ກອງປະຊຸມຝຶກອົບຮົມເພື່ອສ້າງຂີດຄວາມສາມາດ ໃຫ້ ພະນັກງານ-ລັດຖະກອນ ຜູ້ຮັບຜິດຊອບວຽກງານແຂ່ງຂັນ ແລະ ຍ້ອງຍໍ ແຂວງຈໍາປາສັກ

ໃນວັນທີ 23-24 ຕຸລາ 2023 ກົມແຂ່ງຂັນ ແລະ ຍ້ອງຍໍ ກະຊວງພາຍໃນ ໄດ້ຈັດກອງປະຊຸມຝຶກອົບຮົມເພື່ອສ້າງຂີດຄວາມສາມາດ ໃຫ້ ພະນັກງານ-ລັດຖະກອນ ຜູ້ຮັບຜິດຊອບວຽກງານແຂ່ງຂັນ ແລະ ຍ້ອງຍໍ ແຂວງຈໍາປາສັກ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄໍາຕັນ ຊົມພັນດອນ  ຫົວໜ້າພະແນກພາຍໃນແຂວງຈໍາປາສັກ: ທ່ານ ວັນນະ ບຸບຜາ, ຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ ກະຊວງພາຍໃນ ມີ ຫົວໜ້າພະແນກການ, ຂະແໜງການອ້ອມຂ້າງແຂວງ, ທ່ານເຈົ້ານະຄອນ, ບັນດາທ່ານເຈົ້າເມືອງ 11 ຕົວເມືອງ, ຫົວໜ້າຫ້ອງການພາຍໃນນະຄອນ ແລະ 11 ຕົວເມືອງ, ຫົວໜ້າຂະແໜງ/ຮອງຫົວໜ້າຂະແໜງທີ່ຮັບຜິດຊອບວຽກງານແຂ່ງຂັນ-ຍ້ອງຍໍຂອງແຂວງ ເຂົ້າຮ່ວມທັງໝົດ 65 ທ່ານ, ຍິງ 12 ທ່ານ.

ກອງປະຊຸມຝຶກອົບຮົມ ເພື່ອສ້າງຂີດຄວາມສາມາດ ວຽກງານແຂ່ງຂັນ ແລະຍ້ອງຍໍ ໃຫ້ພະນັກງານ-ລັດຖະກອນ ທີ່ຮັບຜິດຊອບວຽກງານແຂ່ງຂັນ ແລະ ຍ້ອງຍໍ ຈະໄດ້ຮຽນຮູ້ກ່ຽວກັບ 06 ເອກະສານສຳຄັນຄື:  1) ການກໍາເນີດ ແລະ ການຂະຫຍາຍຕົວຂອງສະດຸດີ; 2) ການວາງແຜນການແຂ່ງຂັນ; 3) ການຄັດເລືອກການຍ້ອງຍໍ; 4) ວຽກງານຄຸ້ມຄອງນາມມະຍົດ ແລະ 5) ວິທີປະດັບການຍ້ອງຍໍ ແລະ ຕິດຫຼຽນ.

32Shares