ພິທີມອບໃບຢັ້ງຢືນ ນະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດ

ພິທີມອບໃບຢັ້ງຢືນນະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດ ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2023 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ , ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ຄະນະປະຈໍາພັກນະຄອນຫຼວງວຽງຈັນ, ກໍາມະການພັກນະຄອນຫຼວງວຽງຈັນ, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ, ຫົວໜ້າກົມການປົກຄອງທ້ອງຖິ່ນ ກະຊວງພາຍໃນ, ຫົວໜ້າ/ຮອງຫົວໜ້າພະແນກການ, ອົງການ, ຫ້ອງການ ອ້ອມຂ້າງນະຄອນຫຼວງ ແລະ ຜູ້ຕາງໜ້າ 9 ເມືອງ ທົ່ວນະຄອນຫຼວງ ແລະ ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານສ້າງນະຄອນຫຼວງວຽງຈັນເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລ ະສ້າງບ້ານເປັນຫົວໜ່ວຍພັດທະນາ ແຕ່ປີ 2016-2020 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງເນື້ອໃນ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດໃນ ຫົວໜ່ວຍຍຸດທະສາດໃນ 7 ດ້ານ, 66 ຕົວຊີ້ບອກ ບັນລຸໄດ້ 60 ຕົວຊີ້ວັດ ເທົ່າກັບ 90, 90%; ການສ້າງເມືອງເປັນຫົວໜ່ວຍເຂັັັັ້ມແຂງຮອບດ້ານ ຕາມ 5 ດ້ານ 47 ຕົວຊີ້ບອກ ບັນລຸໄດ້ 8 ເມືອງ, ເທົ່າກັບ 88,89%; ສ້າງບ້ານເປັນຫົວໜ່ວຍພັດທະນາ ນະຄອນຫຼວງວຽງຈັນ ມີ 481 ບ້ານ, ບ້ານທີ່ບັນລຸຕາມ 4 ດ້ານ, 30 ຕົວຊີ້ບອກ, ມີ 437 ບ້ານ, ເທົ່າກັບ 90,85%. ຈາກນັ້ນ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງນາຍົກລັດຖະມົນຕີສະບັບເລກທີ 66/ນຍ, ລົງວັນທີ 12/05/2023 ວ່າດ້ວຍການຢັ້ງຢືນແລະຮັບຮອງເອົານະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດ ໃນປີ 2020.

ໃນພິທີທີ່ມີຄວາມໝາຍຄວາມສຳຄັນໃນຄັ້ງນີ້ ໃຫ້ກຽດຂື້ນມອບໃບຢັ້ງຢືນ ນະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດ ໂດຍ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແລະ ໃຫ້ກຽດຮັບໂດຍ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.

ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວມີຄຳເຫັນໂອ້ລົມວ່າວຽກງານສາມສ້າງເປັນວຽກໜຶ່ງທີ່ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການທີ່ສຸດ, ເປັນວຽກງານທີ່ມີລັກສະນະກວ້າງຂວາງຮອບດ້ານ ຕິດພັນກັບຫຼາຍຂະແໜງການ, ເປັນວຽກງານຍຸດທະສາດຍາວນານ ບໍ່ສາມາດເຮັດສຳເລັດພາຍໃນມື້ໜຶ່ງຍາມດຽວໄດ້. ນະຄອນຫຼວງວຽງຈັນ ໄດ້ສູ້ຊົນນຳພາ-ຊີ້ນຳ, ບັນຊາບຸກບືນ ປັບປຸງແກ້ໄຂວຽກງານແຕ່ລະດ້ານຕາມຕົວຊີ້ບອກ, ຈົນສາມາດບັນລຸຕາມລະດັບຄາດໝາຍສາທາດສ້າງນະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດໄດ້. ຜົນງານອັນສຳຄັນດັ່ງກ່າວນັ້ນ ແມ່ນໝາກຜົນແຫ່ງການດຳເນີນພາລະກິດປະຕິວັດ ທີ່ເລິກເຊິ່ງເຖິງຖອງໃນໄລຍະໃໝ່, ເປັນການຢັ້ງຢືນເຖິງແນວທາງຖືກຕ້ອງສອດຄ່ອງຂອງພັກເຮົາ; ເປັນການຢັ້ງຢືນເຖິງຄວາມເປັນເອກະພາບສູງ ຂອງການນຳພັກ-ລັດທຸກຂັ້ນ ຂອງນະຄອນຫຼວງຕໍ່ແນວທາງຂອງພັກເຮົາ ເຊິ່ງບັນດາທ່ານໄດ້ນຳພາ-ຊີ້ນຳພ້ອມກັນເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆ ຂອງພັກ ແລະ ລັດຖະບານ ຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານສາມສ້າງ ໃນທ້ອງຖິ່ນຂອງຕົນດ້ວຍຄວາມຮັບຜິດຊອບ ຈົນບັນລຸຜົນສຳເລັດຢ່າງຈົບງາມ.

0Shares