ຍົກລະດັບຄວາມຮູ້ພຶ້ນຖານການຈົດທະບຽນຄອບຄົວ ໃຫ້ພະນັກງານພະແນກພາຍໃນແຂວງ ແລະ ຫ້ອງການພາຍໃນເມືອງຂອງ ແຂວງວຽງຈັນ ແລະ ແຂວງໄຊຍະບູລີ

ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ໄດ້ຈັດກອງປະຊຸມຝຶກອົບຮົມຄວາມຮູ້ພື້ນຖານ CRVS, ຄູ່ມືແນະນໍາຂັ້ນຕອນການດໍາເນີນຈົດທະບຽນຄອບຄົວ SOPs, ຄໍາແນະນໍາການເກັບກໍາສະຖິຕິພົນລະເມືອງ, ນິຕິກໍາວຽກງານການເງິນ ແລະ ວຽກງານໂຄສະນາສື່ສານ ໃຫ້ແກ່ພະນັກງານຂອງພະແນກພາຍໃນແຂວງ ແລະ ຫ້ອງການພາຍໃນເມືອງຂອງ ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ຂຶ້ນລະຫວ່າງ ວັນທີ 04 – 08 ກັນຍາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ມີຄະນະກົມ, ຫົວໜ້າ-ຮອງຫົວໜ້າ ພະແນກພາຍໃນແຂວງ, ຫ້ອງການພາຍໃນຂັ້ນເມືອງ ແລະ ວິຊາການຈາກແຂວງວຽງຈັນ ແລະ ແຂວງໄຊຍະບູລີ ເຂົ້າຮ່ວມ.
ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນເປີດກອງປະຊຸມວ່າ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນວຽກງານທີ່ມີຄວາມສຳຄັນ, ຕິດພັນກັບສິດ ແລະ ຜົນປະໂຫຍດຂອງພົນລະເມືອງ, ການສະໜັບສະໜູນການປົກຄອງທີ່ດີ ແລະ ການພັດທະນາ, ຊຶ່ງລັດຖະບານ ໄດ້ເອົາໃຈໃສ່ ແລະ ຖືເອົາວຽກງານດັ່ງກ່າວ ເປັນວຽກງານທີ່ຮີບດ່ວນ ແລະ ຈໍາເປັນ ທີ່ຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸວິໄສທັດ ແລະ ຄາດໝາຍສູ້ຊົນ ທີ່ວາງໄວ້. ໄລຍະຜ່ານມາ ໄດ້ມີການເຜີຍແຜ່ເຊື່ອມຊືມກົດໝາຍ ແລະ ນິຕິກໍາ ລຸ່ມກົດໝາຍກ່ຽວກັບວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ແລະ ວຽກງານການເງິນຂອງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ແລ້ວ, ແຕ່ເຖິງຢ່າງໃດກໍຕາມ ການສ້າງຂີດຄວາມສາມາດໃຫ້ພະນັກງານ ແມ່ນມີຄວາມຈໍາເປັນ ແລະ ສໍາຄັນຫຼາຍ ຕ້ອງໄດ້ເຮັດເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອຮັບປະກັນໃຫ້ພະນັກງານສາມາດກໍາແໜ້ນ, ນໍາໄປຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຂົ້າສູ່ລະບົບ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ໂດຍສະເພາະແມ່ນສາມາດນໍາເອົາບັນດານິຕິກໍາໄປໂຄສະນາເຜີຍແຜ່ໃຫ້ປະຊາຊົນ ໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈເປັນເອກະພາບ, ທັງນີ້ກໍເພື່ອເປັນການເພີ່ມທະວີຄວາມຮັບຮູ້ ແລະ ຄວາມຕື່ນຕົວຂອງພົນລະເມືອງໃນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງໃຫ້ຫຼາຍຂຶ້ນ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ການນໍາສະເໜີກ່ຽວກັບຄວາມຮັບຮູ້ພື້ນຖານວຽກງານການຈົດທະບຽນຄອບຄົວແລະ ສະຖິຕິພົນລະເມືອງ (CRVS Basic E-Learning Course) ທັງ 03 ໂມດູນ (ຫຼັກສູດທະນາຄານໂລກ), ຄູ່ມືແນະນໍາຂັ້ນຕອນການດໍາເນີນຈົດທະບຽນຄອບຄົວ SOPs ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງພາຍໃນ, ຄໍາແນະນໍາກ່ຽວກັບການເກັບກໍາສະຖິຕິພົນລະເມືອງ, ບົດຮຽນກ່ຽວກັບວຽກງານການເງິນຂອງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ, ບົດຮຽນກ່ຽວກັບແຜນງານໂຄສະນາສື່ສານວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ, ນໍາສະເໜີຄູ່ມືຝຶກອົບຮົມສໍາລັບຄູ່ຝຶກ ແລະ ນັກໂຄສະນາວຽກງານຈົດທະບຽນຄອບຄົວ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງພາຍໃນ, ແນະນໍາບັນດາເຄື່ອງມືໂຄສະນາສື່ສານວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນຕົ້ນ ແຜ່ນພັບ, ໂປສເຕີ (ການຈົດທະບຽນການເກີດ ແລະ ການເສຍຊີວິດ), ບົດສົນທະນາສັ້ນທາງວິທະຍຸ ແລະ ວີດີໂອຄລິບທາງໂທລະພາບ ແລະ ແນະນໍາການນໍາໃຊ້ແບບຟອມ ການຈົດທະບຽນການເກີດ ແລະ ການເສຍຊີວິດ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ມີການສົນທະນາ ແລະ ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພື່ອສະເໜີ ແລະ ພ້ອມກັນຫາວິທີແກ້ໄຂ ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຜົນສໍາເລັດ.
0Shares