ກອງປະຊຸມປະຈຳປີຂອງໜ່ວຍງານດ້ານການປົກຄອງ

ກອງປະຊຸມປະຈຳປີຂອງໜ່ວຍງານດ້ານການປົກຄອງ ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2023 ໂດຍການເປັນປະທານ ຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ນ. ມາຕີນ ເທີເຣີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ (UNDP) , ທ່ານ ຈ່ອງ-ກາບຼີແຢຣ ດຸສ ຜູ້ອໍານວຍການພາກພື້ນຂົງເຂດແມ່ນໍ້າຂອງ, ອົງການຮ່ວມມື ເພື່ອການພັດທະນາຂອງປະເທດສະວິດເຊີແລນ ມີ ຫົວໜ້າກົມ/ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງຂອງພາກລັດຖະບານ, ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ລາວ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ທ່ານ ນ. ວິໄລທອນ ສູນທອນໄຊມົງຄຸນ ຫົວໜ້າຫ້ອງການກະຊວງພາຍໃນ ໄດ້ຂຶ້້ນນຳສະເໜີລາຍງານຄວາມຄືບໜ້າຂອງໜ່ວຍງານດ້ານການປົກຄອງ ປີ 2023 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ຜົນໄດ້ຮັບທີີ່ສໍາຄັນ ແລະ ຜົນສໍາເລັດຂອງ GSWG ໃນປີ 2023 ຕໍ່ກັບແຜນ NSEDP ຄັ້ງທີ 9 ແລະ ເປົ້າໝາຍການພັດທະນາແບບຍືນຍົງ SDG ໂດຍສະເພາະແມ່ນ: ດ້ານການປັບປຸງໂຄງຮ່າງການຈັດຕັັ້ງ ແລະ ການບໍລິຫານລັດ;ດ້ານບຸກຄະລາກອນ/ຊັບພະຍາກອນມະນຸດ; ການແບ່ງຂັັ້ນຄຸ້ມຄອງ ແລະການສະໜອງການບໍລິການຂອງລັດຂັັ້ນທ້ອງຖິີ່ນ;ຂະແໜງກົດໝາຍ, ການຄຸ້ມຄອງລັດດ້ວຍກົດໝາຍ, ການຕິດຕາມກວດກາ;ການມີສ່ວນຮ່ວມຂອງປະຊາຊົນ ແລະ ການເປັນຕົວແທນຂອງປະຊາຊົນ. ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີຮ່າງເອກະສານພາລະບົດບາດຂອງໜ່ວຍງານດ້ານການປົກຄອງສະບັບປັບປຸງ, ສະເໜີແຜນກິດຈຳກຳຂອງໜ່ວຍງານ ແລະ ໜ່ວຍງານຍ່ອຍ ສຳລັບປີ 2024 ແລະ ຮ່າງສິ່ງທີ່ຄົ້ນພົບເບື້ອງຕົ້ນຈາກການປະເມີນຜົນກາງສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ລົງເລິກສະເພາະຜົນໄດ້ຮັບທີ 6 ແລະ ຍັງໄດ້ມີການປະກອບຄໍາຄິດຄໍາເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຕື່ມອີກ.
ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ກ່າວວ່າຍ້ອງຍໍຊົມເຊີຍ ຄວາມຄືບໜ້າ ກໍຄືຜົນສໍາເລັດຂອງໜ່ວຍງານດ້ານການປົກຄອງທີ່ເປັນອັນລວມ ແລະ ອັນສະເພາະກໍເປັນຜົນງານ-ຜົນສຳເລັດຂອງທັງ 02 ໜ່ວຍງານຍ່ອຍເຊັ່ນດຽວກັນ: ໜ່ວຍງານຍ່ອຍດ້ານການບໍລິການລັດຖະການ ແລະ ໜ່ວຍງານຍ່ອຍດ້ານນິຕິກໍາ ທີ່ສາມາດຍາດໄດ້ຜົນສໍາເລັດ ໃນໄລຍະ 1 ປີ ທີ່ຜ່ານມາ ແລະ ທ່ານໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ພິຈາລະນາບັນດາວຽກງານບູລິມະສິດ ທີ່ໄດ້ສົນທະນາໃນຄັ້ງນີ້ ເພື່ອປະກອບເຂົ້າໃນບົດລາຍງານກອງປະຊຸມໂຕະມົນ ແລະ ພ້ອມນັ້ນ ກໍສະເໜີບັນດາຜູ້ເຂົ້າຮ່ວມປະກອບຄໍາຄິດຄຳເຫັນ ແລະ ໃຫ້ຄໍາແນະນໍາຕໍ່ບົດລາຍງານຂອງໜ່ວຍງານດ້ານການປົກຄອງ ເປັນລາຍລັກອັກສອນຕື່ມ ເພື່ອກອງເລຂາຈະໄດ້ປັບປຸງບົດລາຍງານຂອງໜ່ວຍງານດ້ານການປົກຄອງໃຫ້ເປັນສະບັບສົມບູນ.
0Shares