ສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS)

ວັນທີ 28 ກຸມພາ 2023 ກະຊວງພາຍໃນ ໄດ້ຈັດກອງປະຊຸມທົບທວນກາງສະໄໝ ການຈັດຕັ້ງປະຕິບັດກິດຈະກໍາໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ຂຶ້ນ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ອາເລັກຊານເດີ ເຄຣມເມີ ຫົວໜ້າຫ້ອງການທະນາຄານໂລກປະຈໍາລາວ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມຂອງ ກະຊວງພາຍໃນ, ບັນດາກະຊວງທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງພົນລະເມືອງ, ບັນດາຫົວໜ້າພະແນກ-ຮອງຫົວໜ້າພະແນກພາຍໃນຂັ້ນແຂວງ, ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນເມືອງ ໃນຂອບເຂດທົ່ວປະເທດ, ບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານວິຊາການກົມຄຸ້ມຄອງພົນລະເມືອງ, ພະນັກງານໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ລວມທັງ ໝົດ 300 ກວ່າທ່ານ.

ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວເປີດກອງປະຊຸມບາງຕອນສໍາຄັນວ່າ: ການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນວຽກງານໜື່ງທີ່ມີຄວາມສຳຄັນຫຼາຍ, ຕິດພັນກັບຜົນປະໂຫຍດຂອງປະຊາຊົນ, ການສະໜັບສະໜູນການປົກຄອງທີ່ດີ ແລະ ການພັດທະນາ, ຊຶ່ງລັດຖະບານ ໄດ້ຖືເອົາວຽກງານດັ່ງກ່າວ ເປັນວຽກບຸລິມະສິດທີ່ຈໍາເປັນ ແລະ ຮີບດ່ວນ ໂດຍໄດ້ກໍານົດວິໄສທັດ ແລະ ຄາດໝາຍສູ້ຊົນ: ສໍາລັບ ສປປ ລາວ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນການປະກອບສ່ວນເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ X ແລະ XI ຂອງພັກ ທີ່ໄດ້ກໍານົດຮອດປີ 2030 ສິດທິຂອງພົນລະເມືອງຕ້ອງຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ, ຄາດໝາຍສູ້ຊົນ ຮອດປີ 2025 “ພົນລະເມືອງລາວໃນເກນອາຍຸ ໄດ້ສໍາເລັດການສຶກສາຂັ້ນມັດທະຍົມຕົ້ນ, ປະຊາຊົນ ໄດ້ຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີ, ກໍາລັງແຮງງານ ໄດ້ຮັບການພັດທະ ນາທັງທາງດ້ານປະລິມານ ແລະ ຄຸນນະພາບ”, ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2016-2025 ພົນລະເມືອງລາວ ຕ້ອງໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ການສຶກສາ, ຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ກໍ່ຄື ວິໄສທັດຮອດປີ 2030 ພົນລະເມືອງລາວທຸກຄົນຈະໄດ້ຊົມໃຊ້ການບໍລິການການຈົດທະບຽນ, ການປົກຄອງທີ່ດີ ແລະ ການພັດທະນາ. ທັງເປັນການສູ້ຊົນໃຫ້ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (SDGs), ສົນທິສັນຍາວ່າດ້ວຍສິດທິເດັກ, ສິດທິມະນຸດ ແລະ ປະຕິບັດຕາມຖະແຫຼງການພາກພື້ນອາຊີ-ປາຊີຟິກ ທີ່ບັນດາຜູ້ນໍາໄດ້ຮັບຮອງຮ່ວມກັນ ໃນປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%, ພ້ອມທັງຮັບປະກັນໃຫ້ພົນລະເມືອງລາວທຸກຄົນໄດ້ເຂົ້າເຖິງການບໍລິການຢ່າງທົ່ວເຖິງ ແລະ ເພື່ອອຳນວຍຄວາມສະດວກໃນການບັນທຶກ ບໍລິຫານຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຄຸ້ມຄອງພົນລະເມືອງ ຢູ່ຂັ້ນເມືອງ ແລະ ຂັ້ນແຂວງ ເປັນລະບົບ ໃນປີ 2020 ກະຊວງພາຍໃນ ໄດ້ສ້າງຕັ້ງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ (CRVS) ໂດຍນໍາໃຊ້ທຶນກູ້ຢືມຈາກທະນາຄານ.

ທ່ານ ນ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ/ຫົວໜ້າໂຄງການຈົດທະບຽນ ແລະ ສະຖິຕິພົນເມືອງ ໄດ້ຜ່ານບົດສະຫຼູບທົບທວນກາງສະໄໝການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ(CRVS) ແຕ່ປິ 2020-2022 ໂດຍໄດ້ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນ: ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ CRVS ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 28 ເມສາ 2020 ໂດຍການສະໜັບສະໜຸນງົບປະມານຈາກທະນາຄານໂລກ ເພື່ອສຸມໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025, ກົດໝາຍ ວ່າດ້ວຍທະບຽນຄອບຄົວ ແລະ ການພັດທະນາລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ (eCRVS) ເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດງານຄຸ້ມຄອງພົນລະເມືອງຢູ່ ຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ເປັນລະບົບ, ແຕ່ປີ 2020 -2022 ຂັ້ນສູນກາງ ໄດ້ສໍາເລັດການເຜີຍແຜ່ກົດໝາຍວ່າດ້ວຍທະບຽນຄອບຄົວ ປີ 2018, ຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025 ແລະ ນິຕິກໍາລຸ່ມກົດໝາຍ ໃຫ້ແກ່ ພະນັກງານຂະແໜງການພາຍໃນ ແລະ 07 ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ ແລະ ເມືອງ ຈຳນວນ 18 ແຂວງ ແລະ 148 ເມືອງ ໃນຂອບເຂດທົ່ວປະເທດ, ປີ 2021-2022 ຂັ້ນທ້ອງຖິ່ນ ໄດ້ເຜີຍແຜ່ໃຫ້ຫ້ອງການພາຍໃນຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງເມືອງ ຈໍານວນ 148 ເມືອງ ແລະ ອົງການປົກຄອງບ້ານ ຈໍານວນ 4,834 ບ້ານ; ກະກຽມເນື້ອໃນ ແລະ ປະສານສົມທົບກັບກະຊວງກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມລັດຖະມົນຕີພາກພື້ນອາຊີ ແລະ ປາຊີຟິກ ຄັ້ງທີ 02 ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຢູ່ ບາງກອກ ປະເທດໄທ; ປັບປຸງ ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍທະບຽນຄອບຄົວ ສະບັບປີ 2018 ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງພາຍໃນ; ປັບປຸງ ດໍາລັດ ວ່າດ້ວຍການແຕ່ງດອງລະຫວ່າງ ພົນລະເມືອງລາວ ກັບຄົນຕ່າງປະ ເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ; ຄົ້ນຄວ້າເນື້ອໃນ ຄູ່​ມືແນະນໍາຂັ້ນຕອນດໍາເນີນການ​ຈົດ​ທະບຽນຄອບຄົວ (SOPs), ປື້ມບັນທຶກການແຈ້ງ ແລະ ການຈົດທະບຽນຄອບຄົວ 07 ປະເພດ ແລະ ແບບຟອມການຈົດທະບຽນຄອບຄົວ 07 ປະເພດ (ການເກີດ, ການແຕ່ງດອງ, ການຢ່າງຮ້າງ, ການປ່ຽນຊື່ ຫຼື ນາມສະກຸນ, ການປ່ຽນສັນຊາດ, ການເສຍຊີວິດ, ການຍົກຍ້າຍຂອງພົນລະເມືອງ, ການແຈ້ງເກີດ ແລະ ການແຈ້ງເສຍຊີວິດຂອງຂັ້ນບ້ານ) ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການພາຍໃນ; ການປົກຄຸມ ການຈົດທະບຽນການເກີດ ໃນທົວປະເທດ ເທົ່າກັບ (40.6% ໃນປີ 2020), (59.9% ໃນປີ 2021) ແລະ (61.9% ໃນປີ 2022) ແລະ ການປົກຄຸມ ການຈົດທະບຽນການເສຍຊີວິດ ໃນທົ່ວປະເທດ (38.3 % ໃນປີ 2020), (15.7% ໃນປີ 2021) ແລະ (26.9% ໃນປີ 2022); ສ້າງ ແລະ ພັດທະນາລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ (eCRVS) ທີ່ສາມາດເຊື່ອມໂຍງກັບລະບົບຖານຂໍ້ມູນບັນດາຂອງບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ລະບົບຂໍ້ມູນສໍາມະໂນຄົວ ແລະ ບັດປະຈຳຕົວ, ລະບົບຂໍ້ມູນສູນສະຖິຕິແຫ່ງຊາດ, ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ, ຍຸຕິທຳ, ການຕ່າງປະເທດ, ກະສິກຳ ແລະ ລະບົບຂໍ້ມູນຂະແໜງການອື່ນໆ.

ນອກຈາກນັ້ນ, ກອງປະຊຸມປະຊຸມຄັ້ງນີ້ ຍັງໄດ້ຈັດພິທີເປີດບັ້ນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຼນິກ eCRVS ຢ່າງເປັນທາງການ, ຊຶ່ງເປັນລະບົບການໃຫ້ບໍລິການຈົດທະບຽນ ແບບອອນລາຍ ແລະ ອອບລາຍ ຜ່ານຄອມພິວເຕີ ແລະ ໂທລະສັບມືຖື ທີ່ສາມາດເຊື່ອມຕໍ່ຂໍ້ມູນຈາກຫ້ອງການພາຍໃນເມືອງ ຫາ ຂັ້ນສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງ, ສາມາດສ້າງການລາຍງານສະຖິຕິພົນລະເມືອງ ປະຈໍາວັນ, ປະຈໍາເດືອນ ແລະ ປະຈໍາປີ ດ້ວຍຫຼາຍຮູບແບບ ແລະ ຍັງມີປ່ອງບໍລິການ ເພື່ອໃຫ້ປະຊາຊົນສາມາດສະແດງຄໍາຄິດຄໍາເຫັນຕໍ່ການບໍລິການຈົດທະບຽນພົນລະເມືອງຂອງພາກລັດ ແບບອອນລາຍ.

0Shares