ເຊື່ອມຊຶມຜົນກອງປະຊຸມຄົບຄະນະກາງສະໄໝຂອງພັກ

ວັນທີ 19 ຕຸລາ 2023 ກະຊວງພາຍໃນ ໄດ້ຈັດຕັ້ງເຊື່ອມຊຶມ ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີ ກະຊວງພາຍໃນ, ມີ ທ່ານຮອງລັດຖະມົນຕີ, ຄະນະພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ກະຊວງພາຍໃນ ເຂົ້າຮ່ວມ.
ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເພາະຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຮັບຟັງ ແລະ ເຊື່ອມຊຶມບັນດາເນື້ອໃນເອກະສານສຳຄັນຕ່າງໆດັ່ງນີ້: ຮັບຟັງການເຜີຍແຜ່ ຄຳສັ່ງແນະນຳ ເລກທີ 232/ຄອສພ, ລົງວັນທີ 28 ກັນຍາ 2023 ກ່ຽວກັບການຈັດຕັງປະຕິບັດຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI; ເອກະສານຕີລາຄາການຈັດຕັງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄລຍະກາງສະໄໝ; ເອກະສານຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະກາງສະໄໝຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ໄລຍະກາງສະໄໝ; ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລີກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ (ສະບັບເລກທີ 05/ຄບສພ,ລົງວັນທີ 5 ກັນຍາ 2023; ຄວາມເຫັນສະຫຼຸບປິດຂອງສະຫາຍເລຂາທິການໃຫຍ່ (ວາລະເປີດກວ້າງ) ພ້ອມທັງຄວາມເຫັນກ່າວສະຫຼຸບຜົນການດຳເນີນຊີວິດການເມືອງ ແລະ ປິດກອງປະຊຸມສູນກາງຄົບຄະນະກາງສະໄໝ ແລະ ຮັບຟັງການເຜີຍແຜ່ແຜນການດຳເນີນງານຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 432/ຄລສພ, ລົງວັນທີ 8 ກັນຍາ 2023 ແລະ ບົດສະຫຼຸບການຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນ ກາງສະໄໝຕື່ມອີກ.
ການຈັດຕັ້ງເຜີຍແຜ່ເອກະສານສຳຄັນຕ່າງໆໃນຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກ, ຄະນະນໍາກະຊວງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວກະຊວງ ພາຍໃນໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ມີຄວາມເປັນເອກະພາບສູງຕໍ່ບັນດາເນື້ອໃນເອກະສານຕ່າງໆຂອງພັກ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ໜ້າທີ່ວຽກງານວິຊາສະເພາະຂອງກົມກອງຕົນຮັັບຜິດຊອບໃຫ້ປະກົດຜົນເປັນຈິງ.
0Shares