ມອບ-ຮັບ ໂທລະໂຄ່ງ ຈາກສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04

ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ມອບໂທລະໂຄ່ງ ໃຫ້ ສະພາປະຊາຊົນແຂວງ ໃນວັນທີ 21 ສິງຫາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ຮັບໂດຍ ທ່ານ ນ ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈໍາ, ຄະນະເລຂາທິການ, ຮອງປະທານຄະນະກໍາມະການ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ໂທລະໂຄ່ງ ທີ່ນໍາມາມອບໃນຄັ້ງນີ້ ມີຈໍານວນ 2 ຊຸດ ຄິດເປັນມູນຄ່າທັງໝົດ 9.300.000 ກີບ ທີ່ໄດ້ຮັບການອຸປະຖໍາຈາກບໍລິສັດ ພີດີເອວ, ທັງນີ້ກໍ່ເພື່ອເປັນການປະກອບສ່ວນສ້າງສິ່ງອໍານວຍຄວາມສະດວກ ເຂົ້າໃນວຽກງານໂຄສະນາ-ເຜີຍແຜ່ ຂໍ້ມູນຂ່າວສານ ໃຫ້ມີຄວາມວ່ອງໄວ ສາມາດເຂົ້າເຖິງປະຊາຊົນໄດ້ກວ້າງຂວາງ ແລະ ທົ່ວເຖິງ.
ໃນໂອກາດນີ້ ທ່ານ ນ ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ ໄດ້ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງອຸດົມໄຊ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ພ້ອມຄະນະ ທີ່ໃຫ້ຄວາມສໍາຄັນ ແລະ ເປັນຫ່ວງເປັນໄຍຕໍ່ຄໍາສະເໜີຂອງປະຊາຊົນ ແລະ ໄດ້ລະດົມວັດຖຸປັດໃຈນໍາໄປມອບໃຫ້ແກ່ປະຊາຊົນຢູ່ເຂດຫ່າງໄກຊອກຫຼີກ ແລະ ສັນຍາວ່າຈະນໍາໄປມອບໃຫ້ບ້ານເປົ້າໝາຍ ນໍາໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດ.
0Shares