ກະຊວງພາຍໃນ ເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດ

ກະຊວງພາຍໃນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກ-ຂອງຊາດ ຄື: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI, ຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ການສະເຫຼີມສະຫຼອງວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 75 ປີ ຂຶ້ນໃນວັນທີ 14 ທັນວານີ້ ໂດຍການເປັນປະທານ ລະ ໃຫ້ກຽດເຜີຍແຜ່ຂອງທ່ານ ນິສິດ ແກ້ວປັນຍາ ຮອງເລຂາຄະນະພັກກະຊວງພາຍໃນ, ທ່ານ ນາງ ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ພົຈວ ຄໍາໝັ້ນ ວັນນະວົງ ຄະນະປະຈໍາພັກ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວກະຊວງເຂົ້າຮ່ວມ.
ທ່ານ ນາງ ລີວົງ ລາວລີ ໄດ້ໃຫ້ກຽດເຜີຍແຜ່ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ວ່າ: ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2023 ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ກອງປະຊຸມ ດໍາເນີນບົນຈິດໃຈຍົກສູງຄວາມຮັບຜິດຊອບການເມືອງ, ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ, ໄດ້ເປັນເອກະພາບສູງຕີລາຄາວ່າ: ດ້ວຍຄວາມບຸກບືນສູ້ຊົນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ການຈັດຕັ້ງປະຕິບັດບັນດາແຜນໄດ້ດໍາເນີນໄປຢ່າງຕໍ່ເນື່ອງ, ຄາດຄະເນໝົດປີ 2023 GDP ຈະຂະຫຍາຍຕົວໃນລະດັບ 4,2%, ອັດຕາເງິນເຟີ້ຍັງສູງ ແຕ່ກໍມີທ່າອ່ຽງຫຼຸດລົງ ຈາກ 41,26% ໃນເດືອນກຸມພາ ຫຼຸດລົງມາຢູ່ທີ່ 25,69% ໃນເດືອນກັນຍາ 2023, ການຊຳລະໜີ້ສິນຕ່າງປະເທດ ປະຕິບັດໄດ້ຕາມແຜນ, ກອງປະຊຸມໄດ້ຮັບຮອງເອົາໃນດ້ານຫຼັກການຕໍ່ທິດທາງ, ແຜນການປະຈຳປີ 2024 ໂດຍເນັ້ນໜັກບັນຫາຈໍານວນໜຶ່ງ ເພື່ອໃຫ້ລັດຖະບານເອົາໃຈໃສ່ປັບປຸງ ແລ້ວນໍາສະເໜີຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ແຜນການປີ 2024 ຕ້ອງເປັນແຜນທີ່ບຸກບືນສູ້ຊົນສູງ ແລະ ທັງຕ້ອງມີລັກສະນະບຸກທະລຸຢ່າງແຂງແຮງ ແລະ ມີຈຸດສຸມແນໃສ່ສ້າງພື້ນຖານ ແລະ ທ່ວງທ່າໜັກແໜ້ນ ໃຫ້ແກ່ປີມ້ວນທ້າຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ດ້ວຍຜົນສໍາເລັດຕາມເປົ້າໝາຍ ແລະ ອື່ນໆອີກ.
ກອງປະຊຸມ ໄດ້ວາງຈຸດສຸມນໍາພາຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ ແຕ່ນີ້ຮອດກອງປະຊຸມຄົບຄະນະ ຄັ້ງທີ 8 ສະໄໝທີ XI ຄື: ຊີ້ນຳການຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ຂອງປະເທດຊາດ ໃຫ້ໜັກແໜ້ນ, ສັງຄົມໃຫ້ມີຄວາມສະຫງົບປອດໄພ, ສືບຕໍ່ຊີ້ນໍາຄະນະສະເພາະກິດ 19/ກມສພ ສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ມີທ່ວງທ່າ ແລະ ການຫັນປ່ຽນໃໝ່, ຊີ້ນໍາການ ຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະປະຕິຮູບລັດວິສາຫະກິດ ໃຫ້ເປັນລະບົບ ແລະ ເພື່ອແກ້ໄຂບັນຫາ ແລະ ວຽກງານອື່ນໆ.
ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມປະຊຸມ ຍັງໄດ້ຮັບຟັງ ຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ, ສະເຫຼີມສະຫຼອງວັນເກີດປະທານຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 75ປີ ອີກດ້ວຍ.
0Shares