ພິທີມອບໃບຢັ້ງຢືນ ແຂວງສະຫວັນນະເຂດ ເປັນຫົວໜ່ວຍຍຸດທະສາດ

ພິທີມອບໃບຢັ້ງຢືນແຂວງສະຫວັນນະເຂດ ເປັນຫົວໜ່ວຍຍຸດທະສາດ, ໄດ້ຈັດຂຶ້ນໃນວັນທີ 4 ຕຸລາ 2023 ຢູ່ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ມີ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ແຂວງສະຫວັນນະເຂດ, ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ, ຄະນະບໍລິຫານງານພັກແຂວງ, ຫົວໜ້າກົມການປົກຄອງທ້ອງຖິ່ນ, ບັນດາທ່ານເຈົ້າເມືອງ, ຫົວໜ້າ/ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ອຳນາດການປົກຄອງບ້ານຂອບເຂດເທດສະບານ ແລະ ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນ. ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ໄດ້ຂຶ້ນລາຍງານລາຍງານສະພາບການຈັດຕັ້ງປະຕິບັດ ແລະ ການປະເມີນວຽກງານ 3 ສ້າງ 2016-2020 ເຊິ່ງທ່ານໄດ້ກ່າວວ່າຜ່ານການປະເມີນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານ ເປັນຫົວໜ່ວຍພັດທະນາ ສາມາດສະຫຼຸບສັງລວມຄື: ຂັ້ນແຂວງ: ຕາມມາດຖານເງື່ອນໄຂການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ 66 ຕົວຊີ້ບອກ ແຂວງເຮົາບັນລຸ ໄດ້ 80% ຂື້ນໄປ ໃນ 7 ດ້ານ, ສາມາດສ້າງເປັນແຂວງຫົວໜ່ວຍຍຸດທະສາດໄດ້ (ປັດຈຸບັນແມ່ນລໍຖ້າຂັ້ນເທີງຮັບຮອງ ແລະ ປະກາດເປັນທາງການ; ຂັ້ນເມືອງ: ສາມາດສ້າງເປັນເມືອງເຂັ້ມແຂງຮອບດ້ານໄດ້ມີ ນະຄອນໄກສອນພົມວິຫານ ແລະ ເມືອງ ສອງຄອນ ທີ່ບັນລຸ 80% ຂື້ນໄປໃນ 5 ດ້ານ 47 ຕົວຊີ້ບອກ, ສ່ວນ 13 ເມືອງຄື: ເມືອງ ຈຳພອນ, ເຊໂປນ, ນອງ, ວິລະບູລີ, ພີນ, ພະລານໄຊ, ອາດສະພັງທອງ, ອາດສະພອນ, ອຸທຸມພອນ, ໄຊບູລີ, ໄຊພູທອງ, ທ່າປາງທອງ ແລະ ຊົນນະບູລີ ແມ່ນບໍ່ສາມາດສ້າງເປັນເມືອງເຂັ້ມແຂງຮອບດ້ານໄດ້ ຍ້ອນວ່າບໍ່ບັນລຸຕາມເງື່ອນໄຂໃນ 05 ດ້ານ 47 ຕົວຊີ້ບອກ; ຂັ້ນບ້ານ: ການປະເມີນບ້ານໃນ 1,024 ບ້ານ ສາມາດສ້າງເປັນບ້ານຫົວໜ່ວຍພັດທະນາໄດ້ມີ ຈໍານວນ 291 ບ້ານ (ຈໍານວນ 6 ເມືອງ 1 ນະຄອນ ຄື: ນະຄອນໄກສອນພົມວິຫານ 67 ບ້ານ, ເມືອງຈໍາພອນ 31 ບ້ານ, ສອງຄອນ 78 ບ້ານ, ທ່າປາງທອງ 7 ບ້ານ, ອຸທຸມພອນ 70 ບ້ານ, ອາດສະພັງທອງ 23 ບ້ານ ແລະ ວິລະບູລີ 15 ບ້ານ).
ທ່ານ ສຸກສາຄອນ ໂພທິລາດ ຫົວໜ້າພະແນກພາຍໃນ ແຂວງສະຫັວນນະເຂດ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງ ນະຄອນໄກສອນ ແລະ ເມືອງ ສອງຄອນ ເປັນເມືອງຫົວໜ່ວຍເຂັ້ມແຂງຮອບດ້ານ ໃນປີ 2020 ແລະ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຜ່ານຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 67/ນຍ, ລົງວັນທີ 12/05/2023 ວ່າດ້ວຍການຮັບຮອງແຂວງສະຫວັນນະເຂດເປັນຫົວໜ່ວຍຍຸດທະສາດ ໃນປີ 2020. ຈາກນັ້ນ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ແຂວງສະຫວັນນະເຂດ ໄດ້ຂຶ້ນມອບໃບຢັ້ງຢືນຮັບຮອງ ນະຄອນໄກສອນ ແລະ ເມືອງ ສອງຄອນ ເປັນເມືອງຫົວໜ່ວຍເຂັ້ມແຂງຮອບດ້ານ ໃຫ້ແກ່ ທ່ານເຈົ້າເມືອງ ນະຄອນໄກສອນ ແລະ ເມືອງ ສອງຄອນ.
ໃນພິທີທີ່ມີຄວາມໝາຍຄວາມສຳຄັນ ໃນຄັ້ງນີ້ ທ່ານ ສຈ.ປອ ກິແກ້ວໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໃຫ້ກຽດຂື້ນມອບໃບຢັ້ງຢືນ, ນາມມະຍົດແຂວງສະຫວັນນະເຂດ ເປັນຫົວໜ່ວຍຍຸດທະສາດ ແລະ ໃຫ້ກຽດຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ແຂວງສະຫວັນນະເຂດ.
ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ກ່າວມີຄຳເຫັນໂອ້ລົມຕໍ່ພິທີວ່າວຽກງານ 3 ສ້າງ ເປັນວຽກງານໜຶ່ງທີ່ມີຄວາມຫຍຸ້ງຍາກທ້າທາຍທີ່ສຸດ ເພາະເປັນວຽກງານທີ່ມີລັກສະນະກວ້າງຂວາງຮອບດ້ານ ຕິດພັນກັບຫຼາຍຂະແໜງການເປັນວຽກງານຍຸດທະສາດຍາວນານ ບໍ່ສາມາດເຮັດສຳເລັດພາຍໃນມື້ໜຶ່ງຍາມດຽວໄດ້. ຊຶ່ງ ແຂວງສະຫວັນນະເຂດເປັນແຂວງໜຶ່ງທີ່ໄດ້ສູ້ຊົນນໍາພາ-ຊີ້ນໍາ, ບັນຊາບຸກບືນ ແກ້ໄຂປັບປຸງວຽກງານແຕ່ລະດ້ານຕາມຕົວຊີ້ບອກ ຈົນສາມາດບັນລຸ ຕາມລະດັບຄາດໝາຍສູ້ຊົນ ສາມາດສ້າງແຂວງເປັນຫົວໜ່ວຍຍຸດທະສາດໄດ້, ໃນນາມຕາງໜ້າໃຫ້ສູນກາງພັກ, ລັດຖະບານ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະບໍລິຫານງານພັກແຂວງ, ອໍານາດການປົກຄອງທຸກຂັ້ນຂອງແຂວງສະຫວັນນະເຂດທີ່ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ໃຫ້ຄວາມສໍາຄັນໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງເປັນຕົ້ນໄດ້ເອົາໃຈໃສ່ໃນການຈັດຕັ້ງເຜີຍແຜ່ເຊື່ອມຊຶມເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງພັກກໍຄືທິດນໍາໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຈົນສາມາດຍາດໄດ້ຜົນສໍາເລັດ. ວຽກງານສາມສ້າງ ທີ່ພັກ ແລະ ລັດຖະບານເຮົາໄດ້ວາງອອກນັ້ນ ເຫັນວ່າພວກເຮົາຍັງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ສູ້ຊົນບຸກບືນ ດ້ວຍຄວາມຮັບຜິດຊອບສູງແທ້ໆ ເນື່ອງຈາກວຽກງານສາມສ້າງ ເປັນຍຸດທະສາດຍາວນານ, ເປັນການປະຕິວັດອັນເລິກເຊິ່ງເຖິງຖອງໃນເງື່ອນໄຂໃໝ່ແນໃສ່ສ້າງບັນດາປະຖົມປັດໄຈ ແລະ ເງື່ອນໄຂຕ່າງໆ ໂດຍເລີ່ມແຕ່ການສ້າງຮາກຖານຂຶ້ນມາໃຫ້ເປັນປຶກແຜ່ນເຂັ້ມແຂງໜັກແໜ້ນ ເພື່ອບັນລຸຈຸດໝາຍຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ພວກເຮົາຕ້ອງເຂົ້າໃຈແຈ້ງວ່າ ພວກເຮົາດຳເນີນວຽກງານສາມສ້າງ ແມ່ນໃນເງື່ອນໄຂທີ່ພວກເຮົາຍັງປະສົບກັບສະພາບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ທີ່ເປັນສິ່ງທ້າທາຍທົດສອບ ພ້ອມນັ້ນ, ອິດທິກຳລັງປໍລະປັກບໍ່ໄດ້ຫຼຸດລະໃນການທຳລາຍມ້າງເພລະບອບໃຫ່ມຂອງພວກເຮົາດ້ວຍກົນອຸບາຍອັນເລິກແລບແນບນຽນຫຼາຍຮູບຫຼາຍສີ, ຊຶ່ງພວກເຮົາຕ້ອງໄດ້ພ້ອມພຽງກັນເປັນຈິດໜຶ່ງໃຈດຽວ ຕີຖອຍບັນຫາຕ່າງໆ ດ້ວຍການເຮັດແທ້ທຳຈິງ.
0Shares