ແລກປ່ຽນບົດຮຽນການຫັນຫົວໜ່ວຍບໍລິຫານວິຊາການເປັນເຈົົ້າຕົນເອງ

ລະຫວ່າງວັນທີ ວັນທ 31 ກໍລະກົດ – 04 ສິງຫາ 2023 ຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ໄດ້ເດີນທາງໄປເຮັດວຽກ ແລະ ທັດສະນະສຶກສາ ທີ່ ສສ ຫວຽດນາມ ນຳພາໂດຍ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍນໃນ ມີ ທ່ານ ທອງສະຫວັນ ປັນຍາວິຈິດ ຫົວໜ້າກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ ກະຊວງພາຍໃນ, ຕາງໜ້າຄະນະກົມ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງຂອງກະຊວງພາຍໃນ ແລະ ກະຊວງການເງິນ ໄດ້ເຂົ້າຮ່ວມເຄື່ອນໄຫວວຽກງານໃນຄັ້ງນີ້.
ການເດີນທາງໄປເຮັດວຽກ ແລະ ທັດສະນະສຶກສາ ທີ່ ສສ ຫວຽດນາມ ໃນຄັ້ງນີ້ ຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຮ່ວມເຮັດວຽກນຳ ກະຊວງພາຍໃນ ສສ ຫວຽດນາມ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ Vu chien thang ຮອງລັດຖະມົນຕີ ກະຊວງພາຍໃນ ສສ ຫວຽດນາມ. ໃນໂອກາດນີ້ ທັງສອງຝ່າຍໄດ້ພົບປະ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານການຫັນຫົວໜ່ວຍວິຊາການ ແລະ ພາລະກອນ ໃນຫຼາຍຫົວຂໍ້ທີ່ສຳຄັນຄື: ສະພາບການຈັດຕັ້ງປະຕິບັດວຽກງານການຫັນຫົວໜ່ວຍບໍລິຫານວິຊາການເປັນເຈົົ້າຕົນເອງໄລຍະຜ່ານມາ-ປະຈຸບັນ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງໃນການຫັນຫົວໜ່ວຍວິຊາການ; ບົດຮຽນກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານການຫັນຫົວໜ່ວຍບໍລິຫານວິຊາການເປັນເຈົົ້າຕົນເອງໄລຍະຜ່ານມາ-ປະຈຸບັນ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງໃນການຫັນຫົວໜ່ວຍວິຊາການ, ຮູບແບບ, ຂັ້ນຕອນການປັບປຸງກົງຈັກການຈັດຕັ້ງຂອງຫົວໜ່ວຍບໍລິຫານວິຊາການກຸ້ມຕົນເອງ, ສະພາບການຄຸ້ມຄອງພາລະກອນ ຂອງ ສສ ຫວຽດນາມ ໂດຍສະເພາະລະບຽບການກ່ຽວກັບ ການແຕ່ງຕັ້ງ, ການຍົກຍ້າຍ, ການປະຕິບັດເງິນເດືອນ ແລະ ເງິນອຸດໜູນ, ການຝຶກອົບຮົບ ແລະ ປະເມີນຜົນ. ນອກນັ້ນ ຄະນະຮັບຜິດຊອບຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ຍັງໄດ້ລົງພົບປະ ແລະ ເຮັດວຽກຮ່ວມກັບ ກະຊວງການເງິນ , ກະຊວງກໍ່ສ້າງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຂອງ ສສ ຫວຽດນາມ, ບັນດາຫົວໜ່ວຍບໍລິຫານວິຊາການຂັ້ນແຂວງ ແລະ ຂັ້ນເມືອງ ຂອງ ແຂວງບັກຢາງ ເພື່ອຖອດຖອນບົດຮຽນ ແລະ ຮັບຟັງການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ, ລະບົບການຈັດເກັບລາຍຮັບ-ລາຍຈ່າຍ ແລະ ການຄຸ້ມຄອງພາລະກອນ.
ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ກ່າວວ່າ ການມາເຮັດວຽກຂອງຄະນະຜູ້ແທນ ຂອງ ສປປ ລາວ ໃນຄັ້ງນີ້ ເພື່ອປະຕິບັດຕາມແຜນການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ກັບ ລັດຖະບານ ສສ ຫວຽດນາມ ໂດຍສະເພາະແຜນການຮ່ວມມືຂອງສອງກະຊວງພາຍໃນ ທີ່ໄດ້ລົງນາມບົດບັນທຶກການຮ່ວມມືລະຫວ່າງກັນໃນໄລຍະຜ່ານມາ ເປັນຕົ້ນ: ການແລກປ່ຽນບົດຮຽນຮ່ວມກັນກ່ຽວກັບການປັບປຸງອົງການບໍລິຫານລັດ ກໍ່ຄື ການຫັນເອົາຫົວໜ່ວຍບໍລິຫານວິຊາການທີ່ຂື້ນກັບບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖີ່ນ ໄປເປັນເຈົ້າຕົນເອງທາງດ້ານງົບປະມານ ແລະ ຫັນພະນັກງານ-ລັດຖະກອນໄປເປັນພາລະກອນ ຂອງ ສສ.ຫວຽດນາມ ທັງນີ້ເພື່ອນຳເອົາບົດຮຽນທີ່ໄດ້ຮັບຈາກການມາເຄືອນໄຫວທັດສະນະສຶກສາໃນຄັ້ງນີ້ ໄປປັບໃຊ້ໃຫ້ແທດເໝາະກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທີຜົນສູງ.
0Shares