ອາຊຽນ ສ້າງຄວາມອາດສາມາດ ໃຫ້ຜູ້ບໍລິຫານລະດັບກາງຂອງບັນດາປະເທດສະມາຊິກ

ເພື່ອປະຕິບັດຕາມແຜນງານຮ່ວມມືວຽກງານລັດຖະກອນອາຊຽນ ປະຈໍາປີ 2021-2025 ກະຊວງລັດຖະກອນ ແຫ່ງລາຊະອານາຈັກກໍາປູເຈຍ ໄດ້ເປັນເຈົ້າພາບຈັດກອງປະຊຸມ ໃນຫົວຂໍ້: ການສ້າງຄວາມອາດສາມາດໃນການຫັນປ່ຽນການນຳພາໃຫ້ກັບຜູ້ບໍລິຫານລະດັບກາງຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດຕີມໍ-ເລສເຕ (Capacity Building on Transformative Leadership for Middle Level Official of AMS Countries and Timor-Leste) ຂຶ້ນ ລະຫວ່າງ ວັນທີ 21-25 ສິງຫາ 2023 ທີ່ນະຄອນສຽມລຽບ ປະເທດກຳປູເຈຍ. ຕາງໜ້າກະຊວງພາຍໃນ ສປປ ລາວ ເຂົ້າຮ່ວມກອງປະຊຸມມີ ທ່ານ ນັນທະພົນ ລີວັດທະນາ ຫົວໜ້າພະແນກວາງແຜນ ແລະ ຮ່ວມມືວຽກງານລັດຖະກອນ ແລະ ທ່ານ ສີສຸພັນ ໄຊຍະລາດ ຜູ້ປະສານງານວຽກງານລັດຖະກອນອາຊຽນ ກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ສປປ ລາວ.
ກອງປະຊຸມຄັ້ງນີ້ ເປັນເວທີນໍາສະເໜີບົດຮຽນ ແລະ ແລກປ່ຽນປະສົບການ ຕໍ່ກັບວິທີການນໍາພາພາຍໃນອົງກອນ, ຂົງເຂດວຽກງານຄຸ້ມຄອງລັດຖະກອນ, ການສື່ສານພາຍໃນອົງກອນທີ່ມີປະສິດທິດພາບ, ການນໍາໃຊ້ສິ່ງປະດິດສ້າງ ແລະ ເຕັກໂນໂລຊີໃໝ່ເຂົ້າໃນວຽກງານຄຸ້ມຄອງລັດຖະກອນ ຂອງຜູ້ບໍລິຫານລະດັບກາງ ຈາກປະເທດສະມາຊິກອາຊຽນ ແລະ ປະເທດຕີມໍ-ເລດສະເຕ.
ໃນກອງປະຊຸມ ຕາງໜ້າຈາກ ສປປ ລາວ ໄດ້ນໍາສະເໜີກ່ຽວກັບບັນດານະໂຍບາຍ ແລະ ນິຕິກໍາຕ່າງໆ ຂອງ ສປປ ລາວ ຕໍ່ກັບວຽກງານດັ່ງກ່າວ ແລະ ຕາງໜ້າບັນດາປະເທດສະມາຊິກອາຊຽນ ແລະ ປະເທດຕີມໍ-ເລດສະເຕ ກໍ່ໄດ້ຜັດປ່ຽນກັນຂຶ້ນນຳສະເໜີບົດທີ່ຕິດພັນກັບວຽກງານຂອງຕົນ. ສໍາລັບ ຊ່ຽວຊານຈາກ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ມາຮ່ວມເປັນວິທະຍາກອນ ແລະ ເປັນຜູ້ນໍາພາການສົນທະນາໃນຫົວຂໍ້ຕ່າງໆ. ນອກນັ້ນ ຜູ້ແທນທີ່ເຂົ້າຮ່ວມຈາກປະເທດສະມາຊິກອາຊຽນ, ຕີມໍ-ເລດສະເຕ, ປະເທດບວກ3, ຜູ້ແທນຈາກບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນຂອງປະເທດກໍາປູເຈຍ ຍັງໄດ້ສົນທະນາແລກປ່ຽນຄໍາເຫັນ ມີປະໂຫຍດສູງ ເພື່ອເປັນແນວທາງຕໍ່ການຈັດຕັ້ງປະຕິບັດແຜນການຮ່ວມມືວຽກງານລັດຖະກອນອາຊຽນ (2021-2025) ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

0Shares